ສະຫງ່າງາມ ຊຸດປະຈໍາຊາດ “ຜືນແຜ່ນດິນຄໍາແຫ່ງແດນຈໍາປາ” ໄດ້ຮັບລາງວັນຊະນະເລີດ ຜົນງານຂອງ ນົບຊະພອນ ຈັນທະວົງ

978

ທີ່ສຸດແລ້ວຊຸດນີ້ ກໍ່ສາມາດຄວ້າລາງວັນຊະນະເລີດຂອງການປະກວດ ຊຸດປະຈໍາຊາດ ມາຄອບຄອງຈົນໄດ້ ເຊິ່ງເປັນຜົນງານທີ່ຫລາຍໆຄົນ ໂດຍສະເພາະແຟນນໆນາງງາມລາວລຸ້ນຢູ່ແລ້ວ ແລະ ເຊຍກັນມາຢ່າງລົ້ນເຫລືອ ເພື່ອໃຫ້ຕົວແທນຂອງສາວງາມຈາກເວທີ Miss Universe Laos 2021  ໄດ້ສວມໃສ່ໃນເວທີອັນຊົງກຽດລະດັບຈັກກະວານ.

ຂໍສະແດງຄວາມຍິນດີທີ່ສຸດເລີຍ ທີ່ທາງກອງປະກວດ Miss Universe Laos 2021  ໄດ້ຄັດເລືອກເອົາ ຊຸດ “ຜືນແຜ່ນດິນຄໍາແຫ່ງແດນຈໍາປາ” ທີ່ອອກແບບໂດຍ ນົບຊະພອນ ຈັນທະວົງ ເຊິ່ງປະຈຸບັນແມ່ນຮຽນ ຈົບສາຍຄູໄອທີ ແລະ ມີຄວາມມັກຮັກ ໃນການອອກແບບມາແຕ່ຍັງນ້ອຍ ແລະ ເປັນຊີວິດຈິດໃຈມາໂດຍພື້ນຖານຢູ່ແລ້ວ

ສໍາລັບແຮງບັນດານໃຈໃນການອອກແບບຊຸດນີ້ມານັ້ນ ແມ່ນມາຈາກດອກຈຳປາ ທີ່ເປັນດອກໄມ້ປະຈຳຊາດລາວ ທີ່ໄດ້ປະສົມປະສານກັບລວດລາຍລາວທີ່ເປັນເອກະລັກມາແຕ່ບູຮານນະການ​ ທີ່ໄດ້ແກະແບບລວດລາຍອອກມາຈາກປູສະນິຍະສະຖານທີ່ສໍາຄັນຂອງລາວເຮົາອີກແຫ່ງນັ້ນກໍຄື “ວັດຊຽງທອງ”​ ເຊິ່ງວັດດັງກ່າວກໍ່ໄດ້ຮັບການຍ້ອງຍໍວ່າເປັນ​ ອັນຍະມະນີ​ຂອງ​ສະຖາປັດຕະຍະກຳລາວອີກດ້ວຍ.

ນ້ອງນົບຊະພອນ ຜູ້ອອກແບບ ຊຸດຜືນແຜ່ນດິນຄໍາແຫ່ງແດນຈໍາປາ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງຂອງພວກເຮົາວ່າ: ຈຸດເລີ່ມຕົ້ນໃນການມາເປັນນັກອອກແບບມາຈາກຄວາມມັກຮັກລ້ວນໆເລີຍ ເພາະຕອນຍັງນ້ອຍ ຈະມັກແຕ່ງໂຕຕຸກກະຕາແບບນັ້ນແບບນີ້, ມັກໃນການແຕ້ມຮູບຊຸດ ແລະ ອອກແບບຊຸດມາໂດຍຕະຫລອດເລີຍ.

ແລະທີ່ຜ່ານນ້ອງເອງກໍເຄີຍມີຜົນງານ ການອອກແບບຫລາຍຢ່າງທີ່ສ້າງສັນຂື້ນ ເພາະຈະມັກແຕ້ມແລ້ວອັບຮູບລົງໃນເຟສ ແລະ ກໍມີຫລາກຫລາຍຄົນມາຄອມເມັ້ນ ແລະ ໃຫ້ຄວາມສົນໃຈ ແຕ່ຜົນງານຄັ້ງຍິ່ງໃຫຍ່ທີ່ສຸດກໍຄືຄັ້ງນີ້ ທີ່ໄດ້ລາງວັນຊະນະເລີດ ຊຸດປະຈໍາຊາດຂອງເວທີ Miss Universe Laos 2021   ສໍາລັບ ຊຸດນີ້ຈະໄດ້ໄປເປັ່ງປະກາຍຄວາມເປັນລາວ ທີ່ເວທີຈັກກະວານຢ່າງງົດງາມແນ່ນອນ ເຊິ່ງສ່ວນປະກອບວັດສະດຸ​ ແລະ​ ອຸປະກອນ ໃນການປະກອບເປັນຊຸດນີ້ແມ່ນຈະປະກອບມີ ຫນັງ​ທຽມ, ທອງຄຳເປວ ຫລື​ ທອງແທ້, ຜ້າໄຫມປັກດີ້ງລາຍຄຳດ້ວຍມື,​ ຜ້າປັກເພັດ,​ ເພັດສຳລັບຕິດ, ລວດ, ​ທໍ່ PVC, ຜ້າສັກຫລາດ, ຊີຟອງ, ກຳມະຫຍີ່, ຜ້າໄຍບົວ ແລະ ໄມ້ສາກສີທອງ.

ສຸດທ້າຍຂໍຝາກຜົນງານການແຕ້ມຮູບແນວ digital art ຂອງນ້ອງແນ່ເດີ້ ແລະ ຜົນງານໃນອະນາຄົດຕໍ່ໄປແມ່ນການສ້າງສັນຊຸດປະຈຳຊາດລາວ ຝາກຊາວລາວຂອງເຮົາເປັນແຮງເຊຍແຮງໃຈແນ່ເດີ້ ແລະ ທີ່ສໍາຄັນສາມາດຕິດຕາມຜົນງານຂອງນ້ອງໄດ້ຜ່ານທາງເຟສບຸກສ່ວນຕົວ Nenui Nopsaphoned.

ເຮົາມາລຸ້ນໄປພ້ອມກັນຕໍ່ວ່າ ສາວງາມຄົນໃດຈະໄດ້ເປັນ Miss Universe Laos 2021  ຄົນຕໍ່ໄປ ແລະ ຈະໄດ້ສວມໃສ່ຊຸດ “ຜືນແຜ່ນດິນຄໍາແຫ່ງແດນຈໍາປາ”  ໃນເວທີ Miss Universe ເວທີໃຫຍ່ລະດັບຈັກກະວານ.

ຮູບ: Nenui Nopsaphoned.