ແລ້ວໄວກວ່າທີ່ຄິດ ຂົວນໍ້າພະນາຍ 3 ຈະເປີດນໍາໃຊ້ໄວໆນີ້ແລ້ວ

667

ຂົວນໍ້າພະນາຍ 3 ຕັ້ງຢູ່ບ້ານເກິນກາງ, ເມືອງທຸລະຄົມ, ແຂວງວຽງຈັນ ເສັ້ນທາງແຕ່ 3 ແຍກຄຸ້ມໝື່ນໝັ້ນ ລັດໄປໃສ່ທາງໜ້າທະນາຄານສົ່ງເສີມກະສິກໍາ ໜ່ວຍບໍລິການເມືອງທຸລະຄົມ, ໂດຍຜ່ານທາງຫລັງຂອງສໍານັກງານປົກຄອງເມືອງ ຮັບເໝົາໂດຍ ບໍລິສັດ ຟ້າໃສ ການຊ່າງ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ.

ການກໍ່ສ້າງຂົວໄດ້ເລີ່ມລົງມືມາແຕ່ວັນທີ 24 ກັນຍາ 2021 ເປັນຕົ້ນມາ ຈຸດປະສົງຂອງການກໍ່ສ້າງຂົວດັ່ງກ່າວນີ້ ເພື່ອຫລຸດຜ່ອນການສັນຈອນແອອັດ, ເຮັດໃຫ້ການເດີນທາງມີຄວາມສະດວກສະ ບາຍຂຶ້ນກວ່າເກົ່າ, ເປັນຂົວສໍາຮອງໃຊ້ສະເພາະລົດເບົາທີ່ນໍ້າໜັກບໍ່ເກີນ 8 ໂຕນ, ມີຮາວເຫຼັກທັງສອງຟາກຂ້າງ ແລະ ຮາວກັ້ນລວງສູງ 3 ຈຸດ, ຄວາມຍາວ 33 ແມັດ, ກວ້າງ 4 ແມັດ, ເປັນຂົວເກົ່າທີ່ສະມັດຕະພາບຍັງໃຊ້ງານໄດ້ດີ ໄດ້ຜ່ານການກວດກາເຕັກນິກມາດຖານ ແລະ ຄຸນນະພາບຈາກ ຂະແໜງໂຍທາທິການ ແລະ ຂົນສົ່ງແລ້ວ.

ສໍາລັບຊິ້ນສ່ວນອຸປະກອນຂອງຂົວທີ່ບໍ່ພຽງພໍ ແມ່ນໄດ້ຮັບການສະໜອງຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ, ຂົວແຫ່ງນີ້ຈະກາຍເປັນຂົວອະນຸລັກຮູບແບບຂົວເບເລ່ ເປັນອະນຸສອນໄປອີກຍາວນານ, ຕາມການລາຍງານຂອງ ທ່ານ ພົມມະສອນ ວົງໄຊ ປະ ທານບໍລິສັດຮັບເໝົາໃຫ້ຮູ້ວ່າ ພາຍຫລັງໄດ້ຮັບຂໍ້ຕົກລົງອະນຸມັດ ແລະ ໃບສັ່ງວຽກແລ້ວ ຕົນເອງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານວິຊາການຂອງບໍລິສັດ ຮີບຮ້ອນເລັ່ງມືປະຕິບັດທຸກໜ້າວຽກຕາມແບບໂຄງສ້າງ, ຕາມເຕັກນິກ ແລະ ຕາມວິຊາສະເພາະ ເຖິງວ່າຈະມີຄວາມຫຍຸ້ງຍາກບາງວຽກ ກໍ່ໄດ້ອົດທົນຜ່ານຜ່າຈຶ່ງເຮັດໃຫ້ວຽກງານສໍາເລັດ
ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້, ລວມໄລຍະເວລາກໍ່ສ້າງ-ປະກອບຂົວ 33 ວັນ

ນອກຈາກນັ້ນສໍາລັບວຽກເພີ່ມເຕີມທີ່ບໍ່ນອນຢູ່ໃນສັນຍາ ເຊັ່ນ: ວຽກອະນາໄມອ້ອມກໍາແພງສໍານັກງານປົກຄອງເມືອງ, ອະນາໄມທາງຮ່ອມ, ເຫຼົາທາງ ແລະ ລວງຮ່ອງນໍ້າລະບາຍແຄມທາງແມ່ນເປັນການປະກອບສ່ວນຊ່ວຍເຫຼືອລ້າ, ພາຍໃຕ້ການຕິດຕາມຊຸກຍູ້ຊີ້ນໍາຢ່າງຕໍ່ເນື່ອງຂອງວິຊາການຂະແໜງໂຍທາທິການ ແລະ ຂົນສົ່ງ, ການນໍາເມືອງ ແລະ ພາກສ່ວນກ່ຽວຂ້ອງ, ປະຊາຊົນໃກ້ຄຽງກໍ່ເຫັນດີສະໜັບສະໜູນ, ຕື່ນຕົວຫຍັບຍ້າຍສິ່ງກີດຂວາງ ຈຶ່ງເຮັດໃຫ້ການກໍ່ສ້າງດໍາເນີນໄປດ້ວຍດີ ແລະ ວຽກງານມີຄວາມຄືບໜ້າວ່ອງໄວຕາມແຜນການ

ໂອກາດທີ່ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ແລະ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະຄົມ ໄດ້ລົງໄປຕິດຕາມຊຸກຍູ້, ກວດກາ ແລະ ໃຫ້ທິດຊີ້ນໍາຕໍ່ບໍລິສັດຮັບເໝົາ ໃນວັນທີ 27 ຕຸລາ 2021 ນີ້ ທ່ານ ພົມມະສອນ ວົງໄຊ ປະທານບໍລິສັດ ໄດ້ລາຍງານໜ້າວຽກທີ່ຍັງຄ້າງເລັກນ້ອຍໃນນັ້ນຈະຕ້ອງໄດ້ເລັ່ງລົງມືຈັດຕັ້ງປະຕິບັດໃຫ້ສໍາເລັດໂດຍໄວ ເປັນຕົ້ນ: ວຽກອະນາໄມ, ທາສີ ແລະ ຄວາມຮຽບຮ້ອຍດ້ານອື່ນໆ ເຊິ່ງຄາດວ່າການຈັດພິທີເປີດ-ມອບຮັບ ຈະມີຂຶ້ນໃນອີກບໍ່ດົນນີ້ຕາມຄວາມພ້ອມຂອງການນໍາເມືອງທຸລະຄົມ.

ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ.