ກອງປະຊຸມສຳມະນາລູກຄ້າທາງອອນລາຍ ພາຍໃຕ້ຫົວຂໍ້: “ປຸກຕື່ນທ່າແຮງບົ່ມຊ້ອນຂອງແຂວງ ຮ່າຕິ້ງ – ເຊື່ອມຕໍ່ພາກພື້ນ, ພັດທະນາຕະຫຼາດ ຫວຽດນາມ – ລາວ”

499

ວັນ​ທີ 28/10/2021, ບໍລິສັດໃຫຍ່ເຕິນກ໋າງໄຊງ່ອນ (TCSG), ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ລູກຄ້າທາງ​ອອນ​ລາຍ ພາຍໃຕ້​ຫົວ​ຂໍ້: “ປຸກ​ຕື່ນທ່າແຮງບົ່ມ​ຊ້ອນຂອງແຂວງ ຮ່າ​ຕິ້ງ – ເຊື່ອມ​ຕໍ່​ພາກ​ພື້ນ, ພັດທະນາ​ຕະຫຼາດ ຫວຽດນາມ – ລາວ”.

ກອງ​ປະ​ຊຸມ​ສຳ​ມະ​ນາ​ຈັດ​ຂຶ້ນ​ຕາມ​ຮູບ​ການ​ອອນ​ລາຍ, ໝູນໃຊ້ Zoom, ໂດຍມີການເຂົ້າຮ່ວມ ຂອງ ທ່ານ ຫງວຽນ ຮົ່ງລິ້ງ ກຳມະການຄະນະປະຈຳຄະນະພັກແຂວງ,ຮອງປະທານຄະນະກຳມະ ການປະຊາຊົນແຂວງ ຮ່າຕິ້ງ; ຜູ້ຕາງໜ້າທີ່ມາຈາກບັນດາອົງການ, ຂະແໜງການທີ່ກ່ຽວຂ້ອງ,  ຄະນະ ອຳນວຍການ, ບໍລິສັດເຮືອຂົນສົ່ງສາກົນ; ໃນຈຳນວນເກືອບ 1.000 ວິ​ສາ​ຫະ​ກິດ​ນຳ​ເຂົ້າ- ສົ່ງ​ອອກ, forwarder, ວິ​ສາ​ຫະ​ກິດ​ຂົນ​ສົ່ງ​ຂອງຫວຽດ​ນາມ ແລະ ລາວ; ຜູ້ຕາງໜ້າບັນດາສະມາຄົມ, ນັກລົງທຶນ ລາວ-ຫວຽດນາມ ແລະ ຜູ້ຕາງໜ້າບັນດາບໍລິສັດສະມາຊິກຂອງບໍລິສັດໃຫຍ່ເຕິນກ໋າງໄຊງ່ອນ (TCSG).

May be an image of 1 person and text that says 'HỘIT THẢO TRỰCTUYẾN WEBINAR ĐÁNH THỨC TIỀM NĂNG HÀ TÌNH KẾT NỐI LIÊN VÙNG, PHÁT TRIỂN THỊ TRƯỜNG VIỆT LÀO Exploring Tinh' potential Opportunitles connectivity and Vietnam Laos trade promotion SNP_CONNECT LIVESTREAM WEBINAR "ĐÁNH THỨC TIÊM NĂNG HÀ TĨNH KẾT NỔI LIÊN VٙNG, PHÁT TRIỂN THỊ TRƯỜNG VIỆT LÀO" 2ngườiÄangxem. Bắt đầu phút trưác ም0 CHIAS LƯU'

ທີ່​ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້, ບັນດາຜູ້ຊ່ຽວຊານ​ໄດ້​ວິ​ເຄາະ​ທ່າແຮງບົ່ມຊ້ອນ​ພັດທະນາ​ຂອງ​ຕະຫຼາດແຂວງ ຮ່າ​ຕິ້ງ ​ດ້ວຍພາລະບົດບາດທີ່ເປັນ​ໃຈກາງໃນທາງທິດເໜືອ​ຂອງ​ພາກ​ກາງ​, ​ເປັນ​ຊ່ອງ ປະຕູ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຂອງບໍລິເວນທາງທິດເໜືອຂອງ​ພາກ​ກາງ​ ກັບ​​ຕະຫຼາດຂອງ​ລາວ ​ແລະ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອຂອງ​ໄທ, ຜ່ານ​ບັນດາ ດ່ານຊາຍ​ແດນ​ສາກົນ ກໍແຈວ (Cau Treo) ​ແລະ ຈາລໍ (Chalo), ດ້ວຍເສັ້ນທາງຫຼວງແຫ່ງຊາດ 8A ແລະ ທາງຫຼວງແຫ່ງຊາດ 12. ດ້ວຍການພັດທະ ນາລະບົບ ICD, ບັນດາໂຄງການທີ່ເຊື່ອມຕໍ່ຈາກບັນດາເຂດເສດຖະກິດທີ່ສຳຄັນຂອງລາວ ແລະ ແຂວງ ຮ່າຕິ້ງ, ດ້ວຍທາງລົດໄຟ ແລະ ທາງບົກຈະປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ ຂອງ ແຂວງຕື່ມອີກ. ພ້ອມ​ກັນ​ນັ້ນ, ບໍລິສັດໃຫຍ່ ເຕິນກ໋າງໄຊງ່ອນ (TCSG), ໄດ້​ນຳ​ສະ​ເໜີ​ວິທີການແກ້ໄຂ​ເພື່ອ​ພັດທະນາ​ການ​ບໍລິການດ້ານຂົນ​ສົ່ງ​​ (logistics) ກັບ​ເຂດ​ເສດຖະກິດ​ຫວຸ້ງແອັງ – ທ່າ​ເຮືອ​ສາກົນ​ລາວ – ​ຫວຽດນາມ ໃຫ້​ເປັນ​ຈຸດ​ເຕົ້າ​ໂຮມ. ນີ້​ແມ່ນ​ຊ່ອງປະຕູອອກ​ສູ່​ທະ​ເລ​ຕາ​ເວັນ​ອອກ​ທີ່ສັ້ນ​ທີ່ສຸດ, ຊ່ວຍ​ເຊື່ອມ​ຕໍ່​ບັນດາ​ສິນຄ້າ​ນຳ​ເຂົ້າ – ສົ່ງ​ອອກ​ຂອງ​ພາກ​ພື້ນ, ສິນຄ້າ​ຜ່ານ​ແດນ​ຂອງຕະຫຼາດ 2 ແຫ່ງ​ນີ້​ ກັບ​ກຸ່ມ​ທ່າເຮືອຢູ່ນະຄອນ ​ໂຮ່ຈີ​ມິນ, ກາຍແມັບ (Cai Mep), ແລກຮວ່ຽນ (Lach Huyen) ​ເພື່ອ​​ແລກປ່ຽນ​ຊື້ຂາຍກັບ​​ປະ​ເທດ​ຕ່າງໆຢູ່ໃນ​ໂລກ ແລະ ກົງກັນຂ້າມ.

May be an image of 1 person and text

May be an image of 1 person, map, sky and text

ໂດຍຮັບຮູ້ໄດ້​ທີ່​ຕັ້ງ​ຍຸດ​ທະ​ສາດ ​ແລະ ທ່າ​ແຮງໃນການ​ພັດທະນາ, ຄະນະ​ກຳມະການ​ປະຊາຊົນ​ແຂວງຮ່າ​ຕິ້ງ ​ແລະ ບໍລິສັດໃຫຍ່ ເຕິນກ໋າງໄຊງ່ອນ ໄດ້ມີ​ບັນດາ​ວິທີການແກ້ໄຂການປະສານສົມທົບ​ຢ່າງ​ຄົບຊຸດ ໂດຍສະເພາະແມ່ນ ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື ​ແລະ ຈັດຕັ້ງຜັນຂະຫຍາຍການຮັບ ເອົາເຮືອ​ບັນທຸກ​ຄອນເທນເນີລຳທຳອິດທີ່ໄດ້ ທຽບທ່າເຮືອຫວຸ້ງ​ແອັງ ໃນ​ວັນ​ທີ 10/04/2021. ​ເຫດການ​ນີ້​ ເປັນຂີດໝາຍແຫ່ງບາດກ້າວ​ເລີ່​ມຕົ້ນ​ທີ່ດີງາມ​ໃນ​ການຮ່ວມສຳພັນ​ລະຫວ່າງ​ຄະນະ​ກຳມະການ​ປະຊາ ຊົນ​ແຂວງ ຮ່າ​ຕິ້ງ ​ແລະ ບໍລິສັດໃຫຍ່ເຕິນກ໋າງໄຊງ່ອນ (TCSG),  ໂດຍຜ່ານ​ບໍລິສັດ​ຫຸ້ນ​ສ່ວນ​ທ່າ​ເຮືອ​ສາກົນ ລາວ – ຫວຽດນາມ ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ຂົນ​ສົ່ງທາງທະເລເຕີນກ໋າງ (Tan cang Shipping). ຈາກນີ້, ເສັ້ນທາງຂົນສົ່ງຕູ້ຄອນເທນເນີລະຫວ່າງທ່າເຮືອ ຮາຍຟ່ອງ – ຮ່າຕິ້ງ – ນະຄອນ​ໂຮ່ຈິ​ມິນ ໄດ້ຈັດຂຶ້ນ 2-4 ຖ້ຽວ​/​ເດືອນ ເຊິ່ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ໝັ້ນຄົງ, ປະກອບສ່ວນ​ຊ່ວຍໜູນ​ໃຫ້ບັນດາ​ວິ​ສາ​ຫະກິດ​ຢູ່​ເຂດ​ເສດຖະກິດ​ຫວຸ້ງ​ແອັງ ກໍ​ຄື​ໃນບໍລິເວນແຂວງ ຮ່າ​ຕິ້ງ ​ແລະ ບັນດາ​ແຂວງ​ຢູ່ໃນ​ພາກ​ພື້ນ​ເຄື່ອນໄຫວ​ຢ່າງ​ໝັ້ນຄົງ, ຮັບປະກັນ​ໃຫ້ການ​ນຳ​ເຂົ້າ​ ແລະ ສົ່ງອອກສິນຄ້າ. ລະບົບການ​ບໍລິການ​ທີ່ກຳນົດເສັ້ນທາງກໍໄດ້ສ້າງ​ພື້ນຖານ ​ແລະ ຄວາມ​ໝັ້ນ​ໃຈ​ໃນການ​ດຶງ​ດູດ​ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ມາ​ແຂວງ​ຕື່ມອີກ.

May be an image of 1 person and text

May be an image of 1 person and text

ດ້ວຍ​ເງື່ອນ​ໄຂ​ທຳ​ມະ​ຊາດ​ທີ່​ມີ​ຢູ່, ບັນດານະ​ໂຍບາຍ​​ທີ່ຊ່ວຍໜູນໃຫ້​ແກ່ວິ​ສາ​ຫະກິດ, ຄວາມຕັດສິນໃຈ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕິ້ງ ບວກ​ກັບ​ວິ​ໄສ​ທັດ​ໃນ​ການ​ພັດທະນາ Logistics ໃນໄລຍະຍາວ ຕາມການກຳນົດທິດ​ລະດັບ​ຊາດ ​ແລະ ສາກົນ​ຂອງ ບໍລິສັດໃຫຍ່ເຕິນກ໋າງໄຊງ່ອນ (TCSG),  ການ​ຮ່ວມ​ເດີນທາງ, ຄວາມ​ເປັນ​ຫ່ວງ​ເປັນໃຍຂອງ ບັນດາວິສາຫະກິດ Logistics, ສົ່ງອອກ – ນໍາເຂົ້າ. ບໍລິສັດ ເຮືອບັນທຸກ​ສາ​ກົນ, ບັນດາວິ​ທີ​ການແກ້​ໄຂ​ທີ່ແທດຈິງ, ຍຸດ​ທະ​ສາດ​ໃນການ​ເຄື່ອນ​ໄຫວ​ທີ່ລະອຽດ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງສົມບູນແບບ​ຂອງ​ລະ​ບົບ​ນິ​ເວດ Logistics ຢູ່ ຫວຸ້ງ​ແອັງ ແຂວງ ຮ່າ​ຕິງ ​ເຊິ່ງ​ໄດ້ນຳເອົາ ຜົນ​ປະ​ໂຫຍດ​ຢ່າງ​ກົມ​ກຽວ​ມາໃຫ້​ແກ່​ຝ່າຍ​ຕ່າງໆ,ສ້າງໃຫ້​ເປັນຈຸດສຳຄັນໃນການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ ຂອງ​ພາກ​ພື້ນທັງໝົດ.