ຄົນເສຍຊີວິດ ສ່ວນຫຼາຍແມ່ນຜູ້ສູງອາຍຸ, ມີພະຍາດປະຈຳໂຕ, ບໍ່ໄດ້ສັກວັກຊິນ ແລະ ໄປພົບແພດຊ້າ

297

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ ມື້ນີ້ປະເທດເຮົາກວດພົບເຊື້ອ 392 ຄົນ ເຖິງວ່າໂຕເລກດັ່ງກ່າວແມ່ນຫຼຸດລົງຈາກໂຕເລກສະເລ່ຍ 500 ຄົນ/ວັນກໍ່ຕາມ
ແຕ່ຫຼາຍແຂວງຍັງມີລາຍງານການຕິດເຊື້ອພາຍໃນຍັງສູງຢູ່ເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ແຂວງວຽງຈັນ, ແຂວງຄຳມ່ວນ ແລະ ສະຫວັນນະເຂດ

ດັ່ງນັ້ນ, ພວກເຮົາຍັງຈະຕ້ອງໄດ້ສືບຕໍ່ເຝົ້າລະວັງຢ່າງໃກ້ຊິດຕໍ່ທ່າອ່ຽງດັ່ງກ່າວ ແລະ ຮຽກຮ້ອງໃຫ້ປະຊາຊົນ, ພະນັກງານ ທະຫານ ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມໃຫ້ມີຄວາມຕື່ນຕົວ ແລະ ສືບຕໍ່ປະຕິບັດແຈ້ງການເລກທີ 1330/ຫສນຍ ລົງວັນທີ 15 ຕຸລາ 2021 ຢ່າງເຂັ້ມງວດ.

ແຕ່ລະມື້ ໄດ້ມີລາຍງານການເສຍຊີວິດ ຍ້ອນຕິດເຊື້ອພະຍາດໂຄວິດ 19 ຊຶ່ງເປັນເລື້ອງທີ່ເສົ້າໃຈຕໍ່ການສູນເສຍຂອງຄອບຄົວ. ໃນຈໍານວນຄົນເຈັບເສຍຊີວິດສະສົມທັງໝົດ 49 ກໍລະນີ, ສ່ວນຫຼາຍແມ່ນຜູ້ສູງອາຍຸ, ມີພະຍາດປະຈຳໂຕ ແລະ ບໍ່ໄດ້ຮັບການສັກວັກຊິນ ແລະ ໄປພົບແພດຊ້າ.

ສະນັ້ນ ອີກເທື່ອໜື່ງ ຂໍຮຽກຮ້ອງມາຍັງທຸກຄອບຄົວ ທີ່ມີຜູ້ສູງອາຍຸຢູ່ນໍາ ໃຫ້ພາເພີ່ນໄປສັກວັກຊິນ ຕາມສະຖານທີ່ ທີ່ໄດ້ກໍານົດ ແລະ ສັກໃຫ້ຄົບເຂັມ ເພື່ອຊ່ວຍຮ່າງກາຍເພີ່ນສ້າງພູມຄຸ້ມກັນ ແລະ ໃຫ້ຕິດຕາມອາການຂອງພວກເພີ່ນຢ່າງໃກ້ຊິດ ແລະ ຖ້າບໍ່ຈຳເປັນກໍ່ບໍ່ໃຫ້ລູກຫຼານໃນຄອບຄົວໄປໃກ້ຊິດພວກເພີ່ນ.

ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1 ໂຮງໝໍສູນກາງ
2 ໂຮງໝໍເມືອງ 9 ຕົວເມືອງ
3 ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4 ສໍາລັບຈຸດບໍລິການ ສູນການຄ້າລາວໄອເຕັກ ຈະໄດ້ເປີດໃຫ້ບໍລິການທ່ານ ເລິ່ມແຕ່ວັນທີ 18 – 22 ຕຸລາ 2021