ໄຊບູລີ ແຕ່ງຕັ້ງພະນັກງານຫຼັກແຫຼ່ງລະດັບຄຸ້ມຄອງຫຼາຍຕໍາແໜ່ງ

1093

ເພື່ອປັບປຸງລະບົບກົງຈັກການຈັດຕັ້ງ ພັກ-ລັດ ໃຫ້ມີຄວາມເຂັ້ມແຂງ ແທດເໝາະກັບສະພາບຄວາມເປັນຈິງໃນການສ້າງສາພັດທະນາປະເທດຊາດ ປະຕິບັດຕາມ ແນວທາງນະໂຍບາຍຂອງພັກ-ລັດ ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຮຸ່ງເຮືອງສີວິໄລ

ດັ່ງນັ້ນໃນ ວັນທີ 26 ຕຸລາ 2021 ນີ້ ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງເຄື່ອນຍ້າຍ ແລະ ສັບຊ້ອນພະນັກງານນໍາພາຄຸ້ມຄອງຢູ່ຂັ້ນເມືອງ ໂດຍການ ເປັນປະທານຂອງ ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ມີບັນດາທ່ານ ຫົວໜ້າຫ້ອງການ, ຄະນະຫ້ອງການ ຕະຫຼອດຮອດນາຍບ້ານ 54 ບ້ານ ໃນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ການປະກາດການຈັດຕັ້ງຄັ້ງນີ້ ທ່ານເຈົ້າເມືອງໄຊບູລີ ໄດ້ອອກຂໍ້ຕົກລົງ ດ້ວຍການແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ເຊິ່ງໄດ້ມີການຕົກລົງແຕ່ງຕັ້ງ ທ່ານ ແສງສະຫວັນ ພົມມະບຸດ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວລ້ອມເມືອງ ມາເປັນ ຫົວໜ້າຄະນະຈັດຕັ້ງເມືອງ, ແຕ່ງຕັ້ງທ່ານ ລໍາພອນ ສີວິໄລສຸກ ພະນັກງານຂະແໜງຈັດຕັ້ງ-ບໍລິຫານ ແລະ ການເງິນພະແນກໂຍທາທິການ ແລະຂົນສົ່ງ ແຂວງ ເປັນຮອງຫົວໜ້າຫ້ອງການ ຍທຂ ເມືອງ ໄຊບູລີ; ແຕ່ງຕັ້ງທ່ານ ທະນູໄຊ ນິນນະໂສພາ ໜ່ວຍງານຫ້ອງວ່າການເມືອງ ຂື້ນເປັນຮອງຫົວໜ້າຫ້ອງການ ຍທຂ ເມືອງ.

ຕົກລົງແຕ່ງຕັ້ງ ທ່ານ ສີດໍາ ຄໍາທະຈັນ ຮອງປະທານກວດກາພັກ-ລັດ ເມືອງ ຍ້າຍໄປເປັນຮອງຫົວໜ້າຫ້ອງການ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ແຕ່ງຕັ້ງທ່ານ ວົງເດືອນ ອ່ອນແກ້ວ ພະນັກງານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເປັນຫົວໜ້າຫ້ອງການຊັບພະຍາກອນ ແລະ ທໍາມະຊາດເມືອງໄຊບູລີ.

ນອກຈາກນີ້ແລ້ວຄະນະ ປະຈໍາພັກເມືອງໄຊບູລີ ກໍ່ຍັງໄດ້ມີມະຕິຕົກລົງແຕ່ງຕັ້ງ ສະຫາຍ ແສງສະຫວັນ ພົມມະບຸດ ຄະນະປະຈໍາພັກເມືອງເປັນຜູ້ຊີ້ນໍາ2ກຸ່ມບ້ານຄື: ກຸ່ມຍາງຄໍ້າ ແລະ ກຸ່ມສາລະພູມ. ແຕ່ງຕັ້ງສະຫາຍ ສຸວັນທອນ ທິບທິລາດ ກໍາມະການພັກເມືອງ ເປັນຜູ້ຊີ້ນໍາກຸ່ມແກ້ງກະເບົາ ພ້ອມທັງຊີ້ນໍາບ້ານຍາງຄໍ້າ ບ້ານໃຫ່ຍ ຄ້າຍຄືຕົວເມືອງນ້ອຍ, ແຕ່ງຕັ້ງສະຫາຍ ນາງ ພິດສະໄໝ ອິນທະວົງ ກໍາມະການພັກເມືອງຊີ້ນໍາກຸ່ມຍາງຄໍ້າ.
ຈາກ: ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ