ມູນຄ່າຫຸ້ນຂອງເທສລາເພີ່ມຂຶ້ນຈຸ 1.000 ຕື້ໂດລາ

471

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ເມື່ອ​ວັນ​ທີ 27 ຕຸ​ລາ 2021 ວ່າ ມູນ​ຄ່າ​ລວມ​ຂອງ​ຫຸ້ນ​​ບໍ​ລິ​ສັດ​ເທ​ສ​ລາ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ​ຈຸ 1.000 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ຕະຫຼາດ​ຫຸ້ນ ເຮັດ​ໃຫ້ ທ່ານ ອີ​ລອນ ມັ​ສ ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ​ເທ​ສ​ລາ ໃນ​ນາມ​ຜູ້​ຖື​ຫຸ້ນ​ລາຍ​ໃຫຍ່ ລ້ຳ​ລວຍ​ຂຶ້ນ​ອີກຫຼາຍ​ເທົ່າ​ຕົວ.

ມູນ​ຄ່າ​ລວມ​ຂອງ​ຫຸ້ນ​ເທ​ສ​ລາ ອິ້ງ ເຊິ່ງ​ເປັນ​ບໍ​ລິ​ສັດ​ຜູ້​ຜະ​ລິດ​ລົດ​ໄຟ​ຟ້າ​ຂອງ​ສະ​ຫະ​ລັດ​ເພີ່ມ​ຂຶ້ນ​ຈຸ 1.000 ຕື້​ໂດ​ລາ ຫຼັງ​ຈາກ​ມີ​ຂ່າວ​ວ່າ ບໍ​ລິ​ສັດ​ໄດ້​ຮັບ​ອໍ​ເດີ​ສັ່ງ​ຊື້​ລົດ​ມີ​ມູນ​ຄ່າ​ສູງ​ເປັນ​ປະ​ຫວັດ​ການ​ຈາກ​ບໍ​ລິ​ສັດ​ເຮີ​ຣ໌ດ ເຊິ່ງ​ເປັນ​ບໍ​ລິ​ສັດ​ບໍ​ລິ​ການ​​ໃຫ້ເຊົ່າ​ລົດ​ລາຍ​ໃຫຍ່​ຂອງ​ໂລກ ທີ່​ຫາ​ກໍ່​ລອດ​ພົ້ນ​ຈາກ​ການ​ລົ້ມ​ລະ​ລາຍ​ມາ​ໄດ້ ໂດຍ​ບໍ​ລິ​ສັດ​ເຮີ​ຣ໌ດ​ຈະ​ສັ່ງ​ຊື້​ລົດ​ໄຟ​ຟ້າ​ໂມ​ເດ​ລ 3 ເປັນ​ຈຳ​ນວນຫຼາຍກວ່າ 1 ແສນ​ຄັນ​ໃນ​ປີ​ໜ້າ ເຮັດ​ໃຫ້​ເທ​ສ​ລາ ກາຍ​ເປັນ​ບໍ​ລິສັດທີ່ມີ​ມູນ​ຄ່າ​ທາງ​ຕະຫຼາດ​ສູງ​ຈຸ 1.000 ຕື້​ໂດ​ລາ ເຊັ່ນ​ດຽວ​ກັບ​ບໍ​ລິ​ສັດ​ແອັບ​ເປີ້​ລ, ໄມ​ໂຄ​ຣ​ຊ້ອບ ແລະ ອາ​ເມ​ຊອນ.

ມູນ​ຄ່າ​ຫຸ້ນ​ຂອງ​ເທ​ສ​ລາ​ເມື່ອ​ປິດ​ຕະຫຼາດ​ໃນ​ວັນ​ທີ 26 ຕຸ​ລາ 2021 ຢູ່​ໃນ​ລະ​ດັບ​ສູງ​ສຸດ​ທີ່ 1.024,86 ໂດ​ລາ/ຫຸ້ນ ເຮັດ​ໃຫ້​ອີ​ລອນ ມັ​ສ ທີ່​ເປັນ​ຜູ້​ຖື​ຫຸ້ນ​ລາຍ​ໃຫຍ່ ປະ​ມານ 23% ກາຍ​ເປັນ​ມະ​ຫາ​ເສດ​ຖີ​ລະ​ດັບພັນ​ຕື້​ໂດ​ລາ​ຄົນ​ໃໝ່ ໂດຍ​ຫຸ້ນ​ທີ່​ມີ​ຂອງ​ລາວ​ມີ​ມູນ​ຄ່າ​ປະ​ມານ 230 ຕື້​ໂດ​ລາ​ສະ​ຫະ​ລັດ, ນອກ​ຈາກ​ນີ້ ລາວ​ຍັງ​ມີ​ຫຸ້ນ ແລະ ເປັນຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ​ຜະ​ລິດ​ຍານ​ອາ​ວະ​ກາດ SpaceX ທີ່​ມີ​ມູນ​ຄ່າ 100ຕື້​ໂດ​ລາ​ສະ​ຫະ​ລັດ.

ທາງ​ດ້ານ​ບໍ​ລິ​ສັດ​ເຮີ​ຣ໌ດ ເປີດ​ເຜີຍ​ວ່າ ລົດ​ໄຟ​ຟ້າ​ທີ່​ບໍ​ລິ​ສັດ​ສັ່ງ​ຊື້​ຈາກ​ເທ​ສ​ລາ ພ້ອມ​ຈະ​ໃຫ້​ເຊົ່າ​ພາຍ​ໃນ​ທ້າຍ​ປີ​ນີ້ ທັງ​ໃນ​ສະ​ຫະ​ລັດ ແລະ ເອີ​ຣົບ​, ໃນ​ຂະ​ນະ​ດຽວ​ກັນ​ມູນ​ຄ່າຫຸ້ນ​ຂອງ​ບໍ​ລິ​ສັດ​ກໍ​ເພີ່ມ​ສູງ​ຂຶ້ນ​ເຊັ່ນ​ກັນ ໂດຍ​ເພີ່ມ​ຂຶ້ນ​ປະ​ມານ 11% ເມື່ອ​ປິດ​ຕະຫຼາດ​ຫຸ້ນ​ໃນ​ວັນ​ທີ 26 ຕຸ​ລາ 2021.