ການສັກວັກຊີນປ້ອງກັນໂຄວິກ-19 ເຂັມທີ 1 ໄດ້ແລ້ວ 43,43 %

544

ມາຮອດປັດຈຸບັນ ສປປລາວ ການສັກວັກຊີນປ້ອງກັນໂຄວິກ-19 ເຂັມທີ 1 ໄດ້ແລ້ວ 43,43 % ໃນນີ້ຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ, ຮອງມາແມ່ນ ສະຫວັນນະເຂດ, ຈຳປາສັກ…

ອີງຕາມບົດລາຍງານສະພາບການລະບາດ ແລະ ມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂລນາສາຍພັນໃໝ່ ຫລືໂຄວິດ-19 ແລະ ພະຍາດໄຂ້ຍຸງລາຍ ຄັ້ງວັນທີ 23/10/2021 ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ ໂຄວິດ ໃຫ້ຮູ້ວ່າ:ປັດຈຸບັນ ສປປ ລາວ ມີ 5 ຢາວັກຊີນທີ່ສັກຄື: Sinopharm, Sputnik V, AstraZeneca, Pfizer ແລະ Johnson & Johnson’s Janssen.

ສະພາບການສັກວັກຊີນໂຄວິດ-19 ແລະ ຈໍານວນເປີເຊັນທີ່ໄດ້ສັກຢາວັກຊີນທັງໝົດທົ່ວປະເທດ: ແມ່ນສັກເຂັມທີ 1 ໄດ້ 3.186.921 (ອັດຕາປົກຄຸມ 43,43 %) ແລະ ທຸກເຂັມທີ່ແນະນໍາ 2.717.482 (ອັດຕາປົກຄຸມ 37,03 %).

ໃນນີ້ແຂວງມາຮອດປັດຈຸບັນ ສປປລາວ ການສັກວັກຊີນປ້ອງກັນໂຄວິກ-19 ເຂັມທີ 1 ແມ່ນນະຄອນຫຼວງວຽງຈັນ, ຮອງມາແມ່ນ ສະຫວັນນະເຂດ, ຈຳປາສັກ, ແຂວງວຽງຈັນ,ຄຳມ່ວນ, ຫຼວງພະບາງ, ສາລະວັນ, ໄຊຍະບູລີ,ບໍ່ແກ່ວ, ບໍລິຄຳໄຊ,ອູດົມໄຊ, ຊ-ງຂວາງ,ຫົວພັນ, ຫຼວງນໍ້າທາ,ຜົ້ງສາລີ, ອັດຕະປື, ເຊກອງແລະໄຊສົມບູນ.