ຊື່ມຊົມຜົນງານ! ກອງພັນ 118 ກອງພັນໃຫຍ່ 401 ຜະລິດດິນບັອກຂາຍສ້າງຄວາມເຂັ້ມແຂງໃຫ້ກົມກອງ

854

ນັບແຕ່ຕົ້ນປີ 2020 ມາຮອດປັດຈຸບັນ ຄະນະພັກ – ຄະນະບັນຊາ ກອງພັນ 118 ກອງພັນໃຫຍ່ 401 ໄດ້ຊີ້ນຳ – ນຳພາ ພະນັກງານ -ນັກຮົບ ພາຍໃນກົມກອງຂອງຕົນ ປັບປຸງກໍ່ສ້າງກົມກອງຕາມຂໍ້ກໍານົດ 5 ມາດຖານໃນການສ້າງກົມກອງວັດທະນະທຳໃຫ້ເປັນຮູບປະທຳຕົວຈິງ.

ສະຫາຍ ພັນໂທ ບຸນທຳ ສຸກຂະວົງ ຫົວໜ້າການທະຫານກອງພັນ 118 ກອງພັນໃຫຍ່ 401 ໃຫ້ຮູ້ວ່າ: ເຮືອນຄົວລວມຂອງກອງພັນ ເລີ່ມຕົ້ນກໍ່ສ້າງແຕ່ຕົ້ນປີ 2020 ມີຂະຫນາດ 12 x 24 ແມັດ, ໂຄງສ້າງຫຼັງຄາເຮັດດ້ວຍໄມ້, ກໍ່ດ້ວຍດີນບ໊ອກ, ເທດ້ວຍເບຕົງເສີມເຫຼັກ, ສຳເລັດແລ້ວ70% ລວມມູນຄ່າການກໍ່ສ້າງ 37 ລ້ານກີບ, ຂັ້ນເທິງຊ່ວຍເຫຼືອ 22 ລ້ານກີບ, ກໍ່ສ້າງຫໍຂ່າວ 4 x 6 ແມັດ, ໂຄງຮ່າງເຮັດດ້ວຍໄມ້, ມຸງດ້ວຍກະເບື້ອງ, ເທພື້ນດ້ວຍເບຕົງເສີມເຫຼັກ ສຳເລັດແລ້ວ 90 % ລວມມູນຄ່າ 11 ລ້ານກີບ, ກໍ່ສ້າງຮ້ານຂາຍເຄື່ອງໃຫ້ສະຫະພັນແມ່ຍິງ ຂະໜາດ 6 x 8 ແມັດ, ສຳເລັດແລ້ວ 10 % ມູນຄ່າການກໍ່ສ້າງ 6,7 ລ້ານກີບ, ລວມມູນຄ່າການກໍ່ສ້າງທັງໝົດ 54,7 ລ້ານກີບ.

ລາຍຮັບທີ່ໄດ້ມາປັບປຸງກໍ່ສ້າງກົມກອງໃນຄັ້ງນີ້ ມາຈາກການຜະລິດດີນບ໊ອກຂາຍ, ການລະດົມທຶນຈາກພະນັກງານ – ນັກຮົບພາຍໃນກົມກອງ, ສ່ວນແຮງງານການກໍ່ສ້າງທັງໝົດແມ່ນກົມກອງກຸ້ມຕົນເອງ 100%, ຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2021 ນີ້.

ການກໍ່ສ້າງໃນຄັ້ງນີ້ກໍ່ເພື່ອກຽມຮັບຕ້ອນ ວັນສຳຄັນຕ່າງໆ ຂອງຊາດ, ຂອງກອງທັບ ທີ່ຈະມາເຖິງໃຫ້ເປັນຂະບວນການຟົດຟື້ນ ທັງເຮັດໃຫ້ກົມກອງມີຄວາມເປັນລະບຽບຮຽບຮ້ອຍ, ແໜ້ນໜາຖາວອນ, ສະອາດງາມຕາ ຕາມທິດຊີ້ນຳຂອງຂັ້ນເທິງ ແລະ ອີກຢ່າງກໍ່ເພື່ອເຮັດໃຫ້ກົມກອງກາຍເປັນກົມກອງວັດທະນະທຳ, ນັກຮົບວັດທະນະທຳ ແລະ ກອງປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຊຸມປີຕໍ່ໜ້າ.

 

ຈາກ: ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ