ຮ່າຕິ້ງບູລະນະໃຫ້ ສົມບູນແບບເພື່ອພັດທະນາລະບົບນິເວດ logistics ເປັນເທື່ອລະກ້າວ

539

ໃນ​ໄລຍະ​ກ່ອນ​ ປີ 2021, ພື້ນຖານ​ເສດຖະກິດ​ຂອງ​ແຂວງ ຮ່າ​ຕິ້ງ ​ເວົ້າລວມ ແລະ ​ບັນດາ​ຂະ​ແໜງ​ອຸດສາຫະ ກຳເວົ້າສະເພາະ ແມ່ນກຳລັງມີຖ່ວງທ່າພັດທະນາດີ; ໂຄງ​ປະ​ກອບ​ເສດ​ຖະ​ກິດ​ສືບຕໍ່ມີການຫັນປ່ຽນຕາມທິດທາງທີ່ຕັ້ງໜ້າ. ​ເຖິງ​ແມ່ນວ່າ​ທ່າ​ອ່ຽງ​ໃນການ​ຂົນ​ສົ່ງ​ສິນຄ້າ​ດ້ວຍ​ຕູ້​ຄອນ​ເທນ​ເນີ​ (container) ຜ່ານ​ບັນດາທ່າ​ເຮືອ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກຫຼາຍ​ແຂວງ, ນະຄອນ, ​ແຕ່​ໃນ​ເວລາ​ນັ້ນ​ ຢູ່ໃນບໍລິເວນຂອງແຂວງແມ່ນຍັງ​ບໍ່​ທັນ​ມີ​ທ່າ​ເຮືອ​ຂົນ​ສົ່ງ​ສິນຄ້າ​ດ້ວຍຕູ້ຄອນເທນເນີເທື່ອ.

ຄວາມຕ້ອງການໃນການຂົນສົ່ງສິນຄ້າດ້ວຍຕູ້ຄອນເທນເນີຂອງວິສາຫະກິດທ້ອງຖິ່ນ ເຖິງວ່າ ຍັງບໍ່ທັນມີຫຼາຍປານໃດ ແຕ່ກໍເລີ່ມມີຢູ່ແລ້ວ. ສະນັ້ນ, ບັນດາປະເພດສິນຄ້າຕູ້ຄອນເທນເນີ ຂອງວິສາ ຫະກິດ ແຂວງຮ່າຕິ້ງ ແລະ ບັນດາແຂວງໃກ້ຄຽງມັກຈະນໍາເຂົ້າ ແລະ ສົ່ງອອກ ໂດຍອາໄສບັນດາທ່າ ເຮືອ ຮາຍຟ່ອງ (Hai Phong), ສິນຄ້າພາຍໃນໄດ້ຂົນສົ່ງໂດຍຜ່ານທ່າເຮືອເກື໋ອລໍ່ (Cua Lo), ແຂວງເຫງະອານ (Nghe An).

ບັນດາ “ເງື່ອນໄຂທີ່ຈໍາເປັນ” ເພື່ອພັດທະນາລະບົບນິເວດ Logistics

ທີໜຶ່ງ, ແມ່ນ​ປະຕູ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຢູ່ທາງທິດ​ເໜືອຂອງ​ພາກ​ກາງ​, ສ່ວນ​ໜຶ່ງ​ຂອງ​ລາວ ແລະ ພາກ​ຕາ​ເວັນ​ອອກສ່ຽງ​ເໜືອ​ຂອງ​ໄທ.

ຮ່າຕິ້ງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີເງື່ອນໄຂສະດວກໃນການເຄື່ອນໄຫວຂົນສົ່ງສາກົນ ທັງທາງ ທະເລ ແລະ ທາງບົກ; ເປັນປະຕູນຳເຂົ້າ ແລະ ສົ່ງອອກທາງທິດ​ເໜືອຂອງ​ພາກ​ກາງ ແລະ ພາກເໜືອ ກັບຕະຫຼາດຂອງລາວ ແລະ ທິດຕາເວັນອອກສ່ຽງເໜືອຂອງໄທ ໂດຍຜ່ານດ່ານຊາຍແດນສາກົນກໍແຈວ (Cau Treo) ແລະ ຈາລໍ (Chalo), ຜ່ານທາງຫຼວງແຫ່ງຊາດເລກ 8 A ແລະ ທາງຫຼວງແຫ່ງຊາດ ເລກ 1. ພ້ອມ​ກັນ​ນັ້ນ, ຮ່າ​ຕິ້ງ ກໍແມ່ນ​ຈຸດ​ເຕົ້າ​ໂຮມ – ເປັນຊ່ອງປະຕູ​ທີ່​ສັ້ນ​ທີ່​ສຸດ​ອອກສູ່​ທະ​ເລ​ຕາ​ເວັນ​ອອກ, ຊ່ວຍ​ເຊື່ອມ​ໂຍງ​ສິນຄ້າ​ຜ່ານ​ແດນ​ຂອງຕະຫຼາດ 2 ແຫ່ງ​ນີ້​ກັບ​ກຸ່ມ​ທ່າ​ເຮືອ ​ໂຮ່ຈີ​ມິນ ກາຍແມັບ (Cai Mep), ແລກຮວ່ຽນ (Lach Huyen) ເພື່ອແລກປ່ຽນຄ້າຂາຍ​ກັບ​​ປະ​ເທດຕ່າງໆໃນ​ໂລກ.

No photo description available.

ທີສອງ, ກຸ່ມທ່າເຮືອ ຫວຸ້ງແອັງ ໄດ້ວາງແຜນກຳນົດເປັນທ່າເຮືອປະເພດ I ໃນລະບົບທ່າເຮືອ

ຂອງຫວຽດນາມ ຮອດ ປີ 2020, ກຳນົດທິດຮອດ ປີ 2030, ທີ່ມີຈຸດໝາຍ “ທອງ” ບົນແລວທາງ ຂອງບັນດາເສັ້ນທາງເດີນທະເລສາກົນ.

ກຸ່ມທ່າເຮືອ ຫວຸ້ງແອັງ ມີຊ່ອງທາງເດີນເຮືອສັ້ນ (ຫ່າງຈາກຫຼັກທຸ່ນເລກ 0 ປະມານ 1,7 ໄມທະເລ) ແລະ ມີ ຄວາມເລິກທໍາມະຊາດຂະຫນາດໃຫຍ່, ແຕ່ 11 – 22 ແມັດ. ດ້ວຍຄວາມ​ເລິກ​ອັນຍອດຢ້ຽມນີ້, ກຸ່ມ​ທ່າ​ເຮືອ ຫວຸ້ງ​ແອັງ – ເຊີນ​ເຢືອງ ສາມາດ​ຮັບ​ກຳ​ປັ່ນ​ທີ່​ມີ​ນ້ຳ​ໜັກ​ແຕ່ 50.000 – 300.000 DWT (ໂຕນ) ແລະ ກຳ​ປັ່ນ​ບັນທຸກ​ຄອນເທນເນີ ທີ່ມີນ້ຳ​ໜັກ​ເຖິງ 4.000 TEU (ໂຕນ). ຕາມ​ຂໍ້​ຕົກລົງ​ສະບັບ​ເລກທີ 1579/QĐ-TTg ລົງ​ວັນ​ທີ 22 ກັນຍາ 2021 ຂອງ​ນາຍົກລັດຖະມົນຕີ ​ໄດ້​ຮັບຮອງ​ເອົາ​ແຜນ​ແມ່​ບົດ​ພັດທະນາ​ລະບົບ​ທ່າ​ເຮືອ​ຫວຽດນາມ ​ໄລຍະ 2021-2030, ​ວິ​ໄສ​ທັດ​ຮອດ ​ປີ 2050 ຕາມ​ນັ້ນ​ແລ້ວ, ກຸ່ມທ່າເຮືອ ຫວຸ້ງແອັງ, ເຊີນເຢືອງ ທີ່ຂຶ້ນກັບ​ເຂດ​ເສດຖະກິດ​ຫວຸ້ງແອັງ ​ແມ່ນ​ສູນ​ກາງ​ຂອງ​ພາກ​ພື້ນ – ທ່າ​ເຮືອ​ປະ​ເພດ I, ທ່າ​ເຮືອທົ່ວໄປ ​ແລະ ທ່າເຮືອ​ສັງລວມ​ແຫ່ງ​ຊາດທີ່ນອນຢູ່ໃນ​ລະບົບ​ທ່າ​ເຮືອ​ຂອງ​ຫວຽດນາມ.

ທີສາມ, ພື້ນຖານໂຄງລ່າງເຊື່ອມຕໍ່ລະຫວ່າງພາກພື້ນ, ຍານພາຫະນະຫຼາຍປະເພດ.

ຕົວເມືອງຮ່າ​ຕິ້ງ ​​ຕັ້ງຫ່າງ​ຈາກ​ສະ​ໜາມ​ບິນ ວິງ 50 ກິ​ໂລ​ແມັດ​ ເຊິ່ງ​ລົດແລ່ນ​ບໍ່​ຮອດ 1 ຊົ່ວ​ໂມງ ກໍຈະເຖິງ ແລະ ຕັ້ງຫ່າງ​ຈາກ​ສະ​ໜາມ​ບິນ ດົ່ງເຮີ໊ຍ 141 ກິ​ໂລ​ແມັດ ເຊິ່ງ​ລົດ​ແລ່ນ​ປະ​ມານ 2 ຊົ່ວ​ໂມງກໍຈະເຖິງ. ເສັ້ນທາງລົດໄຟເໜືອ-ໃຕ້ ແລ່ນຜ່ານບໍລິເວນແຂວງ ຮ່າຕິ້ງ ມີຄວາມຍາວປະມານ 71 ກິໂລແມັດ, ລວມມີ 8 ສະຖານີ; ​ທາງ​ຫຼວງ​ແຫ່ງ​ຊາດ​ເລກ 1, ​ເສັ້ນທາງ​ ໂຮ່ຈີ​ມິນ​ ແມ່ນ​ເສັ້ນທາງ​ລຽບ​ຕາມ​ທິດ​ເໜືອ-​ໃຕ້​ຂອງ​ແຂວງ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ແຂວງຮ່າ​ຕິ້ງ ໄດ້​ສຸມ​ໃສ່​ການລົງທຶນ​ເພື່ອພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມທາງບົກຢ່າງຕໍ່ເນື່ອງ ແລະ ລຸລ່ວງພໍສົມຄວນ.

ຄຽງຄູ່​ກັນ​ນັ້ນ, ເສັ້ນທາງ​ດ່ວນ​ ບ່າ​ຍ​ວອດ – ຫວຸ້ງແອັງ, ທາງ​ລົດ​ໄຟທີ່​ເຊື່ອມ​ຕໍ່​ວຽງ​ຈັນ – ຫວຸ້ງແອັງ ເຊິ່ງລັດຖະບານ​ 2 ປະເທດ ຫວຽດນາມ – ລາວ ກໍາລັງໄດ້ຈັດຕັ້ງ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ​. ນີ້​ແມ່ນ​ເສັ້ນ​ທາງ​ສັນ​ຈອນສຳຄັນ “ສາຍໂລຫິດ” ເຊິ່ງຊ່ວຍ​ພັດ​ທະ​ນາ​ປະ​ລິ​ມານ​ສິນຄ້າຜ່ານແດນທີ່​ຂົນ​ສົ່ງ​ມາຈາກ​ລາວ. ນອກຈາກນັ້ນ, ເພື່ອຮັບເອົາສິນຄ້າຈາກທ່າເຮືອ ຫວຸ້ງແອັງ ແລະ ເກື໋ອລໍ່ ໄປຍັງ ລາວ ແລະ ໄທ, ແຂວງ ຮ່າຕິ້ງ ພວມຊຸກຍູ້ສົ່ງເສີມການລົງທຶນກໍ່ສ້າງ ທ່າບົກ ICD ແຫ່ງໜຶ່ງ ຢູ່ເຂດດ່ານຊາຍແດນສາກົນ ກໍແຈວ. ຈາກນັ້ນແລ້ວ, ໃນໄລຍະ 2021 – 2025, ຈະສ້າງ ທ່າບົກໃນເນື້ອທີ່ປະມານ 5 – 10 ເຮັກຕາ, ມີກຳລັງການຜະລິດ 13.500 – 27.000 TEU (ໂຕນ)/ປີ.

ທີ​ສີ່, ວາງແຜນ​ກຳນົດ​ເຂດ​ເສດຖະກິດ​ (KKT) ​ ຫວຸ້ງແອັງ ໃຫ້​ກາຍ​ເປັນ​ເຂດ​ເສດຖະກິດ​ຫຼາຍ​

ສູນຂົນສົ່ງສິນຄ້າຢູ່ໃນເຂດ​ເສດຖະກິດ​ (KKT)  ຫວຸ້ງແອັງ ໄດ້ວາງແຜນເປັນສູນຂົນສົ່ງສິນຄ້າປະ ເພດ I, ເຊິ່ງຮັບໃຊ້ບັນດາການບໍລິການຂົນສົ່ງພາຍໃນແຂວງ, ພາກພື້ນ ແລະ ສາກົນ. ນີ້​ຍັງ​ແມ່ນ​ຈຸດ​ເຕົ້າ​ໂຮມ​ສິນຄ້າ​ຈາກບັນ ດາເຂດ​ເສດຖະກິດ​, ​ເຂດ​​ ແລະ ກຸ່ມອຸດສາຫະກຳທີ່ຂຶ້ນກັບແຂວງ ຮ່າ​ຕິ້ງ ​ແລະ ບໍລິເວນທາງທິດເໜືອຂອງແຂວງ​ກວາງ​ບິ່ງ ​ເພື່ອ​ຂົນ​ສົ່ງ​ໄປ​ຍັງ​ທ່າ​ເຮືອ ຮາຍຟ່ອງ ດ້ວຍທາງ​ທະ​ເລ; ຂົນ​ສົ່ງທາງ​ທະ​ເລ​ຢ່າງ​ໂດຍ​ກົງໄປຍັງບັນດາ​ທ່າ​ເຮືອສົ່ງຕໍ່ຂະໜາດໃຫຍ່ໃນ​ພາກ​ພື້ນ ​ຄື: ຮົງ​ກົງ (ຈີນ), ສິງ​ກະ​ໂປ; ຂົນສົ່ງທາງບົກ (ເສັ້ນທາງຫຼວງເລກ 8 ແລະ ເສັ້ນ ທາງຫຼວງເລກ 12C) ໄປຍັງ ລາວ ແລະ ບັນດາແຂວງພາກຕາເວັນອອກສ່ຽງເຫນືອຂອງປະເທດໄທ.

ເພື່ອເປັນການກະຕຸ້ນຄວາມຕ້ອງການຂອງຕະຫຼາດ, ວັນທີ 28 ເມສາ 2021, ສະພາປະຊາ ຊົນແຂວງໄດ້ອອກມະຕິອະນຸຍາດໃຫ້ປະຕິບັດນະໂຍບາຍຊ່ວຍໜູນສົ່ງເສີມບໍລິສັດກຳປັ່ນຂົນຖ່າຍສິນຄ້າຢູ່ໃນທ່າເຮືອ ແລະ ດຶງດູດວິສາ ຫະກິດ.

ທີ​ຫ້າ, ຮ່າ​ຕິ້ງ ກາຍ​ເປັນ “ຈຸດ​ໝາຍ​ຂອງການ​ລົງ​ທຶນ” ທີ່​ມີ​ທ່າ​ແຮງ.

ຫວ່າງ​ມໍ່ໆ​ມາ​ນີ້, ຮ່າ​ຕິ້ງ ສືບ​ຕໍ່​ແມ່ນ​ບັນດາ​ແຂວງ​ແຖວ​ໜ້າ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງທຶນ ​ແລະ ອັດຕາ​ສ່ວນ​ວິ​ສາ​ຫະກິດ​ທີ່ໄດ້ສ້າງ​ຕັ້ງ​ໃໝ່. ມີຫຼາຍ​ໂຄງການ​ຂະໜາດ​ໃຫຍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຄື: ບໍລິສັດ​ໄຮ​ວິນາ ​ຮົ່ງ​ລິ້ງ ​ຈຳກັດ, ​ໂຮງງານ​ຜະລິດເຄື່ອງຫຸ້ມ​ຫໍ່ຊົງລາແຊັງ (Song La Xanh), ໂຮງງານ​ຕັດຫຍິບ​ເສື້ອ​ຜ້າ​ສົ່ງ​ອອກ ອາບແຟຣິເຕັກ (Appareltech), ​ໄລຍະ​ທີ 1 ໂຮງງານ​ປຸງ​ແຕ່ງ​ຜະລິດ​ຕະພັນ​ປ່າ​ໄມ້ອານຫວຽດຟ໊າດ (An Viet Phat)… ເຊິ່ງໄດ້ສ້າງໃຫ້ມີຄວາມຕ້ອງການ logistics ທີ່ໃຫຍ່ກວ່າໃຫ້ແກ່​ທ້ອງ​ຖິ່ນ​. ຮ່າ​ຕິ້ງ​ ໄດ້, ກຳລັງ ​ແລະ ຈະ​ສຸມ​ໃສ່​ລະດົມ​ແຫຼ່ງກຳລັງ​ລົງທຶນ​ເພື່ອກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທ່າ​ເຮືອ​ຄື: ທ່າ​ເຮືອ​ ລາວ – ຫວຽດນາມ, ຮ່ວາງ​ເຊີນ, ກຸ່ມ​ບໍລິສັດວິນກຣຸບ (Vingroup)… ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ຄັງ​ເກັບ​ມ້ຽນສິນຄ້າ… ມີຫຼາຍ​ກຸ່ມບໍລິສັດທີ່​ໄດ້​ສະ​ເໜີການ​ສຶກສາ, ສຳຫຼວດກໍ່ສ້າງ​ກຸ່ມທ່າ​ເຮືອ​ໜຶ່ງ, ສູນ​ການ​ຂົນ​ສົ່ງຂະໜາດ​ໃຫຍ່, ​ເຊື່ອມ​ຕໍ່​ລະຫວ່າງທ່າ​ເຮືອ ຫວຸ້ງແອັງ ກັບ​ບັນດາທ່າ​ເຮືອ​ສາກົນ.

ເດືອນ​ ມັງກອນ ​ປີ 2021, ​ແຂວງ ຮ່າ​ຕິ້ງ ​ແລະ ບໍລິສັດໃຫຍ່ເຕິນກ໋າງໄຊງ່ອນ (TCT TCSG) ​​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ການ​ລົງທຶນ, ຂຸດ​ຄົ້ນ ​ແລະ ພັດທະນາ​ທ່າ​ເຮືອ ​ແລະ ສູນ​ຂົນ​ສົ່ງ ຫວຸ້ງ​ແອັງ – ​ເຊີນ​ດົ່ງ.

ແລະ “ເງື່ອນໄຂທີ່ພຽງພໍ…”

ຄຽງຄູ່ກັບບັນດາ “ເງື່ອນ​ໄຂ​ຈຳ​ເປັນ” ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນີ້, “ເງື່ອນ​ໄຂ​ທີ່​ພຽງ​ພໍ” ທີ່​ແຂວງ ຮ່າ​ຕິ້ງ ຕ້ອງ​ເຮັດ​ໃຫ້ສົມບູນແບບ​ແມ່ນ​ຫຍັງ? ນັ້ນ​ແມ່ນ​ຍຸດ​ທະ​ສາດ​ພັດທະນາ​ໃນ​ໄລຍະ​ຍາວ, ກໍແມ່ນ​ສິ່ງ​ທີ່ ບໍລິສັດໃຫຍ່ເຕິນກ໋າງ ໄຊງ່ອນ (TCT TCSG) – ວິ​ສາ​ຫະກິດ​ນຳ​ໜ້າ​ໃນ​ຂົງ​ເຂດ​ຂຸດຄົ້ນ​ທ່າ​ເຮືອ ​ແລະ ຂົນ​ສົ່ງ​ສິນຄ້າ​ຢູ່ຫວຽດນາມ ທີ່ພວມ​ກໍ່ສ້າງ​ເພື່ອ​ພັດທະນາ​ສູນ​ຂົນ​ສົ່ງ​ສິນຄ້າ​ຢູ່ ຫວຸ້ງ​ແອັງ, ແຂວງຮ່າ​ຕິ້ງ.

ບົນ​ພື້ນຖານ​ການ​ລົງ​ນາມ​ໃນບົດ​ບັນທຶກ​ຊ່ວຍຈຳ​ລະຫວ່າງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕິ້ງ ກັບບໍລິສັດ ໃຫຍ່ເຕິນກ໋າງ ໄຊງ່ອນ (TCT TCSG), ວັນ​ທີ 10 ​ເມສາ 2021, ກຳ​ປັ່ນ​ບັນທຸກ​ສິນຄ້າ​ລຳ​ທຳ​ອິດ​ໄດ້​ເຂົ້າ​ຈອດ​ຢູ່​ທ່າ​ເຮືອ​ສາກົນ​ລາວ-ຫວຽດນາມ (ທ່າ​ເຮືອຫ​ວຸ້ງ​ແອັງ) ໂດຍບໍລິສັດ ຫຸ້ນສ່ວນ ຂົນສົ່ງທ່າເຮືອສາກົນ ລາວ-ຫວຽດນາມ ແລະ ບໍລິສັດຫຸ້ນສ່ວນຂົນສົ່ງທາງທະເລ ເຕິນກ໋າງ (Tan Cang Shipping) – ສະມາຊິກຂອງລະບົບບໍລິສັດໃຫຍ່ ເຕິນກ໋າງໄຊງ່ອນ (TCT TCSG), ໄດ້ຮ່ວມມືປະຕິບັດ. ນີ້​ແມ່ນ​ລະບົບການບໍ​ລິ​ການ​ຂົນ​ສົ່ງ​ທາງທະເລທີ່​ເຊື່ອມ​ຕໍ່ລະຫວ່າງ ຮາຍ​ຟ່ອງ – ຫວຸ້ງ​ແອັງ – ນະ​ຄອນ ໂຮ່​ຈິ​ມິນ ແລະ ກົງ​ກັນ​ຂ້າມ. ນັບ​ແຕ່​ນັ້ນ​ມາ, ​ໄດ້​ຮັບ​ການ​ເຄື່ອນ​ໄຫວ​ຢ່າງ​ໝັ້ນ​ທ່ຽງ 2-4 ​ເທື່ອ​ຕໍ່​ເດືອນ, ຮັບປະກັນ​ຄວາມ​ຕ້ອງການ​ຄົມມະນາຄົມ​ຂົນ​ສົ່ງ​ໃຫ້ແກ່ບັນດາ​ວິ​ສາ​ຫະກິດ​ພາຍໃນ​ແຂວງ​ຄື: ສິນຄ້າ​ນຳ​ເຂົ້າ-ສົ່ງ​ອອກ​ຈາກ​ທ່າ​ເຮືອ ຮາຍ​ຟ່ອງ ​ໄປ​ຍັງ​ໂຮງງານ Formosa, ຂົນ​ສົ່ງ​ສິນຄ້າພາຍ​ໃນ​ຈາກ ຮ່າ​ຕິ້ງ ໄປ​ຍັງ​ບັນດາ​ແຂວງ​ພາກ​ໃຕ້ຂອງ ແທັງແທັ່ງດາດ, ສິນຄ້າກາລີ (ຈາກລາວ)…ເປັນຂີດໝາຍເບື້ອງຕົ້ນແຫ່ງຜົນສຳເລັດໃນຍຸດທະສາດສ້າງສັນວິທີການແກ້ໄຂການເຊື່ອມຕໍ່ logistics ຢູ່ຕະຫຼາດ ຮ່າຕິ້ງ ຂອງບໍລິສັດໃຫຍ່ເຕິນກ໋າງ ໄຊງ່ອນ (TCT TCSG), ແລະ ຄ່ອຍໆ ກ້າວໄປສູ່ການສົ່ງອອກການບໍລິການຂົນສົ່ງສິນຄ້າໄປຍັງຕະຫຼາດຕ່າງປະເທດ ເພາະເມື່ອເສັ້ນທາງຂົນ ສົ່ງຕູ້ຄອນເທນເນີນີ້ ໄດ້ຮັບການຈັດຕັ້ງປະຕິບັດ ຈະ​ສ້າງ​ຄວາມ​ດູດ​ດື່ມ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ເຂົ້າ ມາເຂດເສດຖະກິດ​ຫວຸ້ງແອັງ ​ເຊິ່ງຈະ​ດຶງ​ດູດ​ບັນດາ​ລູກ​ຄ້າ​ທີ່​ມີ​ທ່າ​ແຮງ​ຈາກ​ບັນດາ​ໂຮງງານ, ລູກ​ຄ້າ​ນຳ​ເຂົ້າ-ສົ່ງ​ອອກ, ບັນດາບໍລິສັດ​ສະໜອງ​ການ​ບໍລິການ​ຂົນ​ສົ່ງ​ສິນຄ້າ​ຢູ່​ບັນດາທ້ອງ​ຖິ່ນ​ບ້ານ​ໃກ້​ເຮືອນ​ຄຽງ, ຄູ່​ຮ່ວມ​ມື ​ແລະ ລູກ​ຄ້າ​ຂອງ​ລາວ ​ແລະ ​ໄທ.

May be an image of 5 people and text

ໃນ​ໄລຍະ​ທີ່ຈະ​ເຖິງນີ້, ວັນ​ທີ 28/10/2021, ບໍລິສັດໃຫຍ່ເຕິນກ໋າງໄຊງ່ອນ (TCT TCSG), ຈະ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ ພາຍໃຕ້​ຫົວ​ຂໍ້ທີ່ວ່າ: “ປຸກ​ຕື່ນທ່າແຮງບົ່ມ​ຊ້ອນຂອງແຂວງ ຮ່າ​ຕິ້ງ – ເຊື່ອມ​ຕໍ່​ລະຫວ່າງ​ພາກ​ພື້ນ, ພັດທະນາ​ຕະຫຼາດ ຫວຽດນາມ – ລາວ” ​ເພື່ອ​ແນະນຳ​ກ່ຽວກັບ ລະບົບ​ການ​ບໍລິການ​ຂົນ​ສົ່ງ​ສິນຄ້າ​ທາງ ທະເລທີ່ເຊື່ອມ​ຕໍ່​ກັບຫວຸ້ງແອັງ ແລະ ບັນດາວິທີການແກ້ໄຂ ການຂົນສົ່ງສິນຄ້າໃຫມ່ສຳລັບລູກຄ້າຕ່າງໆ. ກອງ​ປະຊຸມ​ສຳ​ມະ​ນາ​ຈະມີການເຂົ້າຮ່ວມຂອງ​ຜູ້ຕາງໜ້າ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕິ້ງ, ບັນດາ​ອົງການ​, ຂະແໜງ ການທີ່​ກ່ຽວຂ້ອງ, ບໍລິສັດເຮືອ​ຂົນ​ສົ່ງ​ສາກົນ, ບໍລິສັດໃຫຍ່ເຕິນກ໋າງໄຊງ່ອນ (TCT TCSG) ​ແລະ ບັນດາຄູ່​ຮ່ວມ​ມື​ລູກ​ຄ້າ. ຢູ່​ທີ່​ນີ້, ບັນດາ​ຝ່າຍ​ຕ່າງໆຈະ​ໄດ້ປຶກສາ​ຫາລື ​ແລະ ຊອກ​ຮູ້ກ່ຽວກັບ “​ເງື່ອນ​ໄຂ​ທີ່​ພຽງພໍ” ຕ່າງໆ ​ເພື່ອ​ທີ່ຈະ ຮ່ວມ​ກັນ​ພັດທະນາ​ລະບົບ​ນິ​ເວດ Logistics ຢູ່ທີ່ ຫວຸ້ງ​ແອັງ, ແຂວງ ຮ່າ​ຕິ້ງດ້ວຍ.

ໂດຍ: ຟ້າມວູລີ