ອະດີດພະນັກງານຫ້ອງການ ປູກຜັກຂາຍລາຍຮັບ 175 ລ້ານກີບພາຍໃນ 3 ເດືອນ

1682

ການມີທຸລະກິເປັນຂອງຕົນເອງ ມີເຮືອນ, ລົດ ຕັ້ງແຕ່ອາຍຸຍັງນ້ອຍ ເປັນໜຶ່ງໃນເປົ້າໝາຍຂອງຄົນລຸ້ນໃໝ່ ຍິ່ງໃນຍຸກປັດຈຸບັນທີ່ຊ່ອງທາງ ອອນລາຍ ກາຍເປັນເຄື່ອງມືທີ່ສຳຄັນ ຊ່ວຍໃຫ້ທຸກຄວາມຝັນເປັນຈິງ ແລະ ສາມາດສ້າງທຸລະກິດໃຫ້ປະສົບຜົນສຳເລັດໄດ້ ຈຶ່ງມີທຸລະກິດ ພໍ່ຄ້າ ແມ່ຄ້າ ອອນລາຍໜ້າໃໝ່ເກີດຂຶ້ນຢ່າງຫຼວງຫຼາຍໃນຍຸກປັດຈຸບັນ.

ມື້ນີ້ມາຮູ້ຈັກກັບ ໜຸ່ມ ອາເນັກ ຂະຫຍັນຂາຍ ຫຼື ຕາ ຈາກລູກຊາວນາ ອະດີດມະນຸດເງິນເດືອນຫ້ອງການ ຫັນໂຕເອງມາເຮັດກະສິກຳແບບເຕັມຕົວ ມາເປັນນັກປັງປຸງ ພັນສະຫຼັດ ແລະ ຜະລິດເມັດພັນຜັກອິນຊີ ແລະ ເຈົ້າຂອງຟາມ ຜັກ ດອກໄມ້ອິນຊີ ໃນຈັງຫວັດຊຽງໃໝ່ ປະເທດໄທ ໃນຊ່ອງທາງອອນລາຍ ເຊິ່ງສາມາດສ້າງລາຍໄດ້ເດືອນລະ ເກືອບ 200 ລ້ານກີບ ເຮັດຕາມຄວາມຝັນຂອງຕົນເອງໃຫ້ເປັນຈິງ ປັດຈຸບັນມີທັງເຮືອນ ແລະ ລົດ ທີ່ດິນ ໃນໄວອາຍຸພຽງ 35 ປີ.

ຄວາມສຳເລັດຂອງໜຸ່ມ ອາເນັກນີ້ ຍິ່ງຕອກຢ້ຳໃຫ້ເຫັນວ່າ ທຸລະກິດອອນລາຍ ເປັນເລື່ອງທີ່ປະສົບຜົນສຳເລັດໄດ້ແທ້ ຖ້າວ່າທຸກຄົນເລີ່ມລົງມືເຮັດ ແລະ ກ້າທີ່ຈະກ້າວເດີນໄປເຮັດຕາມຄວາມຝັນຂອງຕົນເອງຢ່າງມຸ້ງໝັ້ນ. ເຊິ່ງວ່າຈຸດເລີ່ມຕົ້າແມ່ນມາຈາກການຂັດໃຈຂອງພໍ່ ລາອອກຈາກວຽກປະຈຳມາເຮັດກະສິກຳ

ໜຸ່ມອາເນັກ ພໍ່ແມ່ນມີອາຊີບກະເສດ ແມ່ມີອາຊີບຄ້າຂາຍ ແລະ ຄິດຢາກມີທຸລະກິດເປັນຂອງຕົນເອງ ກໍ່ເລີຍເລີ່ມລົງມືສ້າງຟາມຜັກ ດອກໄມ້ອິນຊີ ດ້ວຍພື້ນທີ່ບໍ່ໃຫຍ່ ແລະ ລູກນ້ອງພຽງ 1 ຄົນ ເຊິ່ງວ່າໃນຊ່ວງບຸກເບີກຍັງບໍ່ມີຕະຫຼາດຮັບຮອງຫຼາຍເທົ່າທີ່ຄວນ ແຕ່ເພາະຄວາມມັກຮັກ ຈຶ່ງບໍ່ຢ້ານຕໍ່ອຸປະສັກໃດໆ

ຈົນມື້ໜຶ່ງໜຸ່ມອາເນັກ ຕັດສິນໃຈ ໂພສຂັ້ນຕອນຕ່າງໆ ລົງໂຊຊ້ຽວເປັນຕົ້ນແມ່ນ ການລົງຮູບ ລົງຄິບ ລາຍລະອຽດການປູກໃຫ້ຜູ້ຄົນສົນໃຈ ທັງເຟສບຸກ, ຢູທຸບ ຂອງຕົນເອງ ຈົນມີຄົນເລີ່ມມາຊື້ເມັດພັນໄປໃຊ້ ແລະ ບາງຄັ້ງກໍ່ມີການແຈກເມັດພັນຟຣີ ແລະ ມີຫຼາຍຄົນທີ່ຫັນປ່ຽນຈາກທີ່ເຄີຍຊື້ບ່ອນອື່ນຫັນມາຊື້ກັບຕົນໃນທີ່ສຸດ
ໜຸ່ມອາເນັກ ໄດ້ໃຊ້ພື້ນທີ່ອອນລາຍໃຊ້ໃນການນຳສະເໜີ ເພື່ອໃຫ້ຄົນຮູ້ຈັກ ແລະ ຕິດຕາມຫຼາຍ ຈົນມີຄົນແຊເປັນຈຳນວນຫຼາຍ ແລະ ມາຊື້ຫຼາຍຂຶ້ນເລື້ອຍໆ ຈົນທີ່ສຸດແລ້ວ ຈາກ 1 ງານສູ່ 1 ໄລ່ ພະລັງໂຊຊ້ຽວ 3 ເດືອນສາມາດສ້າງລາຍຮັບ ເກືອບ 200 ລ້ານກີບ.

ເມື່ອທຸລະກິດຮູ້ຈັກກັນຫຼາຍຂຶ້ນໃນໂລກອອນລາຍ ເຮັດໃຫ້ເຫັນຜົນໄດ້ຢ່າງວ່ອງໄວ ມີທັງລູກຄ້າປະຈຳ ແລະ ລູກຄ້າອອນລາຍ ແລະ ໄດ້ຂະຫຍາຍພື້ນທີ່ ແລະ ຖືວ່າປະສົບຜົນສຳເລັດໃນທີ່ສຸດ
ຈາກ: Anek khayankhai