ໜັກໜ່ວງໄປໜ້າເລື້ອຍໆ ມື້ນີ້ພົບຜູ້ຕິດເຊື້ອໂຄວິດໃໝ່ສູງ 770 ຄົນ, ເສຍຊີວິດເພີ່ມ 3 ກໍລະນີ

548

ໜັກໜ່ວງອີກແລ້ວ ຍອດຜູ້ຕິດເຊື້ອວັນທີ 26 ຕຸລາ 2021 ພົບຜູ້ຕິດເຊື້ອສູງ 770 ຄົນ, ເສຍຊີວິດເພີ່ມ 3 ຄົນ, ນໍາເຂົ້າ 4 ຄົນ, ພາຍໃນ 766 ຄົນ ໃນນັ້ນນະຫຼວງວຽງຈັນສູງ 337 ຄົນ, ຫຼວງພະບາງ 160 ຄົນ ແລະ ຄໍາມ່ວນ 35 ຄົນ
ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄູມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບ ສະພາບການລະບາດຂອງພະຍາດໂຄວິດ 19 ວ່າ ນວັນທີ 25 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6.109 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 770 ຄົນ (ຕິດເຊື້ອພາຍໃນ ມີ 766 ຄົນ ແລະ ຕິດເຊື້ອນໍາເຂົ້າ 4 ຄົນ).

ການຕິດເຊືື້ອພາຍໃນໃໝ່ ທັງໝົດ 766 ຄົນ ຈາກ 13 ແຂວງ ນະຄອນຫຼວງ 337 ຄົນ ມາຈາກ 101 ບ້ານ,
ຫຼວງພະບາງ, ມີ 160 ຄົນ ໃນ 14 ບ້ານ ແລະ 4 ເມືອງ, ວຽງຈັນ, ມີ 135 ຄົນ ໃນ 33 ບ້ານ ແລະ 5 ເມືອງ

ບໍ່ແກ້ວ, ມີ 41 ຄົນ ໃນ 9 ບ້ານ ແລະ 2 ເມືອງ, ສາລະວັນ, ມີ 25 ຄົນ ໃນ 2 ບ້ານ ແລະ 2 ເມືອງ, ອຸດົມໄຊ, ມີ 23 ຄົນ ໃນ 18 ບ້ານ ແລະ 6 ເມືອງ, ຈໍາປາສັກ, ມີ 20 ຄົນ ໃນ 8 ບ້ານ ແລະ 3 ເມືອງ, ຄໍາມ່ວນ, ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ, ບໍລິຄໍາໄຊ, ມີ 8 ຄົນ ໃນ 3 ບ້ານ ແລະ 1 ເມືອງ,

ສະຫວັນນະເຂດ, ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ, ຫຼວງນໍ້າທາ, ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ, ເຊກອງ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ ແລະ ໄຊສົມບູນ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ມາຮອດວັນທີ 25 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 37.018 ຄົນ, ເສຍຊີວິດສະສົມ 56 ຄົນ (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 497 ຄົນ, ກໍາລັງປິ່ນປົວ 6.909 ຄົນ.