ລາຍລະອຽດ ກໍລະນີຕິດເຊື້ອໂຄວິດ-19ສະສົມທັງໝົດ 34.985 ຄົນ ຂອງສປປລາວ ໂດຍມີພຽງແຂວງຫົວພັນ ປອດເຊື້ອ

586

ອີງຕາມບົດລາຍງານສະພາບການລະບາດ ແລະ ມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂລນາສາຍພັນໃໝ່ (COVID-19 ) ແລະ ພະຍາດໄຂ້ຍຸງລາຍ ຄັ້ງວັນທີ 23/10/2021ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ COVID-19 ໃຫ້ຮູ້ວ່າ: ຮອດວັນທີ 23 ຕຸລາ 2021 ສປປລາວມີກໍລະນີຕິດເຊື້ອໂຄວິດ-19 ສະສົມທັງໝົດ 34.985 ຄົນ.

ໃນນີ້ ນະຄອນຫຼວງວຽງຈັນ ຫຼາຍກວ່າໝູ່ມີກໍລະນີຕິດເຊື້ອສະສົມທັງໝົດ 11.080 ຄົນ ໃນນີ້ຕິດເຊື້ອພາຍໃນ 9.402 ຄົນ,ກໍລະນີນຳເຂົ້າ 1.678ຄົນ, ກຳລັງປິິ່ນປົວ 3. 352 ຄົນ ແລະ ເສຍຊີວິດ 24 ຄົນ.

ແຂວງສະຫວັນນະເຂດ ຕິດເຊື້ອສະສົມທັງໝົດ 7.466ຄົນ ໃນນີ້ຕິດເຊື້ອພາຍໃນ 2.195 ຄົນ, ກໍລະນີນຳເຂົ້າ 5.271ຄົນ, ກຳລັງ ປິ່ນປົວ 324 ແລະ ເສຍຊີວິດ 11 ຄົນ

ແຂວງຈຳປາສັກ ຕິດເຊື້ອສະສົມທັງໝົດ 5.379ຄົນ ໃນນີ້ຕິດເຊື້ອພາຍໃນ 1.533ຄົນກໍລະນີນຳເຂົ້າ 3.846ຄົນ ກຳລັງປິ່ນປົວ 186 ຄົນ ແລະ ເສຍຊີວິດ 4 ຄົນ.

ສ່ວນກໍລະນີເສຍຊີວິດສະສົມ ຈາກໂຄວິດ-19 ມີທັງໝົດ 50 ຄົນດັ່ງນີ້ນະຄອນຫຼວງວຽງຈັນ 24 ຄົນ, ແຂວງສະຫວັນນະເຂດ 11 ຄົນ, ແຂວງຈຳປາສັກ 4 ຄົນ, ແຂວງວຽງຈັນ 4 ຄົນ, ແຂວງຫຼວງພະບາງ 2 ຄົນ, ແຂວງໄຊສົມບູນ 2 ຄົນ, ແຂວງຄຳມ່ວນ 1 ຄົນ, ແຂວງສາລະວັນ 1 ຄົນ, ແຂວງບໍ່ແກ້ວ 1 ຄົນ.