ຄູຕ້ອງດີໃຈ! ສິດເກົ່າເມືອງນາກາຍໄດ້ມອບເງິນສົມທົບທຶນກໍສ້າງໂຮງຮຽນຫຼັງໄໝ່

993

ເຊື່ອວ່າຫຼາຍຄົນກ່ອນທີ່ຈະມາຮອດຈຸດໃດໜຶ່ງທີ່ພາກພູມໃຈ ແມ່ນຕ້ອງໄດ້ຜ່ານຈຸດເລີ່ມຕົ້ນກັນມາທັງນັ້ນ ເຊິ່ງວ່າເຮົາລອງຄິດຫວນຄືນກັບໄປ ຄາວທີ່ເຮົາຍັງເປັນນັກຮຽນ ຢູ່ປະຖົມ ຫຼື ມັດທະຍົມ ເບິ່ງຜີວເພີນຄືບໍມີຫຍັງພິເສດ ແຕ່ເລີກໆແລ້ວຊ່ວງເວລານັ້ນສຳຄັນທີ່ສຸດ ເປັນໂອກາດແຫ່ງການຮຽນຮູ້ ສຳລັບສະຖານທີ່ທີ່ເຮົາໄດ້ເຄີຍນັ່ງຂີດຂຽນ ຮຽນຮູ້ ຈາກບັນດາ ອ້າຍ, ເອື້ອຍຄູ ແລະ ທ່ານຄົງດີໃຈເມື່ອເຫັນສິດເກົ່າ ຫວນກັບໄປຢ້ຽມຢາມຖາມຂ່າວ.

ວັນທີ 18 ຕຸລາ 2021 ຢູ່ທີ່ໂຮງຮຽນ ມໍຕົ້ນອຸດົມສຸກ ເມືອງນາກາຍ ເນື່ອງໃນວັນຄູແຫ່ງຊາດສິດເກົ່າແຕ່ປີ 2002-2003 ໄດ້ຮ່ວມກັນລະດົມທຶນໄດ້ເງິນຈໍານວນໜຶ່ງ ເພື່ອສົບທົບທຶນຊ່ວຍສ້າງໂຮງຮຽນ ຫຼັງໃໝ່ ໃນນັ້ນມີຈໍານວນເງິນສິດເກົ່າ 2.450.000ກີບ ແລະ ທີມງານຊິບປິ່ງດ່ານສາກົນນາເພົ້າ 850.000 ກີບ ລວມມູນຄ່າ 3.300.000 ກີບ

ເຂົ້າຮ່ວມໂດຍ ທ່ານ ນາງບົວກາ ແກ້ວມະນີ ເຈົ້າເມືອງໆນາກາຍ, ຫົວໜ້າຫ້ອງວ່າການ, ຜູ້ອໍານວຍການ ອາຈານ ແລະ ອໍານາດການປົກຄອງບ້ານອຸດົມສຸກ ໂຮງຮຽນດັ່ງກ່າວເປັນອາຄານຊັ້ນດຽວ ມີ 4 ຫ້ອງຮຽນ, ລວງຍາວ 32 ແມັດ, ລວງກວ້າງ 9 ແມັດ ,ແຕ່ລະຫ້ອງສາມາດບັນຈຸນັກຮຽນໄດ້ ປະມານຫ້ອງລະ 30 ຄົນ ປະຈຸບັນນີ້ແມ່ນຢູ່ໃນການກໍ່ສ້າງ ໄດ້ 50% ແລ້ວ ຄາດວ່າຈະ ໃຫ້ແລ້ວທັນລຕົ້ນສົກປີ 2022