ຊົມເຊີຍ! ເຈົ້າຂອງຣີສອດສວນເສືອປ່າຊ່ວຍກໍ່ສ້າງວົງວຽນດອກໄມ້ຢູ່ເສັ້ນທາງເລກ 10

832

ການລົງມືກໍ່ສ້າງວົງວຽນດອກໄມ້ຢູ່ເສັ້ນທາງເລກ 10 ຈຸດ 3 ແຍກບ້ານນາໝາກ ໄດ້ເລີ່ມຈັດຕັ້ງປະຕິບັດໃນຕອນເຊົ້າວັນທີ 24 ຕຸລາ 2021 ໂດຍການເຂົ້າ ຮ່ວມຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ແຂວງວຽງຈັນ, ມີ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງ, ທ່ານ ບຸນພະລະໄຊ ຣາຊາສົມບັດ ຫົວໜ້າຣີສອດສວນເສືອປ່າ ແລະ ຮ້ານອາຫານເສືອປ່າຣີເວີໄຊ້ ບ້ານນາເພີຍ, ທ່ານ ພູວົງ ໄຊຍະສົມບັດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ທ່ານ ບຸນພະລະໄຊ ຣາຊາສົມບັດ ມີຄໍາເຫັນວ່າຈຸດລິເລີ່ມຂອງການສ້າງວົງວຽນດອກໄມ້ແຫ່ງນີ້ຂຶ້ນ ແມ່ນຍ້ອນການປຶກສາຫາລື ແລະ ການສະເໜີຂອງການນໍາເມືອງ ບວກກັບແນວຄວາມຄິດສ່ວນຕົວ ແລະ ຄອບຄົວ ທີ່ຢາກມີສ່ວນຮ່ວມໃນການພັດທະນາເມືອງທຸລະຄົມ ກໍ່ຄືເພື່ອມອບສິ່ງທີ່ລະນຶກໃຫ້ກັບບ້ານເມືອງໃຫ້ຈົບງາມ, ມີແສງສີໃນຍາມກາງຄືນ ທັງເປັນການອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ຫລຸດຜ່ອນອຸປະຕິເຫດ

ເນື່ອງຈາກຕົນເອງກໍ່ໄດ້ມາດໍາເນີນກິດຈະການທາງດ້ານການທ່ອງທ່ຽວຢູ່ເມືອງທຸລະຄົມ ກໍ່ມີຄວາມຜູກ ພັນຮັກແພງກັບຄະນະພັກ-ຄະ ນະນໍາເມືອງ ແລະ ປະຊາຊົນບັນດາເຜົ່າຊາວເມືອງ ຈຶ່ງໄດ້ປຶກສາກັບຄອບຄົວຕົກລົງສ້າງຂຶ້ນເພື່ອເປັນຂອງຂວັນ, ເຊິ່ງລັກສະນະຮູບຊົງຂອງວົງວຽນຄ້າຍຄືກັບຂັນງວມລົງ, ກວ້າງປະມານ 4,5 ແມັດ ເປັນຮູບວົງມົນຄ້າຍຄືກັບໜ່ວຍໄຂ່, ຄວາມສູງ 2,50 ແມັດ, ເຮັດເປັນ 3 ຊັ້ນ ຕົບແຕ່ງດ້ວຍດອກໄມ້, ຕິດຕັ້ງລະບົບໄຟຟ້າ ແລະ ການປະດັບປະດາອື່ນໆຕາມເນື້ອທີ່ຈໍາກັດ ໂດຍຄາດຄະເນມູນຄ່າການກໍ່ສ້າງບໍ່ຕໍ່າກວ່າ 15 ລ້ານກີບ.

ໃນໂອກາດດຽວກັນນີ້ ທ່ານ ເຈົ້າເມືອງທຸລະຄົມ ໄດ້ຕາງໜ້າກ່າວສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອມາຍັງ ທ່ານ ບຸນພະລະໄຊ ຣາຊາສົມບັດ ພ້ອມດ້ວຍຄອບຄົວ ເຊິ່ງນັບແຕ່ໄດ້ມາດໍາເນີນກິດຈະການຢູ່ເມືອງທຸ ລະຄົມ ກໍ່ໄດ້ເອົາໃຈໃສ່ບຸກເບີກພັດທະນາທຸລະກິດ ຈົນກາຍເປັນທີ່ຍອມຮັບຂອງສັງຄົມ, ປະຊາຊົນ ກໍ່ຄືນັກທ່ອງ ທ່ຽວທີ່ໄດ້ໄປໃຊ້ບໍລິການໄລຍະຜ່ານມາ ຈົນສາມາດສ້າງຊື່ສຽງໃຫ້ເມືອງທຸລະຄົມ, ສ້າງຊື່ສຽງໃຫ້ແຂວງວຽງຈັນ ພ້ອມທັງມີສ່ວນຮ່ວມໃນການສ້າງສາບ້ານ ເມືອງ, ໃຫ້ການຊຸກຍູ້ອຸປະຖໍາຕະຫລອດມາ ນັບທັງການຊ່ວຍ ເຫຼືອສັງຄົມອື່ນໆ, ໂດຍສະເພາະການຊ່ວຍ ເຫຼືອສ້າງວົງວຽນສວນດອກໄມ້ຄັ້ງນີ້ ກໍ່ມີມູນຄ່າຫລາຍພໍສົມຄວນ ພາຍຫລັງກໍ່ສ້າງສໍາເລັດຈະເປັນສີສັນອັນໃໝ່ໃຫ້ກັບບ້ານເມືອງຕື່ມອີກ.

ຈາກ: ຂ່າວປະຈຳວັນເມືອງທຸລະຄົມ