ເຕືອນພາກກາງ ແລະ ພາກໃຕ້ ລະວັງພາຍຸ ດີເປຼ່ຊັນ ຈະເຮັດໃຫ້ເກີດຟ້າຝົນລົມແຮງ ຢູ່ບາງພື້ນທີ່

714

ມາອີກແລ້ວ ພາຍຸລູກໃໝ່ ຍິ່ງກ້າວເຂົ້າສູ່ລະດູໜາວ ອາກາດເລີ່ມເຢັນໆແລ້ວ ບວກກັບພາຍຸທີ່ຈະເຂົ້າມາອີກ ເຕືອນທຸກຄົນລະວັງສັບສິນ ແລະ ຮ່າງກາຍສຸຂະພາບໃຫ້ດີເດີ້

ໂດຍທາງກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການເຕືອນພາຍຸ ດີເປຼ່ຊັ່ນໄດ້ກໍຕົວຢູ່ເຂດທະເລຈີນຕອນລຸ່ມ, ກໍາລັງເຄື່ອນທີ່ໃນທິດຕາເວັນຕົດສ່ຽງເໜືອມີຄວາມໄວສູງສຸດຢູ່ໃກ້ຈຸດສູນກາງ45 ກິໂລແມັດ/ຊົ່ວໂມງ

ພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງພາກໃຕ້ຂອງຫວຽດນາມ ໃນຕອນເຊົ້າຂອງວັນທີ 27 ຕຸລາ ແລະ ສືບຕໍ່ເຄື່ອນທີ່ຜ່ານພາກເໜືອຂອງປະເທດກໍາປູເຈຍ ໃກ້ກັບພາກໃຕ້ຂອງປະເທດລາວໃນວັນທີ 28 ຕຸລາ 2021 ນີ້

ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນພາກໃຕ້ ແລະ ພາກກາງໃນວັນທີ 26-29 ຕຸລາ 2021

ດັ່ງນັ້ນຈຶ່ງແຈ່້ງເຕືອນມາຍັງທຸກຄົນຊາບ ແລະ ມີສະຕິລະວັງຕົວ, ສັບຊິນ ແລະ ສັດລ້ຽງຂອງທ່ານ ທີ່ຈະເສຍຫາຍຈາກການຜ່ານເຂົ້າມາຂອງພາຍຸດັງກ່າວ ທີ່ຈະເຮັດໃຫ້ຝົນຕົກໜັກ, ອາກາດປ່ຽນແປງ, ນໍ້າຖ້ວມອັ່ງດ ຕົ້ນໄມ້ຫັກ: ເຮືອນຊານເປ່ເພ ແລະ ຂໍໃຫ້ຕິດຕາມສະພາບອາກາດຢູ່ເປັນປະຈໍາ.