ສະຫະປະຊາຊາດ ເຕືອນ ໂລກຮ້ອນຂຶ້ນ 2,7 ອົງສາ

537

ສຳ​ນັ​ກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນວັນ​ທີ 27​ ຕຸລາ 2021 ວ່າ ອົງການ ສະຫະ​ປະຊາ​ຊາດ (ສ​ປ​ຊ) ເປີດ​ເຜີຍ​ບົດ​ລາຍ​ງານ​ລະ​ບຸ​ວ່າ: ຄວາມ​ໝາຍ​ໝັ້ນ ຂອງ​ປະ​ເທດ​ຕ່າງໆ ​ໃນ​ຂະນະ​ນີ້ ​ເພື່ອ​ຫຼຸດການ​ປ່ອຍ​​ອາຍ​ພິດ​ເຮືອນ​ແກ້ວ ແຕ່​ກັບ​ເຮັດ​ໃຫ້​ອຸນຫະພູມ​ໂລກເພີ່ມ​ຂຶ້ນ​ໂດຍ​ສະ​ເລ່ຍ 2,7% ອົງສາ ​​ໃນ​ສັດຕະ​ວັດນີ້ ​ໂດຍ​ລາຍ​ງານ​ດັ່ງກ່າວ ມີ​ຂຶ້ນ​ກ່ອນ​ ເປີດ​ກອງ​ປະຊຸມ​ສຸດ​ຍອດ​ດ້ານ​ສະພາບ​ອາກາດ​ ຂອງ ສ​ປ​ຊ (COP26) ​ໃນ​ອາທິດ​ໜ້ານີ້.​

ໃນ​ບົດ​ລາຍ​ງານ​ ປະຈຳ​ປີ​ ວ່າ​ດ້ວຍ​ການ​ປ່ອຍ​ອາຍ​ພິດເຮືອນ​ແກ້ວ​ ຂອງ​ໂຄງ​ການສິ່ງ​ແວດ​ລ້ອມ​ ແຫ່ງ​ສະຫະ​ປະຊາ​ຊາດ (UNEP) ​ໄດ້ປຽບທຽບ​ການ​ປ່ອຍມົນ​ລະ​ພິດ ຕາມ​ທີ່​ເຄີຍ​ຄາດ​ການ​ໄວ້ ​ກັບ​ການ​ກຳຈັດ​ອຸນຫະພູມ​ທີ່​ເພີ່ມ​ຂຶ້ນ ຕາມ​ທີ່​​ໄດ້​ຕົກລົງ​ໄວ້ ຕາມ​ຂໍ້​ຕົກລົງ​ປາຣີ ທີ່​ເປັນໄປຕາ​ມຂອບ​ອະນຸ​ສັນຍາ ສະຫະ​ປະຊາ​ຊາດ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ.​​

ໃນ​ລາຍ​ງານ ​ໄດ້​ລະບຸ​ວ່າ: ຄຳ​ໝັ້ນສັນຍາ​ໃໝ່​ຂອງ​ປະ​ເທດ​ຕ່າງໆ ຈຳ​ເປັນ​ຕ້ອງ​ຫຼຸດ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ ​ເພີ່ມ​ຂຶ້ນ 30% ​ເພື່ອ​ຈຳກັດ​ໃຫ້​ອຸນຫະພູມ​ໂລກ​ເພີ່ມ​ຂຶ້ນ 2​ ອົງສາ​ ​ແລະ ​ຕ້ອງ​ຫຼຸດການປ່ອຍອາຍ​ພິດເຮືອນ​ແກ້ວລົງ​ອີກ 55% ​ເພື່ອ​ໃຫ້​ອຸນຫະພູມ​ໂລກ ​ເພີ່ມ​ຂຶ້ນ 1,5 ອົງສາ. ຂະນະ​ດຽວ​ກັນ ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣສ ​ເລຂາ​ທິການ ສ​ປ​ຊ ກ່າວ​ວ່າ: ຖ້າ​ປະ​ເທດ​ຕ່າງໆ ຍັງ​ບໍ່​ຫຼຸດການ​ປ່ອຍອາຍ​ພິດ​​ເຮືອນ​ແກ້ວ​ຢ່າງ​ຈິງ​ຈັງ ​ອາດຈະ​ບໍ່​​ບັນລຸເປົ້າໝາຍ ທີ່​ຈຳກັດອຸນຫະພູມ​ໂລກ ​ເພີ່ມ​ຂຶ້ນ 1,5 ອົງສາ ​ແລະ ກຸ່ມ​ປະ​ເທດ ເສດຖະກິດ​ແຖວ​ໜ້າ​ຂອງ​ໂລກ ຫລື ຈີ 20 ຄວນ​ໃຫ້​ຄວາມ​ສຳຄັນ ກັບ​ເລື້ອງ​ນີ້ ​ແລະ ຄວນ​ໃຫ້​ຄຳ​ໝັ້ນສັນຍາ ຈະຫຼຸດ​ການ​ປ່ອຍ​​ອາຍ​ພິດ​ເຮືອນ​ແກ້ວ ທີ່​ສອດຄ່ອງ​ກັບ​ເປົ້າໝາຍທີ່​ຈຳກັດ ​ອຸນຫະພູມ​ໂລກ ​ເພີ່ມ​ຂຶ້ນ 1,5​ ອົງສາ​ເທົ່າ​ນັ້ນ.