ອີຢູ ເລີ່ມຂະບວນການອະນຸມັດນຳໃຊ້ຢາ ໂມລນູພີຣາເວຍແລ້ວ

1126

​ອົງ​ການ​ການ​ຢາ ແຫ່ງ ສະ​ຫະ​ພາບເອີ​ຣົບ (EMA) ໄດ້​ເລີ່ມຕົ້ນ​ຂະ​ບວນ​ການ​ປະ​ເມີນ​ປະ​ສິດ​ທິ​ພາບ​ຂອງ​ຢາ​ໂມ​ລ​ນູ​ພີ​ຣາ​ເວຍ ເຊິ່ງ​ເປັນ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ຢ່າງ​ຮີບ​ດ່ວນ​ແລ້ວ.

ໃນ​ໄລ​ຍະ​ຜ່ານ​ມາ EMA ຈະ​ໃຊ້​ມາດ​ຕະ​ການ “rolling review” ໃນ​ການ​ເລັ່ງ​ຂະ​ບວນ​ການ​ປະ​ເມີນ​ຜົນ​ຕໍ່​ຢາ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ​ໃນ​ຊ່ວງ​ທີ່​ເກີດ​ພາ​ວະ​ສຸກ​ເສີ​ນ​ດ້ານ​ສາ​ທາ​ລະ​ນະ​ສຸກ ໂດຍ ອົງ​ການ​ການ​ຢາ​ແຫ່ງ​ອີ​ຢູ​ຈະ​ປະ​ເມີນ​ຂໍ້​ມູນ​ປະ​ສິດ​ທິ​ພາບ​ຂອງ​ຢາ​ທັນ​ທີ​ທີ່​ມີ​ການ​ເຜີຍ​ແຜ່​ອອກ​ມາ ແທນ​ທີ່​ຈະ​ລໍ​ຖ້າ​ໃຫ້​ບໍ​ລິ​ສັດ​ຜູ້​ຜະ​ລິດ ລວບ​ລວມ​ຂໍ້​ມູນ​ທີ່​ຈຳ​ເປັນ​ທັງ​ໝົດ ແລະ ຍື່ນ​ເລື່ອງ​ຢ່າງ​ເປັນ​ທາງ​ການ​ຕໍ່ EMA.

ການ​ທີ່ EMA ​ໃຊ້​ຂະ​ບວນ​ການປະ​ເມີນ​ປະ​ສິດ​ທິ​ພາບ​ຂອງ​ຢາ​ໂມ​ລ​ນູ​ພີ​ຣາ​ເວຍ​ຢ່າງ​ເລັ່ງ​ດ່ວນ ກໍ​ມີ​ທ່າ​ອ່ຽງ​ສູງ​ທີ່ EMA ຈະ​ອະ​ນຸ​ມັດ​ນຳ​ໃຊ້​ຢາ​ດັ່ງ​ກ່າວ​ກ່ອນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ເນື່ອງ​ຈາກຄາດ​ການວ່າ ກວ່າ​ສຳ​ນັກ​ງານ​ອາ​ຫານ ແລະ ຢາສະ​ຫະ​ລັດ (FDA) ອະ​ນຸ​ມັດ​ນຳ​ໃຊ້​ຢາ​ດັ່ງ​ກ່າວ​ກໍ​ປະ​ມານ​ເດື​ອນ​ທັນ​ວາ 2021.

ກ່ອນ​ໜ້າ​ນີ້ ບໍ​ລິ​ສັດ​ເມີກ ເຊິ່ງ​ເປັນ​ຜູ້​ຜະ​ລິດ​ຢາ​ໂມ​ລ​ນູ​ພີ​ຣາ​ເວຍ​ໄດ້​ຍື່ນ​ຂໍ​ອະ​ນຸ​ມັດ​ນຳ​ໃຊ້​ແບບ​ສຸກ​ເສີນ​ນຳ FDA ໃນ​ວັນ​ທີ 11 ຕຸ​ລາ 2021 ແຕ່ FDA ຈະ​ຈັດ​ກອງ​ປະ​ຊຸມ​ເພື່ອ​ພິ​ຈາ​ລະ​ນາ​ໃນ​ວັນ​ທີ 30 ພະ​ຈິກ 2021 ເຊິ່ງ​ຫາກ​ເຫັນ​ດີ​ໃຫ້​ນຳ​ໃຊ້ ກໍ​ຈະ​ເປັນ​ຕົ້ນ​ເດືອນ​ທັນ​ວາ 2021 ຈຶ່ງ​ສາ​ມາດ​ນຳ​ໃຊ້​ໄດ້.

ຖ້າ​ຫາກວ່າ ທັງ EMA ແລະ FDA ອ​ະ​ນຸ​ມັດ​ນຳ​ໃຊ້ ຢາ​ໂມ​ລ​ນູ​ພີ​ຣາ​ເວຍ ຈະ​ເປັນ​ຢາ​ເມັດ​ໃຊ້​ຮັບ​ປະ​ທານ​ເປັນ​ຊະ​ນິດ​ທຳ​ອິດ​ໃນ​ຕະຫຼາດ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ເປັນ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ​ຢ່າງ​ເປັນ​ທາງ​ການ.