ນະຄອນຫຼວງພົບ 114 ຄົນ ຕິດເຊື້ອໂຄວິດ19 ໃໝ່, ເມືອງສີໂຄດຕະບອງ ມີ 17 ບ້ານ 30 ຄົນ

649

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວ່າວັນທີ 24 ຕຸລາ 2021 ພົບຜູ້ຕິດເຊືື້ອໃໝ່ 615 ຄົນ (ຕິດເຊື້ອນໍາເຂົ້າ 3 ຄົນ ຈາກ ແຂວງສະຫວັນນະເຂດ) ແລະ ເສຍຊີວິດ 1 ຄົນ

ຕິດເຊື້ອພາຍໃນ ມີ 612 ຄົນ ສະເພາະໃນ ນະຄອນຫຼວງ 114 ຄົນ ມາຈາກ 56 ບ້ານ, ໃນ 6 ເມືອງ ລາຍລະອຽດດັ່ງນີ້
1 ເມືອງຈັນທະບູລີ ມີ 08 ບ້ານ ,16 ຄົນ ( ບ້ານ ໜອງປີງ, ໜອງທາເໜືອ, ສີດຳດວນ, ສາຍລົມ, ທົ່ງຕູ່ມ, ຮ່ອງຄ້າ, ສີສະຫວາດ, ດົງປ່າແຫຼບ)

2 ເມືອງສີໂຄດຕະບອງ ມີ 17 ບ້ານ 30 ຄົນ (ບ້ານ ສີໄຄທົ່ງ, ນາແຮ່, ຕາດທອງ, ດ່ານຄຳ, ໂພສີ, ຈຳປາ, ໂນນຂີ້ເຫຼັກ, ໜອງປາໃນ, ໜອງດ້ວງເໜືອ, ໂພນສົມບູນ, ໜອງແຕ່ງ, ດົງນາໂຊກ, ຫລັກຫີນ, ບ້ານໃໜ່, ວຽງຄຳ, ຫນອງຫນ້ຽວ ແລະ ປົກຄອງ ມ. ສີໂຄດ)
3 ເມືອງໄຊເສດຖາ ມີ 13 ບ້ານ , 21 ຄົນ , (ບ້ານຈອມມະນີ, ນາໄຊ, ຫົວຂົວ, ເມືອງນ້ອຍ, ໂພນເຄັງ, ໂນນຫວາຍ, ໂນນສະຫວັນ, ໂພນໄຊ, ໂພນສະອາດ, ວັງຊາຍ, ສະພັງຫມໍ້, ໂນນສະຫວ່າງ, ແສງສະຫວ່າງ)

4 ເມືອງສີສັດຕະນາກມີ 08 ບ້ານ , 27 ຄົນ, (ບ້ານໂພນສີນວນ, ທົ່ງກາງ, ໂພນສະຫວ່າງ, ໂພນປ່າເປົ້າ, ຈອມເພັດເຫນືອ, ທ່າພະລານໄຊ, ສະພານທອງເໜືອ, ພະໂພ)
5 ເມືອງໄຊທານີ ມີ 09 ບ້ານ, 15 ຄົນ , (ບ້ານໄຊສະຫວ່າງ, ອຸດົມຝົນ, ຊ້າງຄູ້, ຕານມີໄຊ, ສີວິໄລ, ຄຳຮຸ່ງ, ສະພັງຄະນົງ, ນາແຄ, ພະຂາວ)

6 ເມືອງຫາດຊາຍຟອງ ມີ 01 ບ້ານ (01 ຄົນ) ບ້ານບໍ່ໂອ.
7 ຍັງສືບຕໍ່ເອົາຂໍ້ມູນ 04 ຄົນ