ເຄັກກ້ວຍຫອມເຈ ສູດກະທິສົດ ແຊບນຸ້ມໃຊ້ເຕົາແກັສ ຫຼື ເຕົາອົບກໍໄດ້

894

ສະບາຍດີແຟນຂ່າວທີ່ໜ້າຮັກທຸກທ່ານ ມື້ນີ້ແອັດມິນໄດ້ຊອກຫາເມນູເຈທີ່ໃຜຫຼາຍຄົນຍັງດຳເນີນການກິນເຈຢູ່ຝາກທຸກທ່ານ ເຊິ່ງເມນູມື້ນີ້ທີ່ເຮົາຈະມາແນະນຳນັ້ນກໍຄື ເຄັກກ້ວຍຫອມເຈ ເຊິ່ງເປັນເມນູຂອງຫວານນັ້ນເອງ

ເມນູເຄັກກ້ວຍຫອມ ກະທິສົດ ສູດເຈ ເປັນເມນູທີ່ທ່ານສາມາດເຮັດໄດ້ທັງແບບໃຊ້ເຕົາແກັສ ແລະ ເຕົາອົບເຮັດໄດ້ແບບງ່າຍໆ ບໍ່ຕ້ອງໃຊ້ເຄື່ອງຕີ ພຽງແຕ່ຄົນໃຫ້ເຂົ້າກັນ ຈະບອກວ່າໂຕເນື້ອເຄັກນຸ້ມແຮງ ເຊື່ອວ່າທຸກເຮືອນເຮັດກິນເອງໄດ້ຢ່າງແນ່ນອນ

ສ່ວນປະສົມປະກອບມີ: ກ້ວຍຫອມ 370 ກຣາມ (2 ໜ່ວຍໃຫຍ່), ນ້ຳໝາກນາວ 2 ບ່ວງຊາ, ນ້ຳກະທິ 80 ມິນລິລິດ, ເກືອ ¼ ບ່ວງຊາ, ນ້ຳຕານຊາຍ 110 ກຣາມ, ນ້ຳມັນດອກທານຕາເວັນ 50 ກຣາມ, ແປ້ງສາລີອະເນກປະສົງ 180 ກຣາມ, ເບກກິ້ງໂຊດາ 1 ບ່ວງຊາ, ຜົງຟູ 1 ບ່ວງຊາ, ທັອບປິ້ງ (ໃສ່ໄດ້ຕາມມັກ ຫຼື ຈະບໍ່ໃສ່ກໍໄດ້) ປະກອບມີ: ກ້ວຍຫອມ, ອັລມອນ, ບລູເບີຣີ້ ແລະ ຊັອກໂກແລັດ

ວິທີເຮັດ ເຄັກກ້ວຍຫອມກະທິສົດ

◆ ບົດກ້ວຍໃຫ້ລະອຽດ (ຖ້າໃຊ້ກ້ວຍສຸກງອມ ເປືອກສີດຳໆ ຈະຍິ່ງຫອມ ແຕ່ໃນສູດກ້ວຍບໍ່ຄ່ອມສຸກງອມ ຕ້ອງຊອຍເພື່ອໃຫ້ບົດງ່າຍຂຶ້ນ) ໃສ່ນ້ຳໝາກນາວຄົນໃຫ້ເຂົ້າກັນ

◆ ໃສ່ກະທິສົດ, ເກືອ ແລະ ນ້ຳຕານຊາຍ ຄົນປະສົມໃຫ້ເຂົ້າກັນ

◆ ໃສ່ນັ້ນມັນດອກທານຕາເວັນ ແລ້ວຄົນໃຫ້ເຂົ້າກັນ ພັກປ່ະໄວ້

◆ ປະສົມແປ້ງກັບເບກກິ້ງໂຊດາ ແລະ ຜົງຟູ ຫຼັງຈາກນັ້ນຮ່ອນສ່ວນປະສົມລົງຊາມພາຊະນະປະສົມ

​​◆ ຄົນໃຫ້ເຂົ້າກັນແລ້ວຕັກໃສ່ຖ້ວຍເຈ້ຍຈີບເບີ 3219 ເກືອບເຕັມຖ້ວຍ ເພື່ອເພີ່ມຄວາມຕາແຊບ ສາມາດແຕ່ງໜ້າດ້ວຍທັອບປິ້ງຕາມມັກ

​​◆ ສຳລັບເຕົາອົບໃຫ້ນຳເຂົ້າເຕົາອົບຢູ່ທີ່ອຸ່ນຫະພູມ 190 ອົງສາ ໃຊ້ໄຟເທິງ-ລຸ່ມ ປະມານ 30 ນາທີ (ແລ້ວແຕ່ເຕົາຂອງແຕ່ລະເຮືອນ)

​​◆ ເຂົ້າໜົມທີ່ອົບດ້ວຍເຕົາອົບ ອົບແລ້ວແປ້ງຈະຟູ ນຸ້ມແຮງ

​​◆ ສຳລັບອົບໃນເຕົາເຕົາແກັສແມ່ນໃຫ້ນຳຕະແກງວາງລົງໃນໝໍ້ ຫຼັງຈາກນັ້ນນຳພິມເຕໍຄັກລົງໄປວາງ ປິດຝາ ເປີດໄຟອ່ອນ ໃຊ້ເວລາປະມານ 30 ນາທີ (ແລ້ວແຕ່ເຕົາເຊັ່ນກັນ ເປີດເບິ່ງໄດ້ວ່າເຂົ້າໜົມເຫຼືອງງາມແລ້ວ ຫຼື ບໍ່)

​​◆ ການອົບດ້ວຍເຕົາແກັສໃນໝໍ້ແກງ ແປ້ງນຸ້ມຟູ ບໍ່ຕ່າງກັນເລີຍ

​​ແລ້ວໆ ສຳລັບເມນູເຄັກກ້ວຍຫອມກະທິສົດ ສູດເຈ ເປັນອີກໜຶ່ງເມນູແນະນຳ ທີ່ທ່ານບໍ່ມີເຕົາອົບກໍສາມາດເຮັດໄດ້ ບໍ່ມີເຄື່ອງຕີກໍເຮັດໄດ້ຄືກັນ ແປ້ງເຄັກຟູນຸ້ມຫຼາຍ ຝາກທຸກທ່ານລອງໄປເຮັດກັນເບິ່ງເດີ້