ຈີນໄປໄກ! ຫຼ້າສຸດນຳໃຊ້ວັກຊີນຊະນິດ ສູບດົມ ຫຼື ພົ່ນ ທາງດັງຢັ້ງຢືນວ່າໄດ້ປະສິດທິພາບສູງ

1098

ປັດຈຸບັນນີ້ ຈະເຫັນວ່າມີວັກຊິນທີ່ຫຼາກຫຼາຍປະເພດ ແຕ່ທັງໝົດແມ່ນໃຊ້ສຳລັບສັກເຂົ້າຮ່າງກາຍ ເຂົ້າພາຍໃນຕົວຂອງຄົນເຮົາ ແຕ່ວ່າຫຼ້າສຸດນີ້ ສປ ຈີນແມ່ນມີຢາວັກຊິນຊະນິດ ດົມ ເຊິ່ງວ່າມີຄວາມທົນທານດີ ຕາມຂ່າວລະບຸໃຊ້ໃນປະລິມານພຽງແຕ່ 1 ໃນ 5 ຂອງວັກຊິນຊະນິດສີດເຂົ້າກ້າມເນື້ອ ແລະ ຍັງກະຕຸ້ນການຕອບສະໜອງທີ່ແຂງແກ່ນອີກດ້ວຍ.

ເຊິ່ງນັ້ນສາມາດເວົ້າໄດ້ວ່າ ຈີນແມ່ນມີຄວາມຄືບໜ້າທາງດ້ານປະສິດທິພາບຂອງວັກຊິນປ້ອງກັນເຊື້ອພະຍາດໂຄວິດ19 ຊະນິດສູບ ຫຼື ດົມ ( ໃຊ້ ສີດ, ພົ່ນທາງດັງ) ເວັກຊິນດັ່ງກ່າວ ແມ່ນພັດທະນາໂດຍບໍລິສັດ ແຄນຊິໂນ ໄບໂອໂລຈິກ ອິງ ເຊິ່ງເປັນບໍລິສັດຂອງຈີນໂດຍກົງ.

ວັກຊິນຊະນິດນີ້ ແມ່ນໃຊ້ ອະດິໂນໄວຣັສ ໄທປ 5 ເປັນຕົວນຳພາ ຈຶ່ງເອີ້ນວັກຊິນຊະນິດນີ້ວ່າ: ແອັດໄຟວ໌ ເອັນໂຄວີ ຜົນການທົດສອບປະສິດທິພາບຫຼ້າສຸດທາງຫ້ອງປະຕິບັດການພົບວ່າ ຊ່ວຍເພີ່ມລະດັບແອນຕີບໍດີ ລົບລ້າງລິດໄດ້ເຖິງ 250-300 ເທົ່າ ເມື່ອເຮົາໃຊ້ເປັນໂດສກະຕູ້ນ.

ທັງນີ້ ສື່ຂອງອິນເດຍ ເຜີຍແຜ່ວ່າ: ວັກຊິນຊະນິດສູບ ດົມ ຂອງຈີນ ແມ່ນມີຄວາມປອດໄພ ມີປະສິດທິພາບ ເມື່ອໃຊ້ເປັນໂດສກະຕຸ້ນຫຼັງສີດວັກຊິນຊະນິດເຊື້ອຕາຍຄົບສອງໂດສມາແລ້ວເປັນເວລາເຄິ່ງປີ. ການໃຊ້ວັກຊິນຊະນິດສູບ ດົມ ມີຄວາມປອດໄພກວ່າ ສ້າງພູມຄຸ້ມກັນໄດ້ຫຼາຍກວ່າການສີດວັກຊິນເຊື້ອຕາຍຊະນິດເດີມທີ່ເປັນໂດສກະຕຸ້ນ.