ເສຍຊີວິດເພີ່ມ 1 ກໍລະນີ, ຕິດເຊື້ອໃໝ່ທັງໝົດ 467 ຄົນ

715

ສະຖາກະການການຕິດເຊື້ອໂຄວິດ 19 ມື້ນີ້ວັນທີ 23 ຕຸລາ 2021, ພົບຜູ້ຕິດເຊື້ອໃໝ່ 467 ຄົນ, ນໍາເຂົ້າ 15 ຄົນ, ພາຍໃນ 452 ຄົນ ຫຼາຍກວ່າໝູ່ນະຄອນຫຼວງວຽງຈັນ 232 ຄົນ, ຫຼວງພະບາງ 57 ຄົນ ແລະ ເສຍຊີວິດ 1 ຄົນ

ທ່ານນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານວ່າ ມາຮອດວັນທີ 22 ຕຸລາ 2021 ລາວເຮົາເກັບເຊື້ອມາກວດທັງໝົດ 5.717 ຕົວຢ່າງ ພົບຜູ້ຕິດເຊື້ອໃໝ່ 432 ຄົນ, ນໍາເຂົ້າ 18 ຄົນ ຈາກຈໍາປາສັກ 11 ຄົນ, ສະຫວັນນະເຂດ 4 ຄົນ

ພາຍໃນ 452 ຄົນ ຫຼາຍກວ່າໝູ່ນະຄອນຫຼວງວຽງຈັນ 232 ຄົນ, ຫຼວງພະບາງ 57 ຄົນ ແລະ ເສຍຊີວິດ 1 ຄົນ

ຜູ້ຕິດເຊື້ອພາຍໃນ 452 ຄົນ ຈາກນະຄອນຫຼວງວຽງຈັນ 232 ຄົນ, ຫຼວງພະບາງ 57 ຄົນ, ຫຼວງນໍ້າທາ 49 ຄົນ, ຄໍາມ່ວນ 27 ຄົນ, ສາລະວັນ 25 ຄົນ, ຈໍາປາສັກ 18 ຄົນ, ສະຫວັນນະເຂດ 17 ຄົນ, ບໍລິຄໍາໄຊ 15 ຄົນ, ວຽງຈັນ 6 ຄົນ, ບໍ່ແກ້ວ 3 ຄົນ ແລະ ໄຊຍະບູລີ 3 ຄົນ

ມາຮອດວັນທີ 22 ຕຸລາ 2021 ລາວເຮົາມີຜູ້ຕິດເຊື້ອສະສົມ 34.985 ຄົນ, ເສຍຊີວິດສະສົມ 50 ຄົນ(ໃໝ່ 1 ຄົນ), ປິ່ນປົວຫາຍດີ 306 ຄົນ.

ສໍາລັບຄົນເຈັບເສຍຊີວີດ 1 ຄົນ, ລາຍລະອຽດ ດັ່ງນີ້
ເພດຊາຍ ອາຍ 66 ປີ, ອາຊີບ ພະນັກງານບ ານານ, ບ້ານ ຫນອງປີງ, ເມືອງຈັນທະບ ລີ, ແຂວງ

ນະຄອນຫລວງ. ຜູ້ກ່ຽວລະນີຢັັ້ງຢືນຕິດເຊືື້ອທີື່ໄດ້ນອນປິ່່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 05/10/2021
ພະຍາດປະຈໍຕົວ ພະຍາດໝາກໄຂ່ຫຼັງ, ປະດົງຂໍ່, ເສັ້ນປະສາດແອວຖືກກົດທັບ, ບາດແຜຕິດເຊື້ອຊໍ້າເຮື້ອຢູ່ຂໍ່ຕີນເບືື້ອງຂວາ, ໄດ້ສັກຢາວັກຊິນຄົບໂດສ, ໄລຍະທີື່ນອນປິ່ນປົວຢ ຢູ່ໂຮງໝໍ ແຕ່ວັນທີ05/10/2021-22/10/2021

ເວລາ 13:30 ໂມງຂອງວັນທີ22/10/2021 ຜູ້ກ່ຽວໄດ້ເສຍຊີວິດ.