“ ບໍ່ວ່າຈະພົບບັນຫາຫຍັງ ຈົ່ງຈື່ໄວ້ທຸກໆອຸປະສັກ ຍ່ອມມີທາງແກ້ໄຂສະເໝີ” ແຜັດຕີ້ ສຸນິດາ MUL04

980

ເວທີແຫ່ງຄວາມໃຝ່ຝັນຂອງແມ່ຍິງລາວຫລາຍໆຄົນ ໃນການກ້າວຂຶ້ນເປັນຕົວແທນຂອງແມ່ຍິງລາວ ໃນເວທີລະດັບຈັກກະວານ Miss Universe Laos2021 ແລະ ເປັນເວທີອັນຊົງກຽດທີ່ຈະເຮັດໃຫ້ຜູ້ຍິງຄົນຫນຶ່ງໄດ້ເດີນຕາມຄວາມຝັນຂອງຕົນເອງ ແລະ ເປັນກະບອກສຽງຫນຶ່ງເພື່ອຊ່ວຍເຫລືອສັງຄົມ ແລະ ມື້ນີ້ຄວາມຝັນຂອງສາວຄົນນີ້ກໍໃກ້ເຂົາມາເລື້ອຍໆ ຕອນນີ້ໄດ້ຜ່ານເຂົ້າຮອບ 16ຄົນເປັນທີ່ຮຽບຮ້ອຍ ສໍາລັບ ສຸນິດາ ລຸນທະປັນຍາ ຫລື ແຜັດຕີ້ MUL04 ປັດຈຸບັນອາຍຸ 20ປີ ມາຈາກແຂວງຈຳປາສັກ ກໍາລັງສຶກສາຢູ່ວິທະໄລບໍລິຫານທຸລະກິດ ແລະການຄ້າລາວ.

ແຜັດຕີ້ ໄດ້ໃຫ້ສຳພາດວ່າ: ຜ່ານມາແມ່ນບໍ່ເຄີຍປະກວດເວທີໃດມາກ່ອນເລີຍ ເພາະນ້ອງຮູ້ສຶກວ່າເວທີນີ້ສຳຄັນຫລາຍ ແລະ ເວທີນີ້ຈະປ່ຽນຊີວິດຂອງນ້ອງໃຫ້ດີຂຶ້ນ ຖ້ານ້ອງສາມາດຄວ້າຕຳແຫນ່ງນີ້ໄດ້ ມັນຈະປ່ຽນຊີວິດນ້ອງທຸກຢ່າງເລີຍ ແລະ ຍັງຊ່ວຍໃຫ້ຄົນຮູ້ຈັກນ້ອງຫລາຍຂຶ້ນໃນດ້ານວົງການບັນເທີງ ແລະ ຍັງເຮັດໃຫ້ສັງຄົມຮູ້ວ່ານ້ອງກໍມີຄວາມສາມາດບໍ່ໜ້ອຍໄປກວ່າໃຜ.

ຄະຕິປະຈໍາໃຈຂອງແຜັດຕີ້ແມນ: “ ບໍ່ວ່າຈະພົບບັນຫາຫຍັງຫຍັງ ຈົ່ງຈື່ໄວ້ວ່າທຸກໆອຸປະສັກ ຍ່ອມມີທາງແກ້ໄຂສະເໝີ” ເຫດຜົນທີ່ນ້ອງເລືອກປະກວດເວທີນີ້ ເພື່ອນ້ອງຢາກເຮັດໃຫ້ທຸກຄົນເຫັນວ່ານ້ອງກໍມີຄວາມສາມາດທີ່ຈະນໍາເອົາວັດທະນະທຳ, ຮີດຄອງປະເພນີຂອງລາວ ໄປເຜີຍແຜ່ໃຫ້ຕ່າງປະເທດຮູ້ຈັກຫລາຍຂຶ້ນ.

ສໍາລັບຄວາມສາມາດພິເສດຂອງນ້ອງແມ່ນ ການຮ້ອງເພງ ແລະ ການສະແດງລະຄອນ ນ້ອງຄິດວ່າຕົນເອງມີຈຸດເດັ່ນຢູ່ທີ່ເປັນຄົນຮຽນຮູ້ໄວປັບໂຕໄດ້ດີ, ອົດທົນ ແລະ ສູ້ກັບທຸກອຸປະສັກທີ່ຜ່ານເຂົ້າມາ.

ກ່ອນເຂົ້າຮ່ວມການປະກວດໃນເວທີໃຫຍ່ແບບນີ້ ແຜັດຕີ້ເອງກໍໄດ້ກຽມທັກສະໃນການເວົ້າ, ຊ້ອມຕອບຄີເວີສ, ປ່ຽນລຸກໂຕເອງ ແລະ ຊ້ອມເດີນ,ຫາຂໍ້ມູນຕ່າງໆກ່ຽວກັບເວທີນີ້ ເພື່ອຈະເປັນຕົວຊ່ວຍທີ່ດີ ໃນຜ່ານຜ່າອຸປະສັກໃນແຕ່ລະຮອບຂອງການປະກວດ.

ຖ້າຫາກໄດ້ຮັບໂອກາດ ເມື່ອໄດ້ຕຳແຫນ່ງມາຄອບຄອງ ສິ່ງທີ່ນ້ອງຢາກຊ່ວຍເຫລືອສັງຄົມກໍຄື ທຸກຢ່າງເລີຍທີ່ແມ່ຍິງຜູ້ຫນຶ່ງຈະຊ່ວຍໄດ້ ແຕ່ທີ່ຫລັກໆແມ່ນ ຢາກໃຫ້ມີເຮືອນພັກຄົນຊະລາ ເພື່ອໃຫ້ຜູ້ເຖົ້າທີ່ບໍ່ມີຄົນລ້ຽງດູມາອາໄສຢູ່ເພື່ອຄວາມປອດໄພ ແລະ ຄວາມສຸກເລັກໆນ້ອຍໆຂອງເພິ່ນໃນບັ້ນປາຍຊີວິດ.

ສໍາລັບຜົນງານຜ່ານມາຂອງແຜັດຕີ້ເອງແມ່ນ ການຮ່ວມສະແດງ MV ເພງ: ຮັກອ້າຍສະເໝີ, ຖ່າຍໂປໂໝດ & PG Pepsi Max ,ຖ່າຍໂປໂໝດເບຍ Tiger , ຖ່າຍແບບໃຫ້ຮ້ານບົວພາເຄື່ອງສຳອາງ ແລະ ຫຼ້າສຸດແມ່ນປະກວດ Miss Universe Laos 2021.

ກິດຈະກຳຍາມວ່າງນ້ອງມັກເບິ່ງຫນັງ ຫລື ຫາຂໍ້ມູນສິ່ງທີ່ເຮົາສົນໃຈໃນຕອນນັ້ນ, ເຮັດເຂົ້າຫນົມໃຫ້ນ້ອງຊິມ ແລະອື່ນໆ ສຸດທ້າຍນີ້ ຝາກເຊຍ ແລະ ເປັນກຳລັງໃຈໃຫ້ແຜັດແນ່ເດີ MUL04 ຊ່ອງທາງໃນການຕິດຕາມແມ່ນເຟສບຸກສ່ວນຕົວ P’Phatty Ltpy.

ຮູບ: P’Phatty Ltpy.