ປີ 2020 ເປັນປີທີ່ຮ້ອນທີ່ສຸດຂອງອາຊີ

413

ອົງ​ການ​ອຸ​ຕຸ​​ນິ​ຍົມວິ​ທະ​ຍາ​ໂລກ (WMO) ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານສະ​ພາບ​ອາ​ກາດ​ໃນ​ອາ​ຊີ​ເມື່ອ​ວັນ​ທີ 26 ຕຸ​ລາ​ຜ່ານ​ມາ​ວ່າ: ປີ 2020 ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ຂອງ​ທະ​ວີບ​ອາ​ຊີ ໂດຍ​ສະ​ພາບ​ອາ​ກາດ​ໄດ້​ປ່ຽນ​ແປງ​ຢ່າງ​ຮຸນ​ແຮງ ສົ່ງ​ຜົນ​ກະ​ທົບ​ໄປ​ທົ່ວ​ທະ​ວີບ​ອາ​ຊີ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍ​ພັນ​ຄົນ, ປະ​ຊາ​ຊົນ​ອີກຫຼາຍ​ລ້ານ​ຄົນ​ຕ້ອງ​ອົບ​ພະ​ຍົກ​ຍ້າຍ​ຖິ່ນ​ຖານ ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ມູນ​ຄ່າຫຼາຍ​ຮ້ອຍ​ຕື້​ໂດ​ລາ​ສະ​ຫະ​ລັດ ແລະ ຍັງ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຕໍ່​ໂຄງ​ສ້າງ​ພື້ນ​ຖານ ແລະ ລະ​ບົບ​ນິວ​ເວດ.

ນອກ​ຈາກ​ນີ້ ຍັງ​ຄຸກ​ຄາມ​ແຜນ​ພັດ​ທະ​ນາ​ທີ່​ຍືນ​ຍົງ, ຂະ​ນະ​ທີ່​ຄວາມ​ບໍ່​ໝັ້ນ​ຄົງ​ທາງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ນ້ຳ, ຄວາມ​ສ່ຽງ​ດ້ານ​ສຸ​ຂະ​ພາບ ແລະ ການ​ເຊື່ອມ​ໂຊມ​ຂອງ​ສິ່ງ​ແວດ​ລ້ອມ​ກໍ​ກຳ​ລັງ​ເພີ່ມ​ສູງ​ຂຶ້ນ​ເຊັ່ນ​ດຽວ​ກັນ.