ລາຍລະອຽດກໍລະນີເສຍຊີວິດໃໝ່ 2 ຄົນ ເປັນຍິງໝົດ 2

680

ທ່ານນາງ ດຣ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບການຕິດເຊື້ອໂຄວິດ 19 ຢູ່ ສ ປປ ລາວວ່າ
ມາຮອດວັນທີ 23 ຕຸລາ 2021 ທົ່ວປະເທດ ກວດພົບຜູ້ຕິດເຊື້ອໃໝ່ 648 ຄົນ (ຕິດເຊື້ອພາຍໃນປະເທດ 635 ຄົນ, ເດີນທາງຈາກຕ່າງປະເທດ 13 ຄົນ ຈາກແຂວງສະຫວັນນເຂດ 12 ຄົນ ແລະ ສາລະວັນ 1 ຄົນ), ປິນປົວຫາຍດີໃນມື້ວານນີ້ 379 ເສຍຊີວິດສະສົມ 52 (ໃໝ່ 2)

ສຳລັບຄົນເຈັບເສຍຊີວີດ 2 ຄົນ, ລາຍລະອຽດ ດັ່ງນີ້:
1 ຜູ້ທີ່ 1ເພດຍິງ, ອາຍຸ 70 ປີ ປະຈຸບັນຢູ່ບ້ານ ດານສະຫວັນ ເມືອງແກ້ວອຸດົມ, ແຂວງວຽງຈັນ
ຄົນເຈັບໄດ້ໄປສະຖານທີທີ່ສ່ຽງ ຢູ່ພາຍໃນບ້ານດານສະຫວັນ ແລະ ໂຮງໝໍແຂວງ ທີ່ມີຄົນຕິດເຊື້ອ, ຄອບຄົວຜູ້ກ່ຽວມີຜູ້ຕິດເຊື້ອນຳກັນ 06 ຄົນ
ພະຍາດປະຈໍາຕົວ ເປັນພະຍາດຫົວໃຈຊຸດໂຊມ, ຄວາມດັນເລືອດສູງ ໄດ້ກີນຢາປະຈໍາເປັນເວລາຫລາຍປີ, ເຄື່ອນໄຫວໄປມາບໍ່ໄດ້ ໄດ້ນອນກັບທີ່
ຍັງບໍ່ໄດ້ຮັບການສັກຢາວັກຊີນ, ວັນທີ 16 ຕຸລາ 2021: ຜູ້ກ່ຽວມີອາການໄອ, ຫາຍໃຈຝືດ, ແໜ້ນໜ້າເອິກ, ກິນດື່ມໄດ້ເລັກໜ້ອຍ ແລະ ບໍ່ມີອາການໄຂ້

ວັນທີ 17 ຕຸລາ 2021 ຜູ້ກ່ຽວ ໄດ້ມາກວດພະຍາດ ເພື່ອແທກຫົວໃຈ ຢູ່ໂຮງໝໍແຂວງ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19
ວັນທີ 18 ຕຸລາ 2021 ຜູ້ກ່ຽວ ໄດ້ລໍຖ້າຜົນກວດ ຢູ່ບ້ານ ແລະ ຈົນມາຮອດເວລາ 13 ໂມງ 30 ນາທີ ຂອງມື້ດຽວກັນນັ້ນ, ຜູ້ກ່ຽວມີອາການອິດເມື່ອຍ, ຫາຍໃຈຝຶດ, ແໜ້ນໜ້າເອິກ, ໄອຫລາຍ ແລະ ນອນບໍ່ໄດ້ ຈື່ງໄດ້ມາກວດ ແລະ ນອນປີ່ນປົວຢູ່ໂຮງໝໍແຂວງ

ວັນທີ 19 ຕຸລາ 2021 ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ທີ່ເມືອງໂພນໂຮງ ແຂວງວຽງຈັນ
ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 18-23 ຕຸລາ 2021 ເປັນເວລາ 06 ວັນ
ມາຮອດເວລາ 07 ໂມງ 15 ນາທີເຊົ້າ ຂອງວັນທີ 23 ຕຸລາ 2021: ຜູ້ກ່ຽວອາການອີດເມື່ອຍຫລາຍ, ຈືດມ້ານ ຫລາຍ, ຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ແພດໝໍໄດ້ສຸມທຸກກຳລັງເພື່ອເຊີດຊູຄົນເຈັບ ແຕ່ອາການຄົນເຈັບບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງ.

2 ຜູ້ທີ່ 2 ເພດຍິງ, ອາຍຸ 31 ປີ, ອາຊີບ ພະນັກງານອາສາສະໜັກ, ບ້ານຢູ່ ບ້ານຊຽງຫວາງທ່າ, ເມືອງ ໜອງບົກ, ແຂວງຄຳມ່ວນ
ຜູ້ກ່ຽວມີພະຍາດປະຈຳຕົວ ພະຍາດຫົວໃຈ, ໄດ້ສັກຢາວັກຊີນຊີໂນຟາມຄົບ 2 ເຂັມ, ວັນທີ 16 ຕຸລາ 2021 ມີອາການໄອ, ຫາຍໃຈຝືດ ແລະ ແໜ້ນໜ້າເອິກ ແຕ່ບໍ່ມາປີ່ນປົວຢູ່ສະຖານທີບໍລິການສາທາລະນະສຸກ, ຄອບຄົວໄດ້ພາຜູ້ກ່ຽວປີ່ນປົວດ້ວຍໄສຍະສາດ ແລະ ປີ່ນປົວຕາມຮິດຄອງປະເພນີ)

ວັນທີ 22 ຕຸລາ 2021: ຜູ້ກ່ຽວມີອາການໜັກ, ຫາຍໃຈຝຶດ ແລະ ທ້ອງເບັງ ຈື່ງໄດ້ມາກວດຢູ່ໂຮງໝໍແຂວງຄໍາມ່ວນ ພ້ອມທັງໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະໃນມື້ດຽວກັນຜົນກວດອອກແມ່ນພົບເຊື້ອພະຍາດໂຄວິດ-19 ແລ້ວນໍາສົ່ງເຂົ້າມານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ວັດທະນາທໍາແຂວງ, ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູ ແຕ່ເນື່ອງຈາກຜູ້ກ່ຽວມາປີ່ນປົວໃນໂຮງໝໍຊ້າ ເຮັດໃຫ້ມີອາການໜັກຫຼາຍ ແລະ ຜູ້ກ່ຽວກໍ່ໄດ້ເສຍຊິວິດລົງ.