ກອງເຊຍລາວ ຮ່ວມເຊຍ ຢູ 23 ລາວ ເຖິງສະໜາມທີ່ປະເທດມົງໂກລີ ເຫັນແລ້ວປະທັບໃຈ

879

ເປັນພາບແຫ່ງຄວາມປະທັບໃຈສໍາລັບຊາວລາວ ເມື່ອກອງເຊຍຊາວລາວ ຢູ່ທີ່ປະເທດມົງໂກລີ ໄປເຊຍ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເຖິງສະໜາມແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ 2022 ຮອບຄັດເລືອກ ກຸ່ມ J ປະກອບມີ ໄທ, ມາເລເຊຍ, ລາວ ແລະ ມົງໂກລີ ( ເຈົ້າພາບ) ນັດທີ່ ທີມຊາດລາວ ເສຍໃຫ້ກັບ ມາເລເຊຍ 0-1.

ນັດດັ່ງກ່າວ ເຄິ່ງເວລາທໍາອິດ ທີມຊາດລາວ ເຮັດໄດ້ດີສາມາດສະເໝີກັບ ມາເລເຊຍ 0-0, ແຕ່ເຄິ່ງເວລາທີ 2 ທີມຊາດລາວ ເປັນຝ່າຍຕັ້ງຮັບ ແລະ ສວນກັບ ກ່ອນທີ່ຈະມາເສຍປະຕູນາທີໆ 68 ແລະ ສຸດທ້າຍຈົບເກມເສຍໃຫ້ກັບ ມາເລເຊຍ. ຢ່າງໃດກໍຕາມ ນັດດັ່ງກ່າວ ແຟນບານລາວ ຈໍານວນໜຶ່ງທີ່ຢູ່ປະເທດມົງໂກລີ ໄດ້ມາໃຫ້ກໍາລັງໃຈນັກເຕະທີມຊາດລາວ ແຕ່ຕົ້ນຈົນຈັບເກມ ນັ້ນສະແດງເຖິງຄວາມເປັນຊາວລາວທີ່ມີນໍ້າໃຈ.

ສ່ວນຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ອີກ 2 ນັດຈະແຂ່ງຂັນຢູ່ທີ່ສະໜາມກິລາຂອງປະເທດມົງໂກລີມີດັ່ງນີ້:
– ວັນສຸກ 28 ຕຸລາ 2021 ເວລາ 16:00 ໂມງ ລາວ ພົບ ໄທ
– ວັນອາທິດ 31 ຕຸລາ 2021 ເວລາ: 16:00 ລາວ ພົບ ມົງໂກລີ

ຂ່າວ: ຫຼ້າ MKP; ຮູບ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation