ສຸດໆໄປເລີຍ ຊາລາ ສ້າງ 2 ປະຫວັດສາດ ຫຼັງພາ ລິເວີພູລ ຊະນະ ແມນຢູ ຂາດທີ່ສຸດໃນຮອບຫຼາຍປີ

718
Liverpool's Mohamed Salah, center, celebrates after scoring his side's fourth goal during the English Premier League soccer match between Manchester United and Liverpool at Old Trafford in Manchester, England, Sunday, Oct. 24, 2021. (AP Photo/Rui Vieira)

ໂມຮາເໝັດ ຊາລາ ກອງໜ້າທີມຊາດເອຢິບຂອງ ລິເວີພູລ ສ້າງປະຫວັດສາດອີກແລ້ວ ເຊິ່ງຄັ້ງນີ້ສ້າງເຖິງ 2 ປະຫວັດສາດຄື ກາຍເປັນນັກເຕະຄົນທໍາອິດຂອງ ລິເວີພູລ ທີ່ຍິງປະຕູໃນໂອແທຟຟອດ ໄດ້ເຖິງ 3 ນັດຕິດຕໍ່ກັນ ແລະ ເປັນນັກເຕະຈາກທະວີບອາຟຣິກາ ທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນພຣີເມຍລີກ ອັງກິດ ຄົນໃໝ່ທັນທີ ຫຼັງຈາກທີ່ຍິງ 3 ປະຕູຊ່ວຍໃຫ້ ລິເວີພູລ ຖະຫຼົ່ມ ແມນເຊັສເຕີ ຢູໄນເຕັດ 5-0 ເມື່ອວັນທີ 24 ຕຸລາ 2021.

ປະຕູດັ່ງກ່າວ ເປັນປະຕູທີ 105 ຂອງ ຊາລາ ທີ່ຍິງໃນພຣີເມຍລີກ ອັງກິດ ເຮັດໃຫ້ລາວກາຍເປັນນັກເຕະຈາກທະວີບອາຝຣິກາ ທີ່ຍິງປະຕູໃນພຣີເມຍລີກ ຫຼາຍທີ່ສຸດແຊງ ດິດິເຢ ດຣ໊ອກບາ ຕໍານານເຈົ້າຂອງສະຖິຕິຄົນເກົ່າທີ່ຍິງໃຫ້ກັບ ເຊລຊີ 104 ປະຕູ.

ນອກນັ້ນ, ຊາລາ ຍັງຍິງໄປແລ້ວ 10 ນັດຕິດຕໍ່ກັນໃນທຸກລາຍການ ໂດຍລາວເປັນນັກເຕະຄົນທີ 4 ຈາກ 5 ລີກໃຫຍ່ຂອງເອີຣົບ ທີ່ສາມາດເຮັດໄດ້ຕໍ່ຈາກ ຄຣິສເຕຍໂນ ໂຣນັລໂດ ເຮັດໄດ້ໃນເດືອນເມສາ 2018, ດູວານ ຊາປາຕ້າ ເຮັດໄດ້ໃນເດືອນມັງກອນ 2019 ແລະ ໂຣເບີດ ເລວານດອຟສະກີ ເຮັດໄດ້ເຖິງ 3 ຄັ້ງ.

ເຊິ່ງແນ່ນອນໄຊຊະນະຄັ້ງນີ້ຍັງເຮັດໃຫ້ ລິເວີພູລ ຊະນະ ແມນເຊັສເຕີ ຢູໄນເຕັດ ຂາດລອຍທີ່ສຸດໃນຮອບຫຼາຍ 100 ປີ ເຊິ່ງ ລິເວີພູລ ເຄີຍຊະນະ ແມນເຊັສເຕີ ຢູໄນເຕັດ 5-0 ເກີດຂຶ້ນກ່ອນໜ້ານີ້ໃນປີ 1925 ເຊິ່ງຄັ້ງນັ້ນ ລິເວີພູລ ຫຼິ້ນໃນບ້ານ.
ຮູບຈາກ: AP