ຄວາມອົດທົນບວກໝັ່ນຝຶກຝົນຮຽນຮູ້ ຈົນສາມາດນຳພາອົງກອນກ້າວໜ້າ

1566

ຄວາມມານະອົດທົນໃນການຝຶກຝົນຕົນເອງ, ຮຽນຮູ້ບົດຮຽນຈາກຄົນອື່ນເລື້ອຍໆ ກໍຈະເຮັດໃຫ້ບຸກຄົນນັ້ນກາຍເປັນຄົນທີ່ມີຄວາມຮູ້, ຄວາມສາມາດ, ມີ ຄວາມອົດທົນສູງຕໍ່ອຸປະສັກຕ່າງໆ ເມື່ອເຂົາກ້າວມາເປັນຜູ້ນຳອົງກອນມື້ໃດ ເຂົາກໍຈະພາອົງກອນກ້າວໄປທາງໜ້າ ແລະ ໄປສູ່ເປົ້າໝາຍໄດ້ຢ່າງຍືນຍົງໄດ້.


ທ່ານ ບຸນອູ້ມ ພັນທະປັນຍາ ອຳນວຍການ ບໍລິສັດ ບີເຄເອັນ ຈຳກັດ ( BKN ) ໄດ້ກ່າວວ່າ: ໃນເວລາສ້າງຕັ້ງບໍລິສັດ ຂ້າພະເຈົ້າແມ່ນບໍ່ມີຄວາມຮູ້, ບໍ່ມີປະສົບການດ້ານການບໍລິຫານອົງກອນ ຫຼື ບໍລິສັດມາກ່ອນ ແຕ່ຍ້ອນຄວາມໄວ້ເນື້ອເຊື່ອໃຈຈາກຫົວໜ້າ, ຈາກທີມງານ ຈຶ່ງເຮັດໃຫ້ຂ້າພະເຈົ້າໄດ້ກາຍມາເປັນຜູ້ບໍລິຫານ ແລະ ຈາກນັ້ນກໍກາຍມາເປັນອຳນວຍການບໍລິສັດໃນທີ່ສຸດ.
ສ່ວນຫຼັກການບໍລິຫານທີ່ນຳມາໝູນໃຊ້ໃນບໍລິສັດ ແມ່ນຂ້າພະເຈົ້ານຳເອົາບົດຮຽນທີ່ຖອດຖອນໄດ້ນຳບໍລິສັດທີ່ເຄີຍເຮັດຜ່ານມາ ໂດຍສະເພາະແມ່ນບົດຮຽນຈາກຜູ້ເປັນຫົວໜ້າ, ຜູ້ເປັນນາຍທີ່ເພິ່ນໄດ້ບໍລິຫານບໍລິສັດ, ໃນການແກ້ໄຂບັນຫາໄລຍະຜ່ານມາ.


ທ່ານ ບຸນອຸ້ມ ກ່າວວ່າ: ຂ້າພະເຈົ້າຈະຍອມເຮັດວຽກທຸກຢ່າງທີ່ເຮັດໄດ້ ໂດຍບໍ່ຈົ່ມບໍ່ວ່າ ຫຼື ຮຽກຮ້ອງຜົນຕອບແທນ ແລະ ຍອມຖືກຫົວໜ້າຮ້າຍ ຫຼື ດ່າ ທີ່ສຳຄັນຂ້າພະເຈົ້າບໍ່ເຄີຍຄຽດ ແລະ ຈະຄິດສະເໝີວ່າທີ່ເພິ່ນຮ້າຍແມ່ນຍ້ອນເຮົາເຮັດຜິດ, ຍ້ອນເພິ່ນຫວັງດີ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງນຳເອົາບົດຮຽນດັ່ງກ່າວມາໝູນໃຊ້ໃນບໍລິສັດ ແລະ ສາມາດບໍລິຫານບໍລິສັດລອດມາໄດ້ເຖິງທຸກວັນນີ້.
+ ໃນການບໍລິຫານ ດ້ານເພື່ອນຮ່ວມງານ: ເພື່ອນຮ່ວມງານແມ່ນພວກເຮົາໄດ້ມີການຍົກລະດັບພະນັກງານທີ່ມີຄວາມຮູ້, ຄວາມຊຳນານ ແລະ ມີປະສົບການທີ່ໄດ້ເຮັດວຽກຮ່ວມເຮົາມາດົນໃຫ້ເຂົາເຈົ້າໄດ້ກາຍມາເປັນຂາຫຸ້ນ, ເພາະຖ້າເຮົາຍົກໃຫ້ເຂົາມາເປັນຂາຫຸ້ນແລ້ວ ໂຮງງານ ຫຼື ອົງກອນ ກໍເປັນຂອງເຂົາສ່ວນໜຶ່ງ, ສະນັ້ນທຸກຄົນກໍເອົາໃຈໃສ່ຕໍ່ວຽກງານ, ເຮົາມອບໝາຍໃຫ້ແລ້ວເຂົາກໍເຮັດໄປຕາມໜ້າທີ່ ( ບໍ່ແມ່ນຈະມານັ່ງກ່າຍຂາກິນເງິນເດືອນ ).

+ ໃນການແກ້ໄຂບັນຫາ: ແມ່ນຈະບໍ່ມີຫຼັກຕາຍຕົວ ເມື່ອພົບບັນຫາພວກເຮົາຈະເອົາທີມງານມີຮ່ວມກັນປຶກສາຫາລືຫາທາງແກ້ໄຂ, ແຕ່ຖ້າບັນຫາໃດທີ່ເປັນບັນຫານ້ອຍຖ້າເຮົາສາມາດຕັດສິນໃຈໄດ້ເຮົາກໍຕັດສິນກ່ອນ, ຖ້າເປັນບັນຫາໃຫຍ່ຕ້ອງແກ້ໄຂຮ່ວມກັນ ເພາະຫາກເຮົາຕັດສິນໃຈຄົນດຽວແລ້ວມັນຜິດພາດມັນຈະກໍ່ເກີດຄວາມເສຍຫາຍໝົດອົງກອນ.
+ ແຮງຈູງໃຈຕໍ່ພະນັກງານໃຫ້ມີຄວາມຊື່ສັດ: ສຳລັບພະນັກງານໃນອົງກອນຈະໃຫ້ເຂົາຊື່ສັດກັບເຮົາໝົດທຸກຄົນຄົງເປັນໄປໄດ້ຍາກ ຕໍ່ກັບບັນຫານີ້ພວກເຮົາກໍພະຍາຍາມໃຫ້ ໂດຍສະເພາະແມ່ນດ້ານນະໂຍບາຍ, ແຕ່ການໃຫ້ນັ້ນຈະຫວັງໃຫ້ເຂົາມາຊື່ສັດກັບເຮົາ 100% ບໍ່ເປັນໄປບໍ່ໄດ້ ແຕ່ກໍສາມາດຫຼຸດຜ່ອນຄວາມບໍ່ຊື່ສັດຂອງເຂົາລົງໄດ້ຈຳນວນໜຶ່ງກໍຍັງດີ ດີກວ່າຈະບໍ່ເຮັດຫຍັງຈັກຢ່າງ ເຊິ່ງພວກເຮົາຈະມີການສ້າງນະໂຍບາຍຕ່າງໆເພື່ອເອື້ອຍອຳນວຍ ແລະ ຊ່ວຍເຫຼືອພະນັກງານ.
+ ສຳລັບການວາງຕົວ: ເປັນຄົນບໍ່ຖືຕົວ ສາມາດເຂົ້າໄດ້ໝົດທຸກຄົນຖືເປັນຮັກເປັນແພງ, ເປັນອ້າຍເປັນນ້ອງກັບພະນັກງານເຮົາຈະພະຍາຍາມເຮັດຕົວບໍ່ຫ່າງໄກກັບພະນັກງານ ເພາະບາງເທື່ອຫົວໜ້າເຂົາເວົ້າບໍ່ຟັງ ບາງເທື່ອເຮົາເວົ້າເຂົາກໍອາດຈະຟັງ ເພາະມັນຈະເກີດຊ່ອງວ່າງລະຫວ່າງເຮົາ ກັບ ພະນັກງານ.

ສຸດທ້າຍກໍຢາກຝາກມາຍັງຜູ້ທີ່ໃຝ່ຮຽນທັງຫຼາຍ ໃຫ້ມີຄວາມຕັ້ງໃຈເຕັມທີ່ ຜົນຈະອອກມາແນວໃດກໍຢ່າ ວຽກງານຕົວຈິງເປັນບັນຫາຕັດສິນ, ສູ້ຊົນພາກພຽນ, ເວລາໄປຢູ່ບ່ອນໃດໃຫ້ສາມາດເຂົ້າກັບວຽກໄດ້ຢູ່ບ່ອນຫັ້ນ, ເຖິງຈະຈົບການສຶກສາທີ່ສູງກໍບໍ່ໄດ້ໝາຍຄວາມວ່າທ່ານຈະສຳເລັດ ແລະ ເຮັດເປັນໝົດທຸກຢ່າງ ແຕ່ສິ່ງທີ່ເປັນເຄື່ອງວັດແທກວ່າສຳເລັດຈິງແມ່ນການສຶກສານັ້ນ ມັນກໍຕ້ອງຄຽງຄູ່ໄປກັບການປະຕິບັດຕົວຈິງ ດັ່ງ: “ ຜ້າອີໂຕ້ ບໍ່ມີຄົມ ຫຼື ບໍ່ຝົນມັນ ເວລານໍາໄປຟັນ ມັນກໍຂາດຢູ່ຕົ້ນໄມ້ ແຕ່ທ່ານຕ້ອງໃຊ້ແຮງຫຼາຍ ກັບພ້າທີ່ຝົນແລ້ວມີຄົມ ເວລາໄປຕັດຕົ້ນໄມ້ມັນຈະຂາດໄວ ແລະ ບໍ່ໄດ້ໃຊ້ແຮງຫຼາຍ ”.
[ ຄຳນ້ອຍ ]