WHO ເຕືອນ! ວິກິດໂຄວິດ ອາດແກ່ຍາວໄປເຖິງທ້າຍປີໜ້າ

992

​ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ເມື່ອ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ​ວ່າ ອົງ​ການ​ອະ​ນາ​ໄມ​ໂລກ (WHO) ອອກ​ມາ​ເຕືອນ​ວ່າ ການ​ລະ​ບດ​ຂອງ​ພະ​ຍາດ​ໂຄວິດ-19 ອາດ​ຈະ​ແກ່​ຍາວ​ອອກ​ໄປ​ອີກ​ຢ່າງ​ໜ້ອຍ 1 ປີ ເນື່ອງ​ຈາກ​ປະ​ເທດ​ທຸກ​ຍາກ​ບໍ່​ສາ​ມາດ​ເດີນ​ໜ້າ​ສັກ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ​ໃຫ້​ປະ​ຊາ​ຊົນ​ໄດ້​ຕາມ​ແຜນ​ທີ່​ຕັ້ງ​ໄວ້.

ດ​ຣ. ບ​ຣູ​ສ ອິ​ລ​ວາ​ຣ໌ດ ຜູ້​ບໍ​ລິ​ຫານ​ລະ​ດັບ​ສູງ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ວ່າ: ວິ​ກິດ​ການ​ຄັ້ງ​ນີ້ ຈະ​ແກ່​ຍາວ​ໄປ​ເຖິງ​ທ້າຍ​ປີ 2022 ເນື່ອງ​ຈາກ​ປະ​ຊາ​ກອນ​ໃນພູ​ມີ​ພາກ​ອາ​ຟ​ຣິ​ກ​ກາ ໄດ້​ຮັບ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ​ຍັງ​ບໍ່​ເຖິງ 5% ຂອງ​ຈຳ​ນວນປະ​ຊາ​ກອນ​ທັງ​ໝົດ ເມື່ອ​ທຽບ​ກັບ​ພາກ​ພື້ນ​ອື່ນໆ​ທີ່​ໄດ້​ຮັບ​ການ​ສັກ​ວັກ​ແຊັງ​ແລ້ວ​ເກີນ 40% ຂອງ​ຈຳ​ນວນ​ປະ​ຊາ​ກອນ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຮັ່ງ​ມີ​ບໍ​ລິ​ຈາກວັກ​ແຊັງ ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ທຸ​ກຍາກ ເພື່ອ​ບໍ່​ໃຫ້​ການ​ລະ​ບາດ​ຍືດ​ເຍື້​ອອອກ​ໄປ​ອີກ.

ວັກ​ແຊັງ​ປ້ອງ​ກັນ​ໂຄວິດ​ໃນ​ຂະ​ນະ​ນີ້ ສ່ວນຫຼາຍ​ຢູ່​ໃນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ສູງ ແລະ ​ປະ​ເທດ​ທີ່​ມີລາຍ​ໄດ້​ປານ​ກາງ​ສູງ ໂດຍ​ຂໍ້​ມູນ​ຈາກ The People’s Vaccine ເຊິ່ງ​ເປັນ​ໜ່ວຍ​ງານ​ການ​ກຸ​ສົນໃຫ້​ຮູ້​ວ່າ: ວັກ​​ແຊັງ​ສ່ວນຫຼາຍ​ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ເອີ​ຣົບ, ອັງ​ກິດ ໂດຍ​ໃນ​ສະ​ຫະ​ລັດ​ມີ​ປະ​ມານ 1 ພັນ​ລ້ານ​ໂດ​ສ, ຮອງ​ລົງ​ມາ​ແມ່ນ​ເອີ​ຣົບ 500 ລ້ານ​ໂດ​ສ, ນອກ​ຈາກ​ນີ້ ໜ່ວຍ​ງານ​ການ​ກຸ​ສົນ​ຍັງ​ຕຳ​ນິ​ອັງ​ກິດ ແລະ ກາ​ນາ​ດາ​ທີ່​ຍັງ​ຈັດ​ຫາ​ວັກ​ແຊັງ​ມາ​ສັກ​ໃຫ້​ປະ​ຊາ​ກອນ​ຕົນ​ເອງ​ຜ່ານ​ໂຄງ​ການ​ໂຄ​ແວັກ ເຊິ່ງ​ເປັນ​ໂຄງ​ການ​ກະ​ຈາຍ​ວັກ​ແຊັງ​ຢ່າງ​ເທົ່າ​ທຽມ ໂດຍ​ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ ອັງ​ກິດ​ໄດ້​ຮັບ​ວັກ​ແຊັງ​ຍີ່​ຫໍ້​ຟາຍ​ເຊີ ຈາກ​ໂຄ​ແວັກ​ຈຳ​ນວນ 539.370 ໂດ​ສ, ກາ​ນາ​ດາ​ໄດ້​ຮັບ​ແອັ​ສ​ຕ​ຣາ​ເຊ​ເນ​ກ້າ​ປະ​ມານ 1 ລ້ານ​ໂດ​ສ.