ຟັງຊັນທີ່ພົ້ນເດັ່ນໃນ ຢູມັນນີ “u-money” ທີ່ບໍ່ຄວນເບິ່ງຂ້າມ

591

ດ້ວຍບໍລິການ ທີ່ພົ້ນເດັ່ນ, ຜ່ານລະບົບຟັງຊັນອື່ນໆໃນ u-money ທີ່ຈະເຮັດໃຫ້ການໃຊ້ສອຍຜ່ານໂທລະສັບມືຖື ບໍ່ວ່າຈະເປັນ ການໂອນເງິນໄດ້ຢ່າງວ່ອງໄວ, ການຊໍາລະຄ່າບໍລິການຕ່າງ ຫຼື ຈະເປັນການນໍາໃຊ້ QR Code ເພື່ອຊຳລະກັບຮ້ານຄ້າຕ່າງໆໄດ້ດ້ວຍຕົວເອງ ເຊິ່ງຟັງຊັນການນຳໃຊ້ຕ່າງໆ ເໝາະສົມກັບສະພາບປັດຈຸບັນທີ່ມີການແຜ່ລະບາດຂອງເຊື້ືອພະຍາດ ໂຄວິດ-19, ເປັນຕົ້ນການຫຼຸດຜ່ອນການນຳໃຊ້ເງິນສົດ ຫັນມາໃຊ້ເງິນເອເຣັກໂຕຣນິກ ເພື່ອຫຼີກລ່ຽງການສຳຜັດເງິນສົດ.

ສໍາລັບໂປຣໂມຊັນຕ່າງໆ ພາຍໃນແອັບທີ່ຊ່ວຍໃຫ້ຜູ້ໃຊ້ບໍລິການປະຢັດຫຼາຍຂຶ້ນ ມີດັ່ງນີ້:

+ການໂອນເງິນ ທີ່ສະດວກ, ວ່ອງໄວ, ປອດໄພ.

ການໂອນເງິນ ຜ່ານບໍລິການ u-money ສາມາດໂອນໄດ້ ໃນ 3 ກໍລະນີຄື:

1.ບັນຊີ umoney – ບັນຊີ u – money

2. ບັນຊີ u-money – ບໍ່ມີບັນຊີ u-money

3. ໂອນເງິນບໍ່ມີບັນຊີ umoney – ບໍ່ມີບັນຊີ u-money ( ໂອນລອຍ )

ເຊິ່ງຜູ້ໃຊ້ບໍລິການສາມາດ ເຮັດທຸລະກໍາໄດ້ທຸກທີ່ທຸກເວລາພຽງແຕ່ມີສັນຍານຂອງຢູນີເທວ, ນອກນັ້ນ ຍັງມີຮ້ານຕົວແທນ u-money ກວ່າ 10.000 ຮ້ານທົ່ວປະເທດ ເຊິ່ງລູກຄ້າສາມາດຖອນເງິນ, ໂອນເງິນ ຫຼື ເຮັດທຸລະກໍາຕ່າງໆ ໄດ້ຢ່າງສະດວກ, ປອດໄພນັບທັງເຂດທີ່ຢູ່ຕົວເມືອງ ແລະ ເຂດຫ່າງໄກສອກຫຼີກ.

May be an image of 8 people and indoor

ເພື່ອເພີ່ມຊ່ອງທາງການເຊື່ອມຕໍ່ໃຫ້ລູກຄ້າ ສາມາດເຂົ້າເຖິງທະນາຄານໄດ້ງ່າຍ; ປັດຈຸບັນ, ບັນຊີ u-money ໄດ້ເຊື່ອມຕໍ່ ກັບບັນດາທະນາຄານ ພາຍໃນປະເທດ ລວມທັງໝົດ 6 ທະນາຄານ ເຊິ່ງສາມາດໂອນຫາກັນລະຫວ່າງ u-money – ບັນດາທະນາຄານ ໄດ້ຢ່າງສະດວກສະບາຍ ລວມມີ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ແອັບ BCELOne), ທະນາຄານຮ່ວມທຸລະກິດລາວ-ຫວຽດຈໍາກັດ (ແອັບ LVBDigiBank), ທະນາຄານຮ່ວມພັດທະນາ (ແອັບ JDB Yes) ແລະ ທະນາຄານມາຣູຮານເຈເເປນລາວ (ແອັບ MJSaduak), ທະນາຄານຫຸ້ນສ່ວນການຄ້າທະຫານ-ສາຂາ ລາວ (ແອັບ MB Laos) ດ້ວຍຄ່າທໍານຽມທີ່ສຸດຖືກໂດຍທີ່ທ່ານສາມາດເຮັດທຸລະກໍາໄດ້ດ້ວຍຕົວທ່ານເອງຕະຫລອດ 24 ຊົ່ວໂມງ ຫຼື ຈະເປັນການເຮັດທຸລະກຳທີ່ໜ່ວຍບໍລິການຂອງ ທະນາຄານ ຮ່ວມພັດທະນາ (JDB) ໄດ້ທຸກໜ່ວຍບໍລິການ ທົ່ວນະຄອນຫລວງ ວຽງຈັນ ແລະ ທະນາຄານ ສົ່ງເສີມ ກະສິກໍາ ໄດ້ທຸກໜ່ວຍບໍລິການ ທົ່ວປະເທດ ອີກດ້ວຍ.

+ ການຊຳລະຜ່ານ QR code

ປັດຈຸບັນການຊຳລະບໍລິການຕ່າງໆດວ້ຍ QR code ກຳລັງເປັນທີ່ນິຍົມນຳໃຊ້ກັນຫລາຍໃນປະເທດເຮົາ. u- money ສາມາດຊໍາລະຄ່າອາຫານ, ຄ່າເຄື່ອງຕ່າງໆ ຕາມຮ້ານທີ່ຮ່ວມຊໍາລະກັບ u-money ເຊິ່ງປະຈຸບັນມີຫຼາຍກວ່າ 50.000 ຮ້ານຄ້າ. ນອກນັ້ນລູກຄ້າທີ່ນຳໃຊ້ u-money ຍັງສາມາດ ດາວໂຫລດເອົາ QR code ຂອງຕົນເອງ ໃນບັນຊີ ໄດ້ດ້ວຍຕົວທ່ານເອງ ເພື່ອນຳໃຊ້ເຂົ້າໃນການຊຳລະໃຫ້ກັບຕົນເອງໄດ້ຢ່າງສະດວກ ເຊິ່ງຫຼຸດຜ່ອນການນຳໃຊ້ເງິນສົດ ເພື່ອຫຼຸດຜ່ອນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19 ອີກ 1 ຊ່ອງທາງ.

May be an image of 2 people, people standing and outdoors

+ ຊຳລະຄ່າບໍລິການໂທລະສັບໄດ້ຮັບສ່ວນຫລຸດທຸກຄັ້ງ.

ທ່ານທີ່ໃຊ້ບໍລິການ u-money ເມື່ອເຕີມເງິນ ໃຫ້ກັບເບີ Unitel ຈະໄດ້ຮັບສ່ວນຫລຸດ 5% ແລະ ເຄືອຄ່າຍ ອື່ນ ຈະໄດ້ຮັບສ່ວນຫຼຸດຢູ່ 3%, ຊຳລະອິນເຕີເນັດປະຈໍາເຮືອນ ຮັບສ່ວນຫຼຸດ 2% ທຸກຄັ້ງ, ນອກນັ້ນຍັງມີໂປຣໂມຊັນ ຈາກການຕື່ມບັດທຸກໆ 10.000 ກີບຮັບນາທີໂທຟຣີ 50 ນາທີ ( ສະເພາະລູກຄ້າ ນະຄອນຫລວງ, ແຂວງວຽງຈັນ , ຫຼວງພະບາງ, ຈຳປາສັກ ແລະ ຫົວພັນ ) ແລະ ຍັງມີອີກຫຼາຍໂປຣໂມຊັນ ເຊິ່ງເປັນຜົນດີຕໍ່ລູກຄ້າທີ່ບໍ່ຈຳເປັນຕ້ອງອອກໄປຊື້ບັດດ້ວຍເງິນສົດ ແຕ່ຍັງໄດ້ຮັບສ່ວນຫລຸດ ເຊິ່ງ ຢູມັນນີເອງ ກໍມາພ້ອມ ໂປຣໂມຊັນ ອີກຫຼາກຫຼາຍ ຄອຍບໍລິການ ແລະ ຕອບສະໜອງ ຄວາມຕ້ອງການຂອງລູກຄ້າທຸກໆໄລຍະ ແລະ ເທດສະການ ອີກດ້ວຍ. ນອກຈາກ ນັ້ນຢູມັນນີ ຍັງສາມາດ ເຊື່ອມຕໍ່ການຊໍາລະອີກຫລາຍຊ່ອງທາງ ເພີ່ມຄວາມສະດວກໃນການນຳໃຊ້ ໃຫ້ແກ່ລູກຄ້າ, ພໍ່ແມ່ ປະຊາຊົນ ເປັນຕົ້ນແມ່ນ: ການຊໍາລະສິນເຊື່ອ ແວວຄຳ ເຊົ່າສິນເຊື່ອ ລາວ, ຊື້ປະກັນໄພ ລາວຫວຽດ (LVI) ແລະ ຊຳລະຄ່ານຳ ປະປານະຄອນຫຼວງວຽງຈັນ…

May be an image of 11 people and people standing

+ ເບີກຈ່າຍເງິນເດືອນຜ່ານ u-money.

ດ້ວຍຊ່ອງທາງຮ້ານຕົວແທນທີ່ກວ້າງຂວາງ, ດ້ວຍບໍລິການທີ່ບໍ່ຈຳເປັນຕ້ອງເຊື່ອມຕໍ່ກັບອິນເຕີເນັດ, ດ້ວຍເຂດປົກຄຸມສັນຍານ ທຸກພື້ນທີ່ ຂອງຢູນີເທວ, ສະນັ້ນການເບີກຈ່າຍເງິນເດືອນ ຜ່ານຊ່ອງທາງຢູມັນນີ ເປັນອີກ 1 ຊ່ອງທາງທີ່ເໝາະສົມ ນຳໃຊ້ເຂົ້າໃນວຽກງານ ການເບີກຈ່າຍເງິນເດືອນ ຂອງພະນັກງານລັດຖະກອນ, ບັນດາວິສາຫະກິດ ເປັນຕົ້ນ ຄັງເງິນແຫ່ງຊາດ ໄດ້ນຳໃຊ້ u-money ເບີກຈ່າຍເງິນເດືອນ ພະນັກງານພາກລັດກວ່າ 11 ເມືອງທີ່ຢູ່ເຂດຫ່າງໄກສອກຫລີກ ລວມທັງບັນດາການນໍາຂັ້ນເມືອງ ເກືອບທົ່ວປະເທດ ກໍໄດ້ນໍາໃຊ້ເຂົ້າໃນການເບີກຈ່າຍເງິນເດືອນ ໃຫ້ແກ່ນາຍບ້ານກວ່າ 2.000 ບ້ານ ທົ່ວປະເທດ. ນອກນັ້ນຍັງມີວິສາຫະກິດ ເຊັ່ນ: ໂຮງໝໍ ຮ່າໂນ້ຍ – ວຽງຈັນ , ບໍລິສັດ Quasa Geruco ແຂວງສະຫວັນນະເຂດ ແລະ ບໍລິສັດອື່ນໆ ທີ່ເບີກຈ່າຍເງິນເດືອນໃຫ້ແກ່ ພະນັກງານຜ່ານລະບົບ ຢູມັນນີ ເຊັ່ນດຽວກັນ.