ມູນນິທິເກດ ບໍລິຈາກ 120 ລ້ານໂດລາ ຊ່ວຍປະເທດທຸກຍາກ ຊື້ຢາໂມລນູພີຣາເວຍ

459

ມູນ​ນິ​ທິ​ເກດ ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 21 ຕຸ​ລາ 2021 ວ່າ: ມູນ​ນິ​ທິ​ຈະ​ຈັດ​ສັນ​ເງິນ​ຈຳ​ນວນ 120 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ຊ່ວຍ​ໃຫ້​ປະ​ເທດ​ທຸກ​ຍາກ​ເຂົ້າ​ເຖິງ​ຢາ​ໂມ​ລ​ນູ​ພີ​ຣາ​ເວຍ ເຊິ່ງ​ເປັນ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ຂອງ​ບໍ​ລິ​ສັດ​ເມີກ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ເງິນ​ຈຳ​ນວນ​ດັ່ງ​ກ່າວ​ຈະ​ສະ​ໜັບ​ສະ​ໜູນ​ການ​ຜະ​ລິດ​ຢາ​ໂມ​ລ​ນູ​ພີ​ຣາ​ເວຍ​ໃນ​ຮູບ​ແບບ​ຢາ​ສາ​ມັນ ໂດຍ ທ່ານ ນາງ ເມ​ຣິນ​ດາ ປະ​ທານ​ຮ່ວມຂອງ​ມູນ​ນິ​ທິ​ເກດ ກ່າວ​ວ່າ: ​ຄຳ​ສັນ​ຍາ​ຂອງ​ມູນ​ນິ​ທິ​ຄັ້ງ​ນີ້ ຈະ​ຊ່ວຍ​ຮັບ​ປະ​ກັນ​ວ່າ ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໃນຫຼາຍ​ປະ​ເທດ​ຈະ​ສາ​ມາດ​ເຂົ້າ​ເຖິງ​ຢາ​ໂມ​ລ​ນູ​ພີ​ຣາ​ເວຍ, ແຕ່​ເລື່ອງ​ດັ່ງ​ກ່າວ​ນີ້ ພວກ​ເຮົາ​ຕ້ອງ​ການ​ໃຫ້​ຜູ້​ບໍ​ລິ​ຈາກ​ລາຍ​ອື່ນໆ ທັງ​ມູນ​ນິ​ທິ ແລະ ລັດ​ຖະ​ບານ​ຂອງ​ບັນ​ດາ​ປະ​ເທດ​ຕ່າໆ ຈົ່ງ​ພ້ອມ​ກັນ​ດຳ​ເນີນ​ການ​ເຊັ່ນ​ດຽວ​ກັ​ນ.

ທັງ​ນີ້ ມູນ​ນິ​ທິ​ເກດ ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2000 ເຊິ່ງ​ຖື​ວ່າ​ເປັນ​ມູນ​ນິ​ທິ​​ເພື່ອ​ການ​ກຸ​ສົນ​ຂອງ​ເອ​ກະ​ຊົນລາຍ​ໃຫຍ່​ທີ່​ສຸດ​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ເປັນ​ມູນ​ນິ​ທິ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ ໂດຍ​ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ ມູນ​ນິ​ທິ​ດັ່ງ​ກ່າວ​ໄດ້​ຮັບ​ເງິນ​ບໍ​ລິ​ຈາກ​ຈຳ​ນວນ 1,9 ຕື້​ໂດ​ລາ​ສະ​ຫະ​ລັດ ເພື່ອ​ຕໍ່​ສູ້​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຖະ​ແຫຼງ​ການ​ດັ່ງ​ກ່າວ ມີ​ຂຶ້ນ ຫຼັງ​ຈາກວັນ​ທີ 20 ຕຸ​ລາ​ຜ່ານ​ມາ ອົງ​ການ​ອະ​ນາ​ໄມ​ໂລກ (WHO) ມີ​ໂຄງ​ການທີ່​ຈະ​ຊ່ວຍ​ໃຫ້​ປະ​ເທດ​ທຸ​ຍາກ​ເຂົ້າ​ເຖິງ​ຢາປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ດັ່ງ​ກ່າວ ໂດຍ WHO ຈະ​ຈັດ​ຊື້​ຢາ​ດັ່ງ​ກ່າວ​ໃນ​ລາ​ຄາ​ ຄອ​ສ (ຊຸດ) ລະ 10 ໂດ​ລາ​ສະ​ຫະ​ລັດ​ເທົ່າ​ນັ້ນ.