ເຮຕິ ຂາດແຄນນ້ຳມັນໜັກໜ່ວງ

533

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 25 ຕຸ​ລາ 2021 ວ່າ ​ຊາວນະ​ຄອນຫຼວງ​ປໍ​ໂຕ​ແປ໋ງ​ຂອງ​ເຮ​ຕິ ຕ້ອງ​ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ ຫຼັງ​ຈາກ​ທີ່​ປະ​ສົບ​ບັນ​ຫາ​ກາ​ຂາດ​ແຄນ​ນ້ຳ​ມັນ​ຢ່າງ​ໜັກ​ໜ່ວງ ຍິ່ງ​ເປັນ​ການ​ຊ້ຳ​ເຕີມ​ຊີ​ວິດ​ການ​ເປັນ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເຮ​ຕິຕື່ມ​ອີກ.

ກ່ອນ​ໜ້າ​ນີ້ ຊາວ​ເຮ​ຕິ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ມາ​ແລ້ວຫຼາຍ​ຢ່າງ ບໍ່​ວ່າ​ຈະ​ເກີດ​ເຫດ​ການ​ແຜ່ນ​ດິນ​ໄຫວ​ຢ່າງ​ຮຸນ​ແຮງ, ການ​ລັກ​ລອບ​ສັງ​ຫານ​ຜູ້​ນຳ, ການ​ປຸ້ນ​ຈີ້ຂອງ​ກຸ່ມ​ແກ໋ງ​ຕິດ​ອາ​ວຸດ ຕະຫຼອດ​ຮອດ​ການ​ລັກ​ພາ​ຕົວ ແລະ ຫຼ້າ​ສຸດ​ປະ​ສົບ​ກັບ​ການ​ຂາດ​ແຄນ​ນ້ຳ​ມັນ.

ລາຍ​ງານ​ລະ​ບຸ​ວ່າ ເປັນ​ເວ​ລາ 2 ອາ​ທິດ​ແລ້ວ ​ທີ່ການ​ສົ່ງ​ມອບ​ນ້ຳ​ມັນ​ຖືກ​ກຸ່ມ​ຕິດ​ອາ​ວຸດ​ຂັດ​ຂວາງ​ ລວມ​ທັງ​ການ​ລັກ​ພາ​ໂຕ​ພະ​ນັກ​ງານ​ຂັບ​ລົດ​ຂົນ​ສົ່ງ​ນ້ຳ​ມັນ. ທັງ​ນີ້ ນ້ຳ​ມັນ​ຖື​ວ່າ​ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ເຮ​ຕິ ໂດຍ​ສະ​ເພາະ​ໃນ​ນະ​ຄອນຫຼວງ​ປໍ​ໂຕ​ແປ໋ງ ເນື່ອງ​ຈາກວ່າ ບ້ານ​ເຮືອນ​ຂອງ​ປະ​ຊາ​ຊົນ​ຈຳ​ນວນຫຼາຍ​ຕ້ອງ​ຊັກ​ຈັກ​ປັ່ນ​ໄຟ ເພາະ​ລະ​ບົບ​ໄຟ​ຟ້າ​ພາຍ​ໃນ​ປະ​ເທດ​ບໍ່​​ສະ​ຖຽນ, ຂະ​ນະ​ທີ່​ປ້ຳ​ນ້ຳ​ມັນ​ໃນ​ນະ​ຄ​ອນຫຼວງ​ປໍ​ໂຕ​ແປ໋ງ ສ່ວນຫຼາຍ​ມີ​ກຸ່ມ​ແກ໋ງ​ຕິດ​ອາ​ວຸດ​ຄວບ​ຄຸມ​ຢູ່ ພ້ອມ​ທັງ​ມີ​ກຸ່ມ​ແກ໋ງ​ປຸ້ນ​ຈີ້ຊີງ​ຊັບ