ເມືອງໄຊພູທອງ ຍົກລະດັບຄວາມຮູ້ກ່ຽວກັບການຄຸ້ມຄອງການປະມົງຂັ້ນບ້ານ

395

ສຳລັບວຽກງານການປະມົງ ຫຼື ການດຳລົງຊີວິດແບບຕິດພັນກັບທຳມະຊາດ ແມ່ນພື້ນຖານອັນໜຶ່ງໃນການລ້ຽງຊີບຂອງປະຊາຊົນລາວ ໂດຍສະເພາະ ເມືອງໄຊພູທອງ ເຊິ່ງເປັນເມືອງໜຶ່ງທີ່ຢູ່ຕາມລຽບແມ່ນ້ຳຂອງ ແລະ ປະຊາຊົນພາຍໃນເມືອງກໍ່ໄດ້ມີວີຖີຊີວິດຕິດພັນກັບການປະມົງມາແຕ່ຍາວນານ ແຕ່ໃນການເຮັດສິ່ງນັ້ນ ແມ່ນຕ້ອງໄປຕາມຂໍ້ກຳນົດ ແລະ ບໍ່ຜິດຕໍ່ລະບຽບບ້ານເມືອງ

ວັນທີ 19-20 ຕຸລາ 2021 ນີ້,ທິມງານປະສານງານໂຄງການສົົ່ງເສີມການຈັດການວຽກງານການປະມົງ ຢູ່ລຽບຕາມແຄມແມ່ນໍ້າຂອງ ເຂດເມືອງໄຊພູທອງ ແຂວງສະຫວັນນເຂດ ມີຈໍານວນ 6 ບ້ານເປົ້າໝາຍ ຄື: ບ້ານ ເຫຼົ່າໝາກຫູດ, ບ້ານ ເວີນຄູນ, ບ້ານເຮືອນຫີນ, ,ບ້ານ ຄັນທ່າຈານ, ບ້ານ ນາພານ ແລະ ບ້ານທ່າໂພ ໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບວຽກງານການຄຸ້ມຄອງການປະມົງຂັ້ນບ້ານ

ໂດຍການເປັນປະທານ ຂອງທ່ານ ພູສະຫວັນ ເທບສີທາ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ທັງເປັນຜູ້ຊີ້ນໍາກຸ່ມບ້ານທີ 8 ເຂດບ້ານເຮືອນຫີນ,ມີບັນດາທິມງານກວດກາຂັ້ນບ້ານຈໍານວນ 6 ບ້ານເຂົ້າຮ່ວມ ພ້ອມດ້ວຍວິຊະການດ້ານຊີວະນາໆພັນ ແລະ ການປະມົງ, ປະຈຳຫ້ອງການປະສຳນງານ ແຂວງ ສະຫວັນນະເຂດ, ອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາລາວ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ບັນດາທິມງານກວດກາຂັ້ນບ້ານແມ່ນໄດ້ຮັບຮູ້ຂໍ້ມູນກ່ຽວກັບສິດ ແລະ ໜ້າທີີ່ຂອງຜູ້ຊີ້ນໍາວຽກງານຂັ້ນບ້ານ ການຈັດຕັ້ງທາງດ້ານບຸກຄະລາກອນ,ການກຳນົດການວາງແຜນ,ການຄຸ້ມຄອງ ແລະ ການຊົມໃຊ້ປາ ແລະ ຊັບພະຍາກອນສັດນໍ້າອື່ນໆພາຍໃນບ້ານ, ໄດ້ລົງເລິກຊີ້ນໍາ ນໍາພາກ່ຽວກັບການສຶບສວນ-ສອບສວນ ແລະ ໄກ່ເກ່ຍຄະດີຂອງຜູ້ກະທໍາຜິດໃຫ້ຖືກຕ້ອງໃຫ້ແທດເໝາະກັບລະບຽບການຕ່າງໆທີ່ວາງອອກຢ່າງເຂັ້ມງວດ ຂອງໜ່ວຍງານຕິດຕາມກວດກາຂັ້ນບ້ານ ເຊິ່ງປະກອບມີ ຄະນະບ້ານ,ປກຊ,ປກສ,ສະຫະພັນແມ່ຍິງ,ຊາວໝຸ່ມ ແລະ ຊາວປະມົງ.

ໃນການຕິດຕາມກວດກາປາ ແລະ ສັດນໍ້າຊະນິດອື່ນໆ ຢູ່ໃນຂອບເຂດວັງສະຫງວນ ແລະ ທຸກພື້ນທີ່ແຫຼ່ງນໍ້າທີ່ຂື້ນກັບຂອບເຂດຂອງບ້ານ. ທັງນີ້ກໍ່ເພື່ອຮັບຮູ້ວິທີການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາ ແລະ ລະບົບການຄຸ້ມຄອງການປະມົງຊຸມຊົນຂັ້ນບ້ານໃນການອະນຸລັກ, ປົກປັກຮັກສາປາ ແລະ ສັດນໍ້າອືີ່ນໆຂອງບ້ານທີີ່ມີຢູ່, ເພືີ່ອໃຫ້ເຂົ້າໃຈເຖິງ ບັນຫາຫຼັກການພືື້ນຖານຂອງການຈັດຕັ້ງປະຕິບັດ ກົດລະບຽບບ້ານ, ກົດໝາຍວ່າດ້ວຍການປະມົງໃຫ້ມີຄວາມສອດຄ່ອງກັບຊຸມຊົນ, ໃຫ້ຮູ້ເຖິງເຕັກນິກການຕິດຕາມກວດການ(ການປະຕິບັດຕົວຈິງ, ການບັນທຶກຂໍ້ມູນ, ການລາຍງານ, ການໃຊ້ອຸປະກອນ ແລະ ການເຮັດວຽກເປັນທິມ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ທິມງານກວດກາຂັ້ນບ້ານໃຫ້ມີລະບົບຈັດການທີ່ດີຂື້ນໃນການຄຸ້ມຄອງ ແລະ ປົກປັກຮັກສາເຂດວັງສະຫງວນພາຍໃນບ້ານໃຫ້ມີຄວາມຍືນຍົງ.