ທະນາຄານຮ່ວມພັດທະນາ ໃຫ້ກໍາລັງໃຈນັກຮົບຊຸດຂາວ ທີ່ປະຈໍາຢູ່ ສູນປິ່ນປົວໂຄວິດ-19 ໃນນະຄອນຫຼວງວຽງຈັນ ມູນຄ່າ 200ລ້ານ ກີບ

674

ທະນາຄານຮ່ວມພັດທະນາ ຫຼື JDB ເປັນທະນາຄານທຸລະກິດ ທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກສັງຄົມ, ຄຽງຄູ່ກັບການບໍລິການທີ່ທັນສະໄໝ ສາມາດຕອບສະໜອງຄວາມຕ້ອງການລູກຄ້າຂອງຕົນ ເພື່ອຮັກສາຖານລູກຄ້າເກົ່າໄວ້ ແລະ ເປີດກວ້າງ ຂະຫຍາຍຖານລູກຄ້າໃໝ່ໃຫ້ກວ້າງຂວາງ. ນອກຈາກຄວາມມຸ່ງໝັ້ນໃນການເຄື່ອນໄຫວທຸລະກິດແລ້ວ ພວກເຮົາຍັງໃຫ້ຄວາມສໍາຄັນ ກ່ຽວກັບການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນໃນໄລຍະຜ່ານມາຈົນຮອດປັດຈຸບັນ ຊຶ່ງທາງແພດໝໍນັກຮົບຊຸດຂາວ ພວມປະເຊີນໜ້າຕໍ່ສູ້ຕ້ານກັບການແຜ່ລະບາດ ຂອງພະຍາດທີ່ເກີດຂຶ້ນພາຍໃນນະຄອນຫຼວງວຽງຈັນ.

ໃນວັນທີ 19 ຕຸລາ 2021 ທີ່ໂຮງໝໍເຊດຖາທິຣາດ ນະຄອນຫຼວງວຽງຈັນ ທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ ທະນາຄານຮ່ວມພັດທະນາ (JDB) ພ້ອມດ້ວຍ ທ່ານ ຄໍາຫຼ້າ ໂຫລານຸພາບ ຮອງຫົວໜ້າຫ້ອງການ ທະນາຄານຮ່ວມພັດທະນາ ໄດ້ນໍາເອົາເງິນສົດ ຈໍານວນ 20 ລ້ານກີບ ໄປມອບໃຫ້ໂຮງໝໍເຊດຖາທິຣາດ; ກ່າວຮັບໂດຍ ທ່ານ ດຣ. ຫວັງນະຄອນ ດິດຕະພົງ ຫົວໜ້າອໍານວຍການໂຮງໝໍເຊດຖາທິຣາດ.

ຈາກນັ້ນ, ໃນວັນທີ 20 ຕຸລາ 2021 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ຍັງໄດ້ມອບຮັບເງິນສົດໃຫ້ສູນປິ່ນປົວອີກ 18 ສູນປິ່ນປົວ ສູນລະ 10 ລ້ານກີບ ເພື່ອສະໜັບສະໜູນອ້າຍນ້ອງແພດໝໍທີ່ປະຈໍາຢູ່ສູນປິ່ນປົວໂຄວິດ-19 ຕ່າງໆດັ່ງນີ້: ສູນປິ່ນປົວໂຮງໝໍມິດຕະພາບ 150 ຕຽງ, ສູນປິ່ນປົວໂຮງໝໍ 103,ໂຮງໝໍສະໜາມກິລາຫ້ວຍຫົງ, ໂຮງໝໍສະໜາມຫຼັກ 27, ໂຮງໝໍສະໜາມລ້ານຊ້າງ,ໂຮງໝໍສະໜາມ ມຊ,ໂຮງໝໍເມືອງປາກງື່ມ, ໂຮງໝໍສະໜາມ ມຕ ສີເກີດ,ໂຮງໝໍສະໜາມໂຮງງານ Trio, ໂຮງໝໍສະໜາມ ປະຖົມຜາງແຫ້ງ, ໂຮງໝໍສະໜາມດາວເຮືອງ, ສູນໂຮງຮຽນຄົນພິການສີເກີດ;

.

ໂຮງໝໍສະໜາມໂຮງງານເວັນເຈີ, ໂຮງໝໍສະໜາມ ຄ້າຍຄຸມຂັງ ມ.ນາຊາຍທອງ, ໂຮງໝໍສະໜາມຄ້າຍຄຸມຂັງ ນາໄຫ-ນາໂນ, ໂຮງໝໍສະໜາມບ້ານພັກວັງຊັບ ມ.ສີໂຄດຕະບອງ, ໂຮງໝໍສະໜາມບ້ານພັກແສງເພັດ ມ.ສີໂຄດຕະບອງ, ໂຮງໝໍສະໜາມໂຮງແຮມຈະເລີນຮຸ່ງ ມ.ຈັນທະບູລີ.

ເຊິ່ງມີຜູ້ຕາງໜ້າຈາກແຕ່ລະສູນປິ່ນປົວມາຮັບດ້ວຍຕົວເອງ, ເພື່ອເປັນການປະກອບສ່ວນຊຸກຍູ້ແພດໝໍທີ່ປະຈໍາຢູ່ແຕ່ລະສູນປິ່ນປົວໃຫ້ມີກໍາລັງໃຈໃນການປະຕິບັດໜ້າທີ່ຂອງຕົນ ໂດຍສະເພາະແມ່ນຊຸກຍູ້ວຽກງານການປິ່ນປົວ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂກວິດ-19 ທີ່ພວມລະບາດເປັນວົງກວ້າງໃນຫຼາຍຕົວເມືອງຢູ່ນະຄອນຫຼວງວຽງຈັນ.

ຕາງໜ້າສູນປິ່ນປົວແຕ່ລະສູນ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ທ່ານ ວິໄລ ສີພະພອນ, ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ແລະ ທ່ານ ເອກະພັນ ພະພິທັກ, ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ. ອວຍພອນໃຫ້ທຸລະກິດຂອງທະນາຄານຮ່ວມພັດທະນາ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ ແລະ ມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມຕະຫຼອດໄປ .

.

[ເນື້ອໃນ-ພາບ: ຄຳຕົ້ນ ວໍລະຈັກ]