ບໍ່ຫຼຸດລົງເລີຍ ຍອດຜູ້ຕິດເຊື້ອໂຄວິດຍັງສູງ ມື້ນີ້ 648 ຄົນ, ເສຍຊີວິດເພີ່ມອີກ 2 ກໍລະນີ

453

ສະຖານະການໂຄວິດ 19 ຢູ່ ສ ປປ ລາວ ໜ້າຫ່ວງຢູ ມື້ນີ້ວັນທີ 24 ຕຸລາ ປີ 2021 ພົບຜູ້ຕິດເຊື້ອໂຄວິດ 19 ໃໝ່ 648 ຄົນ, ເສຍຊີວິດເພີ່ມ 2 ກໍລະນີ, ນໍາເຂົ້າ 13 ຄົນ, ຕິດເຊື້ອພາຍໃນ 635 ຄົນ, ຫຼາຍກວ່າໝູ່ແມ່ນແຂວງວຽງຈັນ 184 ຄົນ, ຮອງລົງມາແມ່ນນະຄອນຫຼວງວຽງຈັນ 183 ຄົນ ແລະ ຫຼວງພະບາງ 165 ຄົນ

ທ່ານນາງ ດຣ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບການຕິດເຊື້ອໂຄວິດ 19 ຢູ່ ສ ປປ ລາວວ່າ

ມາຮອດວັນທີ 23 ຕຸລາ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 6.838 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 648 ຄົນ (ຕິດເຊື້ອພາຍໃນປະເທດ 635 ຄົນ, ເດີນທາງຈາກຕ່າງປະເທດ 13 ຄົນ ຈາກແຂວງສະຫວັນນເຂດ 12 ຄົນ ແລະ ສາລະວັນ 1 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອພະຍາດໂຄວີດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 35.633 ຄົນ, ເສຍຊີວິດສະສົມ 52 (ໃໝ່ 2) ປິນປົວຫາຍດີໃນມື້ວານນີ້ 379

ຮອດປະຈຸບັນມີຈໍານວນຜູ້ທີ່ ປິ່ນປົວຫາຍດີທັງໝົດແມ່ນ 27.671 ເຊິງໝາຍຄວາມວ່າ ມາຮອດມື້ນີ້ ມີຜູຕິດເຊື້ອພະຍາດໂຄວີດ-19 ທີ່ປີ່ນປົວຫາຍດີ ກວມເອົາ 77.65 % ຂອງ ຈຳນວນຜູ້ຕິດເຊື້ອສະສົມທັງໝົດ ຂອງ ສປປລາວ

ຕິດເຊື້ອພາຍໃນປະເທດ 635 ຄົນ ຈາກ ແຂວງວຽງຈັນ 184 ຄົນ, ນະຄອນຫຼວງວຽງຈັນ 183 ຄົນ, ຫຼວງພະບາງ 165 ຄົນ, ບໍ່ແກ້ວ 27 ຄົນ, ຈໍາປາສັກ 23 ຄົນ, ບໍລິຄໍາໄຊ 16 ຄົນ, ຫຼວງນໍ້າທາ 15 ຄົນ, ສະຫວັນນະເຂດ 9 ຄົນ, ສາລະວັນ 9 ຄົນ, ມ່ວນ 3 ຄົນ ແລະ ອັດຕະປື 1 ຄົນ.