ເສຍຊີວິດໃໝ່ 3 ກໍລະນີ, ມີເດັກນ້ອຍອາຍຸ 4 ປີ ພ້ອມ ຕາອີ່ຕົນເດ້

567

ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄູມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບ ສະພາບການລະບາດຂອງພະຍາດໂຄວິດ 19 ວ່າ ວັນທີ 25 ຕຸລາ 2021 ກວດພົບຜູ້ຕິດເຊືື້ອໃໝ່ 770 ຄົນ (ຕິດເຊື້ອພາຍໃນ ມີ 766 ຄົນ ແລະ ຕິດເຊື້ອນໍາເຂົ້າ 4 ຄົນ) ແລະ ເສຍຊີວິດເພີ່ມ 3 ຄົນ

ມາຮອດວັນທີ 25 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 37.018 ຄົນ, ເສຍຊີວິດສະສົມ 56 ຄົນ (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 497 ຄົນ, ກໍາລັງປິ່ນປົວ 6.909 ຄົນ.
ລາຍລະອຽດຜູ້ເສຍຊີວິດເພີ່ມ 3 ຄົນ ມີດັ່ງນີ້

1 ຜູ້ທີ1 ເພດຊາຍ, ອາຍຸ 77 ປີ, ບ້ານໜອງໃສ, ເມືອງສາລະວັນ, ແຂວງສາລະວັນ, ຜູ້ກ່ຽວມີພະຍາດປະຈໍາຕົວ: ເປັນເບົາຫວານ, ວັນນະໂລກປອດ ແລະ ຄວາມດັນເລືອດສູງ. ຜ່ານມາໄດ້ສັກວັກຊີນກັນໂຄວິດ J&J ຄົບ; ວັນທີ 25 ກັນຍາ 2021: ມາກວດຢູ່ໂຮງໝໍແຂວງສາລະວັນ ດ້ວຍອາການ ອິດເມື່ອຍ, ອ່ອນເພຍ.

ຜູ້ກ່ຽວປິ່ນປົວຢູ່ໂຮງໝໍດັ່ງກ່າວ 2 ອາທິດ ແຕ່ອາການບໍ່ດີຂຶ້ນ ວັນທີ 9 ຕຸລາ 2021 ໄດ້ນຳສົ່ງຄົນເຈັບໄປປິ່ນປົວ ຢູ່ໂຮງໝໍ 106 ກອງທັບ, ຫລັງຈາກນັ້ນ ຈິ່ງສົ່ງຕໍ່ເຂົ້າປິ່ນປົວຢູ່ໂຮງໝໍແຂວງຈໍາປາສັກ ຍ້ອນອາການທາງລະບົບຫາຍໃຈຮຸນແຮງກະທັນຫັນ ແລະ ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19.
ວັນທີ 10 ຕຸລາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ນໍາສົ່ງໄປປິ່ນປົວໂຄວິດຢູ່ໂຮງໝໍໂພນທອງ ເປັນເວລາ 10 ວັນ, ວັນທີ 19 ຕຸລາ 2021: ອາການຜູ້ກ່ຽວບໍ່ດີຂື້ນ ຈຶ່ງໄດ້ຍ້າຍມາປີ່ນປົວຢູ່ສູນປີ່ນປົວໂຮງໝໍແຂວງສາລະວັນ.
ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ນັບແຕ່ວັນທີ 19-25 ຕຸລາ 2021, ວັນທີ 25 ຕຸລາ 2021 ເວລາ 02:00 ໂມງເຊົ້າ ຜູ້ກ່ຽວອາການບໍ່ດີຂື້ນ, ຫາຍໃຈຝືດ, ແໜ້ນໜ້າເອີກ ເເລະ ເສຍຊີວິດໃນເວລາຕໍ່ມາ.

2 ຜູ້ທີ 2 ເພດຊາຍ, ອາຍຸ 57 ປີ, ອາຊີບ: ກຳມະກອນ, ບ້ານ ໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ ໂຮງໝໍມິດຕະພາບ ໃນວັນທີ 21/10/2021.
ພະຍາດປະຈຳຕົວ ເບົາຫວານ, ຄວາມດັນເລືອດສູງ, ເລືອດຈາງ, ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ
ຜ່ານມາບໍ່ໄດ້ຮັບການສັກຢາວັກຊິນກັນໂຄວິດ, ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 21-25/10/2021
ວັນທີ 25/10/2021 ເວລາ ~19:30 ໂມງ ຜູ້ກ່ຽວໄດ້ເສຍຊີວິດ

3 ຜູ້ທີ 3 ເດັກອາຍຸ 4 ປີ, ບ້ານໂພສີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ຄົນໃນຄອບຄົວ (ແມ່ ແລະ ອ້າຍ) ກວດພົບເຊື້ອພະຍາດໂຄວິດ-19, ບໍ່ມີພະຍາດປະຈໍາຕົວ ແລະ ຜູ້ກ່ຽວມີສຸຂະພາບແຂງແຮງ
ວັນທີ 24 ຕຸລາ 2021 ເວລາ 18:00 ໂມງ ໄດ້ເຂົ້າມາກວດຢູ່ສຸກເສີນຂອງໂຮງໝໍແຂວງ ວຽງຈັນ ຍ້ອນຖືກອຸບັດຕິເຫດໃບໜ້າ ແລະ ຫົວໄຂ່ບວມ, ບໍ່ໄດ້ສະຕິ
ມາຮອດເວລາ 24:00 ໂມງ ເດັກມີອາການຫາຍໃຈຊ້າ, ຢຸດຫາຍໃຈ ເເລະ ຕໍ່ມາໄດ້ເສຍຊີວິດ ໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19, ແຕ່ວ່າຜູ້ກ່ຽວເສຍຊີວິດກ່ອນທີ່ຜົນກວດຈະອອກມາວ່າພົບເຊື້ອພະຍາດໂຄວິດ-19.