6 ເດືອນຕົ້ນປີ ນະຄອນຫຼວງວຽງຈັນ ອະນຸຍາດດໍາເນີນກິດຈະການໂຮງງານໃໝ່ 90 ໂຮງງານ ມີທຶນ 293,15 ຕື້ກີບ

877

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ລາຍງານການຈັດຕັ້ງປະຕິບັດວຽກງານວິສະເພາະໃນ 6 ເດືອນຕົ້ນປີ 2021 ຕໍ່ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເມື່ອບໍ່ດົນມານີ້ວ່າ: ໃນ 6 ເດືອນຕົ້ນປີ ພະແນກ ອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກອະນຸຍາດດໍາເນີນກິດຈະການໂຮງງານໃໝ່ໄດ້ 90 ໂຮງງານ ມີທຶນທັງໝົດ 293,15 ຕື້ກີບ.

ປັດຈຸບັນທົ່ວນະຄອນຫຼວງວຽງຈັນມີໂຮງງານ 3.330 ແຫ່ງ, ໃນນີ້ໂຮງງານຂະໜາດໃຫຍ່ມີ 180 ແຫ່ງ, ຂະໜາດກາງ 227 ແຫ່ງ, ແບບຄອບຄົວ 2.492 ແຫ່ງ ລວມທຶນ 4.884,44 ຕື້ກີບ ແລະ ມີແຮງງານກຳມະກອນ 54.339 ຄົນ ຍິງ 32.052 ຄົນ.


ວຽກງານຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້: ໄດ້ມີການດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ ຕາມຄຳສັ່ງເລກທີ 15/ນຍ, ຜ່ານການດັດສົມແມ່ນໄດ້ມີການຢຸດເຊົາ 32 ໂຮງງານ, ໃຫ້ສືບຕໍ່ 32 ໂຮງງານ, ໃຫ້ປັບປຸງ 83 ໂຮງງານ ແລະ ໃຫ້ຍ້າຍສະຖານທີ່ 15 ໂຮງງານ.

ວຽກງານພັດທະນານິຄົມອຸດສາຫະກຳ ແມ່ນໄດ້ມີການສຶກສາຄວາມເປັນໄປໄດ້ໃນເນື້ອທີ່ 20 ເຮັກຕາ ປັດຈຸບັນ 14 ຕອນດິນ
ວຽກງານປົກປ້ອງຜູ້ຊົມໃຊ້ 6 ເດືອນຕົ້ນປີ ໄດ້ຜ່ານເນື້ອໃນສະຫຼາກສິນຄ້າເປັນພາສາລາວ ມີ 7 ບໍລິສັດ ລວມມີລາຍການສິນຄ້າທັງໝົດ 147 ລາຍການ, ສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ມີ 5 ບໍລິສັດ ລວມມີລາຍການສິນຄ້າທັງໝົດ 37 ລາຍ ເຫັນວ່າບໍລິສັດເພີ່ມຂຶ້ນ 40% ແລະ ລາຍການສິນຄ້າເພີ່ມຂຶ້ນ 297,29%, ມາຮອດປັດຈຸບັນມີບໍລິສັດທີ່ມາຜ່ານເນື້ອໃນການຕິດສະຫຼາກ 62 ບໍລິສັດ ແລະ ຕິດແລ້ວ ຈຳນວນ 1.744 ລາຍການສິນຄ້າ.