ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຊຸກຍູ້ ແລະ ກວດກາປັບປຸງບັນດາປ້ອມຢູ່ພູເບ້ຍ

796

ອີງຕາມການລາຍງານຂອງໜັງສືພິມກອງທັບອອນລາຍໃຫ້ຮູ້ວ່າເ ໃນວັນທີ 19 ຕຸລາ 2021 ທ່ານ  ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮັກສາການຫົວໜ້າກົມໃຫຍ່ເສນາກອງທັບ ພ້ອມດ້ວຍຄະນະ ໄດ້ລົງຊີ້ນໍາ ແລະ ການປັບປຸງທີ່ຢູ່ອາໃສຂອງອ້າຍນ້ອງແຕ່ລະປ້ອມ ໂດຍການຕ້ອນຮັບຂອງສະຫາຍ ພັນໂທ ສີພອນ ກອງພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 101 ພ້ອມດ້ວຍພະນັກງານ – ນັກຮົບ.

ຈຸດປະສົງໃນການລົງມາໃນຄັ້ງນີ້ ເພື່ອຊຸກຍູ້ ແລະ ຊີ້ນໍາປັບປຸງເບິ່ງສະພາບການເປັນຢູ່ຂອງອ້າຍນ້ອງແຕ່ລະປ້ອມ ທີ່ພວມເຮັດໜ້າທີ່ປ້ອງກັນຂອບເຂດພູເບ້ຍ ໃຫ້ມີຄວາມສະຫງົບແລະປອດໄພ ພ້ອມທັງໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກສະຫາຍ ຫົວໜ້າການທະຫານ ກອງພັນໃຫຍ່ 101 ກ່ຽວກັບສະພາບການຈັດຕັ້ງປະຕິບັດເຮັດໜ້າທີ່ຢູ່ໃນຂອບເຂດຮັບຜິດຊອບ ແມ່ນມີຄວາມປອດໄພໂດຍພື້ນຖານ.

ໂອກາດນີ້ ,ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮັກສາການຫົວໜ້າກົມໃຫຍ່ເສນາກອງທັບ ພ້ອມດ້ວຍຄະນະ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ພ້ອມທັງເນັ້ນໜັກໃຫ້ ພະນັກງານ – ນັກຮົບ ທີ່ປະຕິບັດໜ້າທີ່ ຈົ່ງເອົາໃຈໃສ່ອົດທົນບຸກບືນຜ່ານຜ່າຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ເປັນຕົ້ນແມ່ນວຽກງານ ການເຄື່ອນໄຫວເຮັດໃຫ້ຂອບເຂດ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ 100% ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ຮັບປະກັນໃຫ້ແກ່ການເຮັດໜ້າທີ່ ໃນການກຽມພ້ອມສູ້ຮົບ ພ້ອມທັງນໍາເອົາເຄື່ອງບໍລິໂພກຈໍານວນໜຶ່ງ ມາມອບໃຫ້ພະນັກງານ – ນັກຮົບ ເພື່ອເປັນຂວັນແລະກໍາລັງໃຈ ໃນການປະຕິບັດໜ້າທີ່ຂອງຕົນ.