ມອບ-ຮັບ ໜ້າທີ່ ຫົວໜ້າພາສີປະຈຳແຂວງຄຳມ່ວນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

644

ວັນທີ 22 ຕຸລາ 2021 ທີ່ພະແນກການເງິນແຂວງຄຳມ່ວນ ໄດ້ມີພິທີ ມອບ-ຮັບ ໜ້າທີ່ຫົວໜ້າພາສີປະຈຳແຂວງຄຳມ່ວນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສີສະຫວາດ ໄຊຍະວົງ ຫົວໜ້າກອງກວດກາພາສີ (ຜູ້ເກົ່າ) ກັບ ທ່ານ ພູເມືອງ ແກ້ວຈັນທະລາ ຫົວໜ້າພາສີ ປະຈຳແຂວງຄຳມ່ວນ (ຜູ້ໃໝ່).

ນອກນັ້ນຍັງມີລະຫວ່າງທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 (ຜູ້ເກົ່າ) ກັບ ທ່ານ ບຸນທະນົງສັກ ເທບພະລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 (ຜູ້ໃໝ່) ໂດຍການເຂົ້າຮ່ວມ ຂອງທ່ານ ຄຳສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງ, ມີບັນດາທ່ານໃນຄະນະກອງກວດກາພາສີ, ຄະນະດ່ານພາສີສາກົນປະຈຳແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີແມ່ນໄດ້ຜ່ານບົດບັນທຶກການ ມອບ-ຮັບ ໜ້າທີ່ ພ້ອມທັງສະຫຼຸບສັງລວມບັນດາວຽກງານຕ່າງ. ໃນນັ້ນການຈັດຕັ້ງປະຕິບັດວຽກງານຂອງກອງກວດກາພາສີປະຈຳແຂວງ ແຕ່ເດືອນມັງກອນ 2021 ເຖິງປັດຈຸບັນ ມີຄະດີທີ່ເກີດຂຶ້ນທັງໝົດ 12 ຄະດີ. ໃນນັ້ນ ຄະດີປະເພດ ພາຫະນະ 04 ຄະດີ, ຄະດີເຄື່ອງອາໄຫຼ່ 02 ຄະດີ, ເຄື່ອງອຸປະໂພກ-ບໍລິໂພກ 03 ຄະດີ, ເຄື່ອງໄຟຟ້າ 01 ຄະດີ ແລ ຄະດີແຮ່ທາດ 02 ຄະດີ. ໃນນີ້ໄດ້ຈັດຕັ້ງ ປະຕິບັດແລ້ວຈຳນວນ 10 ຄະດີ ແລະ ຍັງຄ້າງ 02 ຄະດີ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ.

ສໍາລັບການຈັດຕັ້ງປະຕິບັດວຽກງານຂອງດ່ານພາສີສາກົນ ຂົວມິດຕະພາບ 3 ແຜນການຈັດເກັບລາຍຮັບ ປະຈຳປີ 2021 ຕາມການມອບໝາຍຈຳນວນ 337,71 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດມາຮອດວັນທີ 21 ຕຸລາ 2021 ສາມາດຈັດເກັບລາຍຮັບໄດ້ທັງໝົດ 214,94 ຕື້ກີບ ເທົ່າກັບ 63,64% ຂອງແຜນການປີ ແລະ ແຜນການຄາດຄະເນສູ້ຊົນ ໝົດປີ ຈະປະຕິບັດໄດ້ 290,22 ຕື້ກີບ ຫຼືເທົ່າກັບ 85,94% ຂອງແຜນການ.