ສຳນັກຂ່າວ CNN ລາຍງານໃນວັນທີ 25 ຕຸລາ 2021 ວ່າ ທ່ານ ນາງ ເຈເນັດ ເຢລເລັນ ລັດຖະມົນຕີກະຊວງການເງິນສະຫະລັດອາເມຣິກາ ເຊື່ອວ່າ ອັດຕາເງິນເຟີ້ໃນສະຫະລັດຈະກັບສູສະພາວະປົກະຕິໃນໄຕມາດ 3 ຂອງປີ 2022, ຫຼັງຈາກທີ່ອັດຕາເງິນເຟີ້ໃນສະຫະລັດເພີ່ມຂຶ້ນສູງສຸດໃນຮອບ 30 ປີ, ຂະນະທີ່ຫຼາຍຝ່າຍກັງວົນວ່າ ບັນຫາດັ່ງກ່າວຈະຮຸນແຮງກວ່າທີ່ລັດຖະບານຄາດການໄວ້.
ລັດຖະມົນຕີການເງິນ ສະຫະລັດກ່າວອີກວ່າ: ໂຄງການລົງທຶນໃສ່ໂຄງສ້າງພື້ນຖານ ແລະ ໂຄງການ “Build Back Better” ຈະມີການຈັດສັນໃນອີກ 10 ປີຂ້າງໜ້າ ແລະ ຄິດວ່າ ການໃຊ້ຈ່າຍໃນໂຄງການເຫຼົ່ານີ້ ຈະບໍ່ເຮັດໃຫ້ສະຖານະການເງິນເຟີ້ຮຸນແຮງຂຶ້ນ. ພ້ອມທັງຄາດວ່າ ອັດຕາເງິນເຟີ້ຈະຍັງຢູ່ໃນລະດັບສູງຈົນເຖິງຊ່ວງໄຕມາດ 3 ຂອງປີໜ້າ ຈຶ່ງຈະກັບສູ່ປົກກະຕິ.
ທັງນີ້ ກະຊວງແຮງງານຂອງສະຫະລັດເປີດເຜີຍວ່າ: ດັດສະນີລາຄາຜູ້ບໍລິໂພກ (CPI) ເຊິ່ງເປັນຕົວຊີ້ວັດເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກເພີ່ມຂຶ້ນ 0,4% ໃນເດືອນກັນຍາ ເມື່ອທຽບເດືອນສິງຫາ ເຊິ່ງສູງກວ່ານັກວິເຄາະຄາດການໄວ້ຈະຢູ່ທີ່ 0,3% ແຕ່ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 5,4% ສູງກວ່ານັກວິເຄາະຄາດການໄວ້ທີ່ຄາດວ່າຈະຢູ່ທີ່ 5,3%.