ຂ່າວດີ! ສະຫັວນນະເຂດ ປິ່ນປົວຫາຍດີອີກ 45 ຄົນ ຈາກສອງໂຮງໝໍສະໜາມ

537

ຕາມການລາຍງານຂອງ ພະແນກສາທາລະນະສຸກ ແຂວງ ສະຫວັນນະເຂດ ໃນປະຈຸບັນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ 7.522 ຄົນ, ປີ່ນປົວດີເເລ້ວສະສົມ 7.195 ຄົນ, ຍັງປີ່ນປົວຢູ່ໂຮງໝໍສະໜາມ 327 ຄົນ, ເສັຍຊີວິດສະສົມ 11 ຄົນ,ຍິງ 2 ຄົນ. ເຫັນໄດ້ວ່າຕົວເລກທີ່ຍັງຄ້າງທີ່ສູນປິ່ນປົວແມ່ນດີຂຶ້ນຕາມລຳດຳລັບ.

ວັນທີ 21 ຕຸລາ 2021 ສະຫວັນນະເຂດກໍ່ໄດ້ສົ່ງຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ເພີ່ມ ຈຳນວນ 45 ຄົນ ໃນນີ້ແມ່ນໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9 ຈຳນວນ 44 ຄົນ ແລະ ໂຮງໝໍສະໜາມ ແພໄໝ 1 ຄົນ.

ກ່ອນກັບບ້ານກຸ່ມວຽກຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໄດ້ສຸຂະສຶກສາ ໃຫ້ຄວາມຮູ້ກັບຜູ້ທີ່ປີ່ນປົວດີເເລ້ວ ແລະ ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ,ບ້ານ ແລະ ສະຖານທີ່ສ່ວນຕົວ.

ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

ພ້ອມດັຍວກັນສັງຄົມກໍ່ຕ້ອງໃຫ້ໂອກາດ ໃຫ້ກຳລັງໃຈພວກເພິ່ນໃຫ້ກັຄືນສູ່ສັງຄົມຢ່າງມີຄວາມສຸກ ສ່ວນຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີແລ້ວໃຫ້ສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal )ໃຫ້ເປັນປົກກະຕິ.