ສຳນັກຂ່າວຕ່າງປະເທດລາຍງານເມື່ອທ້າຍອາທິດຜ່ານມາວ່າ ເກືອບ 1 ໃນ 5 ຂອງຍອດຈຳໜ່າຍລົດໃຫຍ່ໃນສະຫະພາບເອີຣົບໃນໄຕມາດ 3 ຂອງປີນີ້ ເປັນລົດໄຟຟ້າ ແລະ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຂະນະທີ່ຍອດຂາຍລົດທີ່ນຳໃຊ້ນ້ຳມັນເຊື້ອໄຟຕົກຕ່ຳລົງໄປເລື້ອຍໆ ເພາະອີຢູ ມີແຜນປັບຫຼຸດການປ່ອຍມົນລະພິດລົງໃຫ້ເຫຼືອໜ້ອຍທີ່ສຸດ ກ່ອນຈະກ້າວສູ່ເປົ້າໝາຍໃຫ້ເຫຼືອສູນ.
ສະມາຄົມຜູ້ຜະລິດລົດສະຫະພາບເອີຣົບ (ACEA) ເປີດເຜີຍວ່າ ຍອດຂາຍລົດໄຟຟ້າທີ່ໃຊ້ແບັດເຕີຣີ (ໝໍ້ໄຟ) ເພີ່ມຂຶ້ນ 57% ຫຼື ຫຼາຍກວ່າ 212.000 ຄັນ, ຂະນະທີ່ຮຸ່ນປັກອິນໄຮບຣິີດກໍເພີ່ມຂຶ້ນ 43% ຫຼື ຫຼາຍກວ່າ 197.000 ຄັນ ເຖິງແມ່ນວ່າ ເປັນການເຕີບໂຕຊ້າກວ່າປີ 2020 ທີ່ເພີ່ມຂຶ້ນ 3 ເທົ່າກໍຕາມ ແຕ່ເມື່ອປຽບທຽບໃສ່ລົດທີ່ນຳໃຊ້ນ້ຳມັນ ທີ່ຫຼຸດລົງເຖິງ 35% ຂອງຜູ້ຄ້າລາຍໃຫຍ່, 40% ຂອງຍອດຂາຍໂດຍລວມ ແລະ 50% ສຳລັບໄຕມາດດັ່ງກ່າວ.
ເຫດຜົນສຳຄັນທີ່ເຮັດໃຫ້ຍອດຂາຍລົດໄຟຟ້າໃນອີຢູເພີ່ມຂຶ້ນຕໍ່ເນື່ອງ ເນື່ອງຈາກຜູ້ຜະລິດ ແລະ ຜູ້ບໍລິໂພກໄດ້ຮັບເງິນສະໜັບສະໜູນຈາກລັດຖະບານຂອງປະເທດຂອງຕົນເອງໃນການຊື້ລົດໄຟຟ້າ ເພື່ອບັນລຸເປົ້າໝາຍການຫຼຸດປ່ອຍມົນລະພິດທີ່ໄດ້ກຳນົດໄວ້.
ນອກຈາກນີ້ ອີຢູ ຍັງມີແຜນປຸກລະດົມ ແລະ ອອກລະບຽບຫ້າມນຳໃຊ້ລົດທີ່ໃຊ້ນ້ຳມັນເຊື້ອໄຟຟອດຊີລ ໃຫ້ໄດ້ໃນປີ 2035 ໂດຍມີເປົ້າໝາຍເລັ່ງປ່ຽນແປງຈາກລົດທີ່ນຳໃຊ້ນ້ຳມັນເຊື້ອໄຟ ມາເປັນລົດໄຟຟ້າທັງໝົດ ຕາມມາດຕະການ ແລະ ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃຫ້ເປັນສູນ ເພື່ອຕໍ່ສູ້ກັບໂລກຮ້ອນ ຫຼື ການປ່ຽນແປງດິນຟ້າອາກາດ ແລະ ເຂົ້າຮ່ວມມາດຕະການຂອງເວທີ COP26 ນຳອີກ.