ການຕິດເຊື້ອມີຢູ່ເລື້ອຍໆບໍ່ມີວັນສີ້ນສຸດ ອາດເພາະຜູ້ຕິດເຊື້ອໃຫ້ຂໍ້ມູນບໍ່ຄົບ ຫຼື ບໍ່ຈື່ທາມລາຍ ທຸກຄົນຕ້ອງມີສະຕິ

510

ທ່ານນາງ ດຣ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ

ສິ່ງທີ່ໜ້າສົນໃຈກໍ່່ຄື ຖ້າທຽບໃສ່ຈໍານວນຄົນທີ່ໄດ້ກວດໃນນະຄອນຫຼວງວຽງຈັນທີ່ຫຼາຍກວ່າແຂວງອື່ນ ແຕ່ພົບວ່າ 100 ຄົນໃດ ພົບຄົນຕິດເຊື້ອ ປະມານ 13 ຄົນ. ແຕ່ແຂວງທີ່ມີຈໍານວນກວດໜ້ອຍ ພັດພົບຄົນຕິດເຊື້ອຫຼາຍກວ່າ ຊຶ່ງຫຼາຍກວ່າໝູ່ແມ່ນຢູ່ ແຂວງສະຫວັນນະເຂດ ຄືກວດ 100 ຄົນໃດ ພົບວ່າປະມານ 34 ຄົນຕິດເຊື້ອ. ໃນຄົນ ກວດຄົນໄດ້ໜ້ອຍ ອາດມີສາເຫດມາຈາກ ຜູ້ຕິດເຊື້ອອາດໃຫ້ຂໍ້ມູນຜູ້ພົວພັນໄກ້ຊິດບໍ່ຄົບ ຫຼື ຜູ້ຕິດເຊື້ອບໍ່ຈື່ ທາມລາຍຂອງຕົນເອງ

ນີ້ໄດ້ເຮັດໃຫ້ທິມງານບໍ່ສາມາດຄົ້ນຫາກຸ່ມສ່ຽງໄດ້ຢ່າງກວ້າງຂວາງ ຊຶ່ງຈະສົ່ງຜົນເຮັດໃຫ້ ຜູ້ສ່ຽງຕິດເຊື້ອ ຍັງສັນຈອນປະປົນຢູ່ກັບຊຸມຊົນ ແລະ ບໍ່ໄດ້ຮັບການກວດເທື່ອ ເຮັດໃຫ້ຊຸມຊົນນັ້ນ ມີຄວາມສ່ຽງສູງໃນການຕິດເຊື້ອໃນອະນາຄົດອັນໄກ້ ແລະ ເຮັດໃຫ້ ການຕິດເຊື້ອ ມີຢູ່ເລື້ອຍໆ ບໍ່ມີວັນສີ້ນສຸດ.

ສະນັ້ນ ຂໍຮຽກຮ້ອງໃຫ້ທຸກຄົນ ທີ່ຮູ້ວ່າຕົນເອງມີສໍາພັນໄກ້ຊິດ ເປັນກຸ່ມ C1 ກັບຜູ້ຕິດເຊື້ອແລ້ວ ຄວນໄດ້ສະເໜີຕົນເອງຕໍ່່ເຈົ້ໜ້າທີ່ ເພື່ອພິຈາລະນາ ຮັບການກວດຊອກຫາເຊື້ອ ໃນຈຸດບໍລິການກວດຂອງພາກລັດ ແຕ່ບໍ່ແມ່ນໃຫ້ບຸກຄົນຊື້ເຄື່ອງມາກວດເອງໂດຍເດັດຂາດ.

ຢາກໃຫ້ທຸກຄົນໃນສັງຄົມເຮົາ ໂດຍສະເພາະຜູ້ທີ່ເຄື່ອນໄຫວໄປມາໃນສັງຄົມ ໃນແຕ່ລະວັນ ຈົ່ງໄດ້ບັນທຶກປະຈໍາວັນເອົາໄວ້ ວ່າແຕ່ລະວັນ ທ່ານເຮັດຫຍັງ ໄປໃສແດ່ ພົບປະໂອ້ລົມ ຫຼື ກິນເຂົ້າຮ່ວມຜູ້ໃດ.
ເມື່ອໃດກໍ່່ຕາມ ທີ່ທ່ານໂຊກບໍ່ດີ ພົບວ່າຕົນເອງຕິດເຊື້ອ ຢ່າງໜ້ອຍ ທ່ານກໍ່່ໄດ້ມີບັນທຶກທາມລາຍຂອງຕົນ ແບບລະອຽດ ແລະ ຄົບຖ້ວນທີ່ສຸດ. ເຮັດແບບນີ້ ທ່ານສາມາດຊ່ວຍເຈົ້າໜ້າທີ່ໄດ້ຫຼາຍທີ່ສຸດ ໃນການຕິດຕາມຄົນໄກ້ຊິດກັບທ່ານ ເຮັດໃຫ້ເຈົ້າໜ້າທີ່ຄົ້ນຫາໄດ້ໄວ ແລະ ປິ່ນປົວເຂົາເຈົ້າໄດ້ໄວ ຖ້າເພີ່ນຕິດເຊື້ອ.

ຂໍໃຫ້ທຸກຄົນ ມີສະຕິໃນການປ້ອງກັນຕົວເອງ ໃສ່ຜ້າປິດປາກດັງ ໝັ່ນລ້າງມືໃຫ້ສະອາດຢູ່ເລື້ອຍໆ ເວັ້ນໄລຍະຫ່າງ, ກິນເຂົ້າແບບແຍກໃຜມັນ ແລະ ບໍ່ຊຸມແຊວກັນ.