ວິວພູຜາສູງ ລຽງລາຍສະລັບສະຊ້ອນ ແລະ ປ່າໄມ້ທີ່ອຸດົມສົມບູນ ທີ່ນີ້ “ພູຜາມ່ານ” 

2812

ມື້ນີ້ພາທ່ານຜູ້ອ່ານທ່ຽວຊົມ ຄວາມສວຍງາມຂອງພູຜ່າປ່າໄມ້ ແລະ ວິວທໍາມະຊາດ ທີ່ເຫັນແລ້ວອັດສະຈັນໃຈ; ສໍາຜັດກັບສິ່ງໃຫມ່ໆທີ່ທ້າທາຍຫລາຍກວ່າ ທີ່ນີີ້ສະຖານທີ່ຍອດນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຫລາຍໆຄົນໃຝ່ຝັນຢາກເຫັນດ້ວຍຕົນເອງ “ພູຜາມ່ານ (The Rock View Point At Phou Pha Marn )”

ສໍາລັບ ການເດີນທາງຈາກນະຄອນຫລວງ ລົງສູ່ທາງໃຕ້ ໄປຫາພູຜາມ່ານ (The Rock View Point At Phou Pha Marn) ໂດຍໃຊ້ເສັ້ນທາງເລກທີ13 ໃຕ້ ຮອດ 3 ແຍກທາງແບ່ງຫຼັກ 20 ຂີ່ເຂົ້າໄປປະມານ 1 ຊົ່ວໂມງ; ເສັ້ນທາງດີແຕ່ວ່າຈະມີຂຸມແດ່ໃນບາງຈຸດ ສະນັ້ນເພື່ອຄວາມ ສະດວກບໍ່ແນະນໍາໃຫ້ຂີ່ລົດເກັງໄປເດີ.

ເມື່ອໃກ້ຈະຮອດສະຖານທີ່ແມ່ນເປັນໂຄ້ງ ຈະເຫັນປ້າຍໃຫຍ່ໆບອກທາງ ເຊິ່ງສະຖານທີ່ຕັ້ງຂອງຈຸດທ່ອງທ່ຽວແຫ່ງນີ້ ແມ່ນຂຶ້ນກັບເມືອງຄູນຄຳ, ແຂວງຄຳມ່ວນ.

ພູຜາມ່ານ ( The Rock View Point At Phou Pha Marn) ເປັນແຫຼ່ງທ່ອງທ່ຽວ ທີ່ມີຄວາມກົມກືນກັບທຳມະຊາດ ແລະ ຢູ່ກັບທໍາມະຊາດຢ່າງແທ້ຈິງ ມີວິວພູຜາແຫຼມທີ່ຕັ້ງລຽງລາຍສະຫລັບສັບຊ້ອນຢ່າງມະຫັດສະຈັນ ແລະ ປ່າໄມ້ທີ່ອຸດົມສົມບູນ ຫາກໄດ້ໄປສໍາຜັດບັນຍາກາດແລ້ວຈະຮູ້ສຶກສົດຊື່ນປະທັບໃຈຈົນບໍ່ຢາກກັັບງ່າຍໆພຸ້ນລະ.

ສໍາລັບ ກິດຈະກຳທີ່ເດັ່ນໆໃນ The Rock View Point ກໍຄືການຂີ່ສະລິງ (Zip lines) ຊົມທຳມະຊາດ, ການຍ່າງປ່າ, ພາຍເຮືອ ແລະ ອີກຫຼາຍກິດຈະກຳທີ່ເຮັດໃຫ້ນັກທ່ອງທ່ຽວໄດ້ສຳພາດກັບທຳມະຊາດ ນອກຈາກນັ້ນຍັງມີທີ່ພັກທີ່ໜ້າຕື່ນຕາຕື່ນໃຈເຊັ່ນ: ເຮືອນພັກແບບແຄັບຊູນ ແລະ ເຮືອນພັກຕົ້ນໄມ້ໄວ້ໃຫ້ບໍລິການສຳລັບຜູ້ທີ່ກຽມພ້ອມ ແລະ ສົນໃຈນອນສຳພັດບັນຍາກາດທຳມະຊາດແບບສຸດໆນຳໄປອີກ.

ຢູ່ທີ່ນີ້ເອີນວ່າ ຈຸດໝາຍຂອງນັກເດີນທາງທ່ອງທ່ຽວເລີຍກໍວ່າໄດ້ ໂດຍສະເພາະຜູ້ທີ່ມັກຖ່າຍຮູບ ບໍ່ວ່າຈະປິ່ນກ້ອງໄປທາງໃດ, ມູມໃດ ກໍເຫັນວິວທໍາມະຊາດງົດງາມໄປຫມົດ ແລະ ທີ່ສໍາຄັນມີຈຸດຖ່າຍຮູບແບບເໝາະສົມຢູ່ຫລາຍຈຸດ ບໍ່ວ່າຈະເປັນຢູ່ທ່າມກາງຂົວເຊືອກ, ຕອນຂີ່ສະຫລິງ, ການປີນຜາ ແລະ ຈຸດຊົມວິວຂອງພູຜາມ່ານ ທີ່ແນມໄປອ້ອມຮອບ 360 ອົງສາ ກໍພົບຄວາມສວຍງາມຂອງທໍາມະຊາດ ພູຜາປ່າໄມ້ທີ່ອຸດົມສົມບູນຢູ່ທີ່ນັ້ນຢ່າງສຸດສາຍຫູສາຍຕາເລີຍ.

ຖ້າເວົ້າເຖິງຄວາມແປກໃຫມ່ຂອງສະຖານທີ່ແຫ່ງນີ້ ຄິດວ່າຫນ້າຈະແມ່ນເຮືອນແຄັບຊູນທີ່ໃຫ້ຄວາມສວຍງາມແປກຕາ ແຕ່ມີຄວາມກວ້າງຂວາງຢູ່ສະບາຍ ເມື່ອຕື່ນຂຶ້ນມາຍາມເຊົ້າຍ່າງອອກມາຊົມວິວຂອງພາຜາປ່າໄມ້ທີ່ລຽງລາຍ ສະຫລັບຊັບຊ້ອນຢູ່ປະຕູທາງດ້ານຫລັງ ຍາມເຊົ້ານັ່ງຈິບກະເຟຊົມວິວເບິ່ງແສງຕາເວັນອ່ອນທີ່ກໍາລັງຂຶ້ນພົ້ນຂອບຟ້າ ພໍຕົກຍາມຄໍ່າລົງແລງກໍນັ່ງຊົມຕາເວັນຕົກ ຮັບຮອງເລີຍວ່າມີຄວາມສຸກສຸດໆຈົນຢາກຢຸດເວລາເອົາໄວ້.

ໃນຍາມຄໍ່າຄືນຢູ່ທີ່ນີ້ ສາມາດເບິ່ງທາງຊ້າງເຜືອກທີ່ສວຍງາມ ແລະ ອັດສະຈັນຕາໄດ້ອີກ ຮັບຮອງເລີຍວ່າຫາເບິ່ງໄດ້ຍາກ ແລະ ງົດງາມຕຶງຕາຕຶງໃຈອີ່ຫລີເລີຍ ໃຜທີ່ມີໂອກາດໄດ້ທ່ອງທ່ຽວຢູ່ທີ່ນີ້ຕ້ອງນອນພັກ ເພື່ອຊົມຄວາມງົດງາມຈັກ 1 ຄືນ ເພື່ອຈະໄດ້ເຫັນຄວາມແຕກຕ່າງຈາກສິ່ງທີ່ເຄີຍເຫັນທັງແບບກາງເວັນ ແລະ ກາງຄືນ.

ໃນການບໍລິການຢູ່ສະຖານທີ່ນີ້ ແມ່ນມີຢ່າງຄົບຊຸດ ບໍ່ວ່າຈະເປັນທີ່ພັກ, ຮ້ານອາຫານ ແລະ ມີກິດຈະກໍາຕ່າງໆໃຫ້ເລືອກຫລິ້ນຢ່າງເຕັມອີ່ມກັບບັນຍາກາດ, ສູບກິ່ນອາຍຈາກທໍາມະຊາດ ພ້ອມກັບທ່ຽວຊົມຄວາມງົດງາມກັບສິ່ງທີ່ທໍາມະຊາດໄດ້ສ້າງຂຶ້ນ ເພື່ອໃຫ້ທຸກຄົນໄດ້ສໍາຜັດ ແລະ ຢູ່ກັບມັນຢ່າງມີຄວາມສຸກ.

ຫລັງຈາກທີ່ສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ຫ່າງຫາຍໄປ ເພື່ອເປັນການຟື້ນຟູເສດຖະກິດ ແລະ ສະຫນັບສະຫນູນນະໂຍບາຍ ລາວທ່ຽວລາວ ແນະນໍາສະຖານທີ່ແຫ່ງນີ້ເລີຍເດີ ສໍາລັບທຸກທ່ານໃນການໄປພັກຜ່ອນຢ່ອນໃຈ ຫລັງຈາກທີ່ຕ້ອງຢູ່ແຕ່ບ້ານ ແລະ ບໍ່ໄດ້ອອກໄປໃສເປັນເວລາຫລາຍເດືອນ ພາຫ່າງກາຍ ແລະ ຈິດໃຈ ພ້ອມດ້ວຍຄອບຄົວ ແລະ ຄົນທີ່ທ່ານຮັກ ໄປສ້າງກິດຈະກໍາ ແລະ ຄວາມຊົງຈໍາດີໆດ້ວຍກັນນະທີ່ແຫ່ງນີ້ “ພູຜາມ່ານ (The Rock View Point At Phou Pha Marn)’’ ຮັບຮອງວ່າປະທັບໃຈ.

 

ຮູບ: ພູຜາມ່ານ The Rock View Point At Phou Pha Marn