ຄະນະສະເພາະກິດແຈ້ງ ຫ້າມເດັດຂາດບໍ່ໃຫ້ກິນເຂົ້າຮ່ວມກັນ ເພາະນີ້ອາດເປັນຈຸດເລີ່ມຂອງການກະຈາຍເຊື້ອພະຍາດ

704

ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ

ປະຈຸບັນນີ້ ມີລາຍງານພົບການຕິດເຊື້ອໃນຖັນແຖວນັກສືກສາ, ພະນັກງານ, ກໍາມະກອນໂຮງຈັກໂຮງງານ ທີ່ຢູ່ຫໍພັກ ໂດຍລວມແລ້ວ ຖືວ່າເປັນອີກສະຖານທີ່ຢູ່ລວມກັນຂອງຫຼາຍຄົນທີ່ມີຄວາມສ່ຽງສູງໃນການແຜ່ເຊື້ອ.
ສະນັ້ນ ຂໍໃຫ້ທຸກຄົນ ມີສະຕິໃນການປ້ອງກັນຕົວເອງຢ່າງເຄັ່ງຄັດ ເຊັ່ນ: ໃສ່ຜ້າປິດປາກດັງ, ໝັ່ນລ້າງມືໃຫ້ສະອາດຢູ່ເລື້ອຍໆ ເວັ້ນໄລຍະຫ່າງ, ບໍ່ໃຊ້ເຄື່ອງຮ່ວມກັນ ແລະ ຫ້າມເດັດຂາດບໍ່ໃຫ້ກິນເຂົ້າຮ່ວມກັນ ເພາະນີ້ອາດເປັນຈຸດເລີ່ມຂອງການກະຈາຍເຊື້ອພະຍາດ

ຖ້າຫາກວ່າໃນກຸ່ມມີໃຜຜູ້ໜື່ງຕິດເຊື້ອ ແລະ ຖ້າໃຜມີອາການບໍ່ສະບາຍຄ້າຍຄືໄຂ້ຫວັດ ແມ່ນໃຫ້ແຍກຕົວອອກຈາກໝູ່ທັນທີ ແລະ ຮີບຮ້ອນໄປຫາແພດເພື່ອກວດຫາເຊື້ອພະຍາດ.

ສະນັ້ນ ຫຼາຍຫໍພັກແມ່ນຈະຖືກປິດບໍ່ໃຫ້ມີການເຂົ້າ-ອອກ ເພາະຖືວ່າຄົນຢູ່ໃນແມ່ນຜູ້ສຳຜັດໃກ້ຊິດເປັນໄລຍະເວລາ 14 ວັນ, ສະນັ້ນ ຂໍສະເໜີໃຫ້ຄະນະຮັບຜິດຊອບຄຸ້ມຄອງຫໍພັກ ຈົ່ງໄດ້ອະທິບາຍໃຫ້ຜູ້ທີ່ອາໃສຢູ່ຫໍພັກ ໃຫ້ເຂົ້າໃຈ ແລະ ປະຕິບັດຕາມມາດຕະການປ້ອງກັນຢ່າງເຄັ່ງຄັດ ເດັດຂາດບໍ່ໃຫ້ອອກຈາກຫໍພັກໂດຍບໍ່ໄດ້ຮັບການອະນຸຍາດ ແລະ ມອບໃຫ້ຄະນະຮັບຜິດຊອບອຳນວຍຄວາມສະດວກສະໜອງເຄື່ອງອຸປະໂພ, ບໍລິໂພກໃຫ້ສະຖານທີ່ກັກກັນໃນຈຸດດັ່ງກ່າວ.