“ມີສະຕິ ຕັ້ງໃຈ ລົງມືເຮັດ ເພື່ອຜົນສຳເລັດ” ຍິນດີກັບ ເອ້ ນໍ້າທິບ ຫມາຍເລກ MUL03

820

ສະແດງຄວາມຍິນດີດ້ວຍ ກັບສາວງາມຜູ້ຜ່ານເຂົ້າຮອບ 16 ຄົນເປັນທີ່ຮຽບຮ້ອຍ ໃນເວທີປະກວດ ເພື່ອຊອກຫານາງງາມຈັກກະວານ Miss Universe Laos 2021 ແລະ ໂຄງການປະກວດກໍໄດ້ປະກາດຜົນມາເປັນທີ່ຮຽບຮ້ອຍແລ້ວ ສໍາລັບຜູ້ຜ່ານເຂົ້າຮອບ 16ຄົນ ແລະ ຫນຶ່ງໃນນັ້ນກໍຄືສາວງາມຄົນນີ້  ນໍ້າທິບ ປະພັນ ຊື່ຫລິ້ນ ເອ້ ຫມາຍເລກ MUL03 ປັດຈຸບັນ ອາຍຸ 19ປີ ມາຈາກນະຄອນຫລວງວຽງຈັນຂອງເຮົານີ້ເອງ.

ທຳອິດທີ່ຮູ້ວ່າຕົນເອງໄດ້ເຂ້າຮອບຢາກບອກວ່າຕົກໃຈແຮງ ແລະ ດີໃຈຈົນບອກບໍ່ຖືກເລີຍ ເຊິ່ງມານີ້ເປັນເວທີທຳອິດ ທີ່ນ້ອງໄດ້ເຂົ້າຮ່ວມປະກວດ ແລະ ເອ້ເອງກໍມີຄວາມໃຝ່ຝັນ ຢາກເປັນນາງງາມ ຢາກເປັນ Miss Universe Laos 2021  ຄົນຕໍ່ໄປ ແຕ່ຖ້າວ່າບໍ່ໄດ້ ໃນວົງການບັນເທີງ ເອ້ກໍຢາກເປັນນາງແບບ ເພາະຢາກມີວຽກງານຫາເງິນລ້ຽງຕົນເອງ ແລະ ຄອບຄົວໄດ້.

ຄະຕິປະຈໍາໃຈ ຂອງເອ້ແມ່ນ: “ມີສະຕິ ຕັ້ງໃຈ ລົງມືເຮັດ ເພື່ອຜົນສຳເລັດຂອງຫນ້າທີ່” ສໍາລັບເຫດຜົນທີ່ເຮັດໃຫ້ເອ້ເລືອກທີ່ຈະມາປະກວດເວທີນີ້ ເພາະວ່າຮູ້ສຶກວ່າເຫມາະ ແລະ ມັນກໍຄົງຈະເຂົ້າທາງຕົນເອງ ເພາະບຸກຄະລິກຂອງຕົນເອງເປັນຄົນຫ້າວໆ ແລະ ມີຄວາມຫມັ້ນໆ ຫມັ້ນໃຈໃນຕົນເອງ ຈຶ່ງເລືອກມາປະກວດເວທີນີ້ເປັນເວທີທໍາອິດ.

ສໍາລັບຄວາມສາມາດພິເສດຂອງນ້ອງ ແລະ ຢາກຈະໂຊໃຫ້ທຸກຄົນໄດ້ເຫັນຄື ນ້ອງຈະຕີກາເຟ ເພາະຄິດວ່າມັນເປັນຄວາມສາມາດຂອງຕົນເອງ ຢູ່ບ້ານຂາຍກາເຟແນ່ ຟັງເບິ່ງຄືວ່າງ່າຍ ແຕ່ເຮັດໃຫ້ແຊບຂື້ນກັບຝີມື ແລະຄວາມສາມາດຂອງໃຜລາວ.

ກ່ອນການປະກວດກໍໄດ້ມີການກຽມຕົວຫລາຍຢ່າງເລີຍເຊັ່ນ ບໍ່ວ່າຈະເປັນການຊ້ອມບຸກຄະລິກການຍ່າງ, ການດູແລຮັກສາຜິວພັນຕົນເອງ ບໍ່ໃຫ້ດໍາກວ່າເກົ່າ ຮາຮາຮາ ແລະ ທີ່ສໍາຄັນເລີຍຄື ການແລກປ່ຽນຊອກຫາຄວາມຮູ້ໃຫມ່ໆ ເພື່ອພັດທະນາຕົນເອງຢູ່ເລື້ອຍໆ ແລະ ເປັນຄົນຄິດບວກຢູ່ສະເຫມີ ເພາະເຊື່ອວ່າຄວາມງາມຕ້ອງອອກຈາກພາຍໃນ ທາງດ້ານແນວຄິດ, ຈິດສໍານຶກແລ້ວຈຶ່ງອອກມາສູ່ພາຍນອກ.

ຖ້າຫາກເອ້ໄດ້ຕຳແຫນ່ງອັັນຊົງກຽດຈາກເວທີລະດັບຈັກກະວານນີ້ ສິ່ງທີ່ນ້ອງຢາກຈະເຮັດ ເພື່ອຊ່ວຍເຫລືອສັງຄົມ ນ້ອງຢາກຊ່ວຍຄົນທີ່ທຸກຍາກ, ລຳບາກຂາດເຂີນ ເປັນຕົ້ນຄື ຢາກຊ່ວຍເຫລືອຜູ້ເຖົ້າຜູ້ແກ່ທີ່ຢູ່ບ້ານຜູ້ດຽວ ອາດຈະເປັນການສ້າງມູນນິທິ ຫລື ອົງການ ເພື່ອຊ່ວຍເຫລືອຄົນກຸ່ມນີ້ໂດຍສະເພາະເລີຍ ໃຫ້ເຂົ້າເຈົ້າໄດ້ຮັບຄວາມອົບອຸນ ແລະ ໄດ້ຮັບການດູແລ ຄືກັບຄົນໃນຄອບຄົວດຽວກັນ.

ເນື່ອງຈາກວ່າເວທີນີ້ ເປັນເວທີທຳອິດຂອງເອ້ເລີຍ ຈັ່ງໃດກໍຂໍຝາກທຸກຄົນ ຊ່ວຍເຊຍ ແລະ ເປັນກຳລັງໃຈໃຫ້ເອ້ ແລະ ຜູ້ເຂ້າປະກວດອີກ 15ຄົນແນ່ເດີ້ ເອ້ MUL03 ສາມາດຕິດຕາມຜົນງນ ແລະ ການເຄື່ອນໄຫວຕ່າງໆຂອງເອ້ໄດ້ ຜ່ານທາງເຟສບຸກສ່ວນຕົວ Namthip Paphun.

ຮູບ: Namthip Paphun