ຍິນດີກັບສາວງາມອີກຫນຶ່ງຄົນ ທີ່ມີຄວາມໄຝ່ຝັນ ແລະ ຄວາມມັກຮັກໃນວົງການບັນເທີງຢູ່ແລ້ວ ໂອກາດທີ່ຈະເຮັດໃຫ້ຄວາມຝັນຂອງສາວຄົນນີ້ໃຫ້ເປັນຈິງໃກ້ເຂົ້າມາແລ້ວ ເພາະຜ່ານເຂົ້າຮອບ 16ຄົນສຸດທ້າຍ ໃນເວທີ Miss Universe Laos2021 ເປັນທີ່ຮຽບຮ້ອຍສຳລັບສາວຄົນນີ້ ພິດສະໄຫມ ພອນສະນິດ ຫລື ແອນນີ້ ຫມາຍເລກ 05 ປັດຈຸບັນ ອາຍຸ 19 ປີຈາກນະຄອນຫລວງວຽງຈັນ ສະຖາບັນການສືກສາ ມະຫາໄລແຫ່ງຊາດ.
ແອນນີ່ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງຂອງພວກເຮົາວ່າ: ເຄີຍຜ່ານການປະກວດເວທີ Miss Laos 2019 Top40 ແລະ Top15 ຍ້ອນຕົນເອງເປັນຄົນມັກຮັກໃນດ້ານວົງການບັນເທີງຢູ່ແລ້ວ ຄວາມໃຝ່ຝັນແມ່ນຢາກປະສົບຜົນສຳເລັດໃນດ້ານວົງການບັນເທີງ ບໍ່ວ່າຈະເປັນການສະແດງ, ການປະກວດ, ເຕັ້ນ, ຮ້ອງເພງ ແລະ ເວທີທີ່ນ້ອງປະກວດໃນປັນຈຸບັນແມ່ນ ເປັນແຮງພັກດັນ ແລະ ສ້າງຝັນໃຫ້ນ້ອງກ້າລົງມືເຮັດ ແລະ ຍັງເປັນຄວາມຝັນຂອງສາວໆຫລາຍໆຄົນ ເຊິ່ງນ້ອງກໍ່ເປັນຫນຶ່ງໃນນັ້ນທີ່ຈະຕາມຫາຄວາມຝັນໃຫ້ເປັນຈິງ
ຄຳຄົມ ຫລື ຄຳຕິປະຈຳໃຈແມ່ນ “ ຄວາມກ້າ ຄວາມມໝັ້ນໃຈຊະນະທຸກສິ່ງ” ເປັນຄໍາທີ່ເຮັດນ້ອງ ກ້າສະແດງອອກ ແລະ ສະແດງຄວາມເປັນຕົວຕົນຂອງຕົນເອງ ເຮັດໃຫ້ນ້ອງໄດ້ກ້າວຜ່ານຈຸດທີ່ອ່ອນແອ ແລະ ເຫດຜົນທີ່ເຮັດໃຫ້ເລືອກປະກວດເວທີນີ້ ຍ້ອນຢາກໃຫ້ຄົນໃນສັງຄົມ ໄດ້ເຫັນເຖິງຄວາມພະຍາຍາມ ແລະ ເປັນຄວາມໃຝ່ຝັນຂອງຍິງສາວຄົນນື່ງ ທີ່ມັກຮັກໃນດ້ານການປະກວດ.
ສໍາລັບຄວາມສາມາດພິເສດຂອງນ້ອງທີ່ຢາກຈະໂຊໃຫ້ທຸກຄົນໄດ້ເຫັນ ນ້ອງເຊື່ອວ່າຕົນເອງ ເປັນຄົນມີຄວາມສາມາດຫລາກຫລາຍ ແຕ່ຖ້າຫລັກໆທີ່ຢາກຈະໂຊໃຫ້ເຫັນແມ່ນ ຈະໂຊການຮ້ອງເພງ, ເຕັ້ນ ແລະ ເດີນແບບ.
ຈຸດເດັ່ນຂອງນ້ອງແມ່ນ ຄວາມກ້າ, ຄວາມສາມາດທີ່ຫລາກຫລາຍ ຍອມຮັບໂຕເອງວ່າເປັນຄົນທີ່ຫມັ້ນໃຈໃນຕົນເອງສູງ ມີດີຫຍັງແມ່ນຈະອອກມາໂຊໃຫ້ຄະນະກຳມະການໄດ້ເຫັນ ແລະ ກ່ອນເຂົ້າຮ່ວມການປະກວດ ແອນນີ້ແມ່ນກຽມຄວາມພ້ອມທຸກຢ່າງໃຫ້ຖືກຕາກຳມະການ ຊ້ອມທັກສະໃນການຍ່າງ, ຮູ້ເວົ້າຮູ້ວ່າ ກ່ອນຈະເຂົ້າມາປະກວດໃນເວທີນີ້ ແລະ ທີ່ສຳຄັນຄື ການຝຶກບຸກຄະລິກກະພາບ ແລະ ຝຶກຄວາມຄິດໃຫ້ຕົນເອງເປັນຄົນທີ່ມີຄວາມຄິດບວກສະເຫມີ
ຖ້າຫາກຄວາມຝັນຂອງນ້ອງເປັນຈິງ ຖ້ານ້ອງໄດ້ຮັບຕຳແຫນ່ງແມ່ນ ນ້ອງຢາກປະກອບສ່ວນຊ່ວຍເຫລືອ ຄົນທີ່ບໍ່ມີໂອກາດໄດ້ຮຽນຮູ້ ໄດ້ເຂົ້າເຖິງການສຶກສາ ແລະ ທີ່ຢູ່ອາໄສຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ໄດ້ຮັບການຊ່ວຍເຫລືອ ແລະ ເບິ່ງແຍງຢ່າງທົ່ວເຖິງ.
ສໍາລັບ ຜົນງານທີ່ຜ່ານມາແມ່ນ ແຂ່ງເຕັ້ນເວທີຕ່າງໆ, ເຄີຍປະກວດມີສລາວ2019, ຖ່າຍເອັມວີເພງ good nitgh tom newgen, ເພງ ຮັກອ້າຍສະເຫມີ ຂອງNG GIRL ແລະ ຮ່ວມຫລີ້ນຊີຣີຕ່າງໆ ສໍາລັບ ກິດຈະກຳຍາມວ່າງແມ່ນມັກອອກກຳລັງກາຍ ຊ້ອມຮ້ອງເພງ, ຟັງເພງ ແລະ ຫລີ້ນກິລາຕ່າງໆ ສຸດທ້າຍນີ້ ຝາກເປັນກຳລັງໃຈໄຫ້ແອນນີ້ແນ່ເດີ້ ຂອບໃຈທຸກແຮງເຊຍ ແລະ ຕິດຕາມຜົນງານຂອງແອນນີ້ MUL 05 ຊ່ອງທາງໃນການຕິດຕາມແມ່ນທາງເຟສບຸກສ່ວນຕົວ An Anny Phonesanith.
ພາບ: An Anny Phonesanith