ຮູ້ຈັກ ເຂື່ອນໄຟຟ້ານ້ຳມັງ 3 ໜຶ່ງໃນກຳລັງການຜະລິດສຳຄັນຂອງປະເທດເຮົາ

1423

ໂຄງການເຂື່ອນໄຟຟ້ານ້ຳມັງ 3 ໄດ້ຮັບການສຶກສາຄວາມເປັນໄປໄດ້ໃນປີ 1992 ເພື່ອທີ່ຈະພັດທະນາສາຍນ້ຳມັງເທິງປ່າສະຫງວນແຫ່ງຊາດພູເຂົາຄວາຍໂດຍການສ້າງເຂື່ອນຕັນສາຍນ້ຳຍວງທີ່ເປັນສາຂາໜຶ່ງຂອງນ້ຳມັງເຮັດໃຫ້ເປັນອ່າງເກັບນ້ຳ ເພື່ອສ້າງເປັນໂຄງການເຂື່ອນໄຟຟ້ານ້ຳມັງ 3 ຢູ່ພາຍໃຕ້ການຄຸ້ມຄອງຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ.

ເປັນເຂື່ອນທີ່ຜະລິດໄຟຟ້າເພື່ອຈຳໜ່າຍໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ, ຕັ້ງຢູ່ເຂດບໍລິເວນປ່າສະຫງວນແຫ່ງຊາດພູເຂົາຄວາຍ ເມືອງ ທຸລະຄົມ ແຂວງວຽງຈັນ ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດຕາເວັນອອກສຽງເໜືອປະມານ 60 ກິໂລແມັດ, ຫ່າງຈາກເຂື່ອນໄຟຟ້ານ້ຳງື່ມ 1 ຕາມທິດຕາເວັນອອກສຽງໃຕ້ ປະມານ 30 ກິໂລແມັດ.

ເຂື່ອນນ້ຳມັງ3 ໄດ້ເລີ່ມລົງມືກໍ່ສ້າງໃນປີ 2002 ແລະ ສຳເລັດການກໍ່ສ້າງໃນປີ 2005 ໂດຍບໍລິສັດ China International Water and Electric Corporation (CWE) ເປັນຜູ້ຮັບເໝົາກໍ່ສ້າງ. ເຂື່ອນໄຟຟ້ານ້ຳມັງ 3 ມີເນື້ອທີ່ອ່າງໂຕ່ງກວມ 82 ກິໂລຕາແມັດ, ເນື້ອທີ່ອ່າງເກັບນ້ຳກວມ 10,02 ກິໂລຕາແມັດ, ລະດັບນໍ້າເຕັມອ່າງ 750 ແມັດ ແລະ ຕ່ຳສຸດ 742 ແມັດ ທຽບໃສ່ລະດັບໜ້ານ້ຳທະເລ; ອ່າງເກັບນ້ຳສາມາດບັນຈຸນ້ຳໄດ້ 58 ລ້ານແມັດກ້ອນເວລານ້ຳເຕັມອ່າງ

ພາກສ່ວນຕ່າງໆຂອງເຂື່ອນໄຟຟ້ານ້ຳມັງ 3 ປະກອບມີ: ອ່າງເກັບນຳທີ່ສ້າງເປັນເຂື່ອນດິນ ແລະ ເຂື່ອນຕັນນ້ຳຫຼັກ (main dam). ເຂື່ອນຕັນນ້ຳ main dam ເປັນເບຕົງອັດແໜ້ນເປັນແບບ RCC, ປະຕູລະບາຍນ້ໍາລົ້ນແບບເປີດມີ 4 ຊ່ອງທາງ ກວ້າງຊ່ອງທາງ 13,3 ແມັດ; ຄວາມຍາວຂອງສັນເຂື່ອນ 150 ແມັດ, ກວ້າງ 5 ແມັດ, ສູງ 28 ແມັດ, ເພື່ອເພີ່ມປະສິດທິພາບຂອງການຜະລິດພະລັງງານໄຟຟ້າ ໄດ້ຕິດຕັ້ງ Fuse cate ໄວ້ເທິງເຂື່ອນ main dam ມີຄວາມສູງ 1 ແມັດ;
ເຂື່ອນດິນມີລວງສູງ 19,9 ແມັດ ສັນເຂື່ອນຍາວ 436 ແມັດ; ເຂື່ອນອວ່າຍນ້ຳສາມາດອວ່າຍເອົານ້ຳຈາກຫ້ວຍກວງເຂົ້າຫາອ່າງເກັບນ້ຳດ້ວຍປະລິມານ 10 ແມັດກ້ອນຕໍ່ວິນາທີ; ລະບົບສົ່ງນ້ຳເຂົ້າຫາເຮືອນຈັກມີຄວາມຍາວທັງໝົດປະມານ 3.668 ແມັດ ໃນນັ້ນ ປະກອບດ້ວຍ; ອຸໂມງສົ່ງນ້ຳມີຄວາມຍາວ 512 ແມັດ ມີຂະໜາດໜ້າຕັດ 1,8 ແມັດ ແລະ 2,2 ແມັດ; ໄດ້ມີການສ້າງທໍ່ຫາຍໃຈເພື່ອຫຼຸດແຮງດັນຂອງນ້ຳເຂົ້າຫາເຄື່ອງຈັກ

ເຊິ່ງເປັນຈຸດເຊື່ອມຕໍ່ລະຫວ່າງ ອຸໂມງສົ່ງນ້ຳ ແລະ ທໍ່ແຮງດັນສູງ (Penstock); ທໍ່ຫາຍໃຈມີເສັ້ນຜ່ານສູນກາງ 4,5 ແມັດ ແລະ ເລິກ 41,3 ແມັດ; ທໍ່ສົ່ງນ້ຳຍາວ 3.152 ແມັດ ແລະ ມີຂະໜາດໜ້າຕັດ 0,9-1,8 ແມັດ; ລະດັບຄວາມສູງຂອງນໍ້າຕົກ 544 ແມັດ ເຮືອນຈັກສຳລັບການຕິດຕັ້ງເຄື່ອງກຳເນີດກະແສໄຟຟ້າ ແລະ ລະບົບຜະລິດໄຟຟ້າຕ່າງໆ; ເຮືອນຈັກເປັນອາຄານສຳລັບຕິດຕັ້ງອຸປະກອນຜະລິດໄຟຟ້າ ແລະ ກົນຈັກຜະລິດໄຟຟ້າ ປະກອບມີເຄື່ອງກຳເນີດໄຟຟ້າສອງເຄື່ອງເປັນແບບ Pelton turbine ມີກຳລັງຕິດຕັ້ງເຄື່ອງລະ 20 ເມກາວັດ ລວມມີກຳລັງຕິດຕັ້ງ 40 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ 187 ລ້ານກິໂລວັດໂມງ/ປີ

ອັດຕາການນໍາໃຊ້ນ້ຳ 9,14 ແມັດກ້ອນຕໍ່ວິນາທີ; ລະບົບສາຍສົ່ງຂອງເຂື່ອນໄຟຟ້ານໍ້າມັງ 3 ແມ່ນລະບົບ115 ກິໂລໂວນ 2 ວົງຈອນ ເຊື່ອມຕໍ່ເຂົ້າສະຖານີໂຄກສະອາດ ເພື່ອນໍາສົ່ງພະລັງງານຊົມໃຊ້ ໃນພາກກາງ ຂອງ ສປປ ລາວ. ນອກຈາກການຜະລິດພະລັງງານໄຟຟ້າແລ້ວ ນ້ຳທີ່ໄຫຼຜ່ານຈາກເຮືອນຈັກຂອງເຂື່ອນໄຟຟ້ານ້ຳມັງ 3 ໄດ້ໄຫຼລົງສູ່ຄອງຊົນລະປະທານ ຫຼໍ່ລ້ຽງການດຳລົງຊີວິດຂອງປະຊາຊົນເຂດ ເມືອງ ທຸລະຄົມ ແຂວງວຽງຈັນ ດ້ວຍການເຮັດກະສິກຳປູກຝັງ ແລະ ລ້ຽງສັດ

ແຫຼ່ງຂໍ້ມູນ: ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ