ສສກ ແຈ້ງ! ຫ້າມຈັດການຈັດການແຂ່ງຂັນກິລາ ເຮືອຊ່ວງ ນັບແຕ່ວັນທີ 20-30 ຕຸລາ 2021ນີ້

1603

ທຳມະດາທຸກໆປີຮອດເວລານີ້ແມ່ນຈະມີງານຕະຫຼາດນັດບຸນຊ່ວງເຮືອຢ່າງຄືກຄື້ນແລ້ວ ແຕ່ເນື່ອງຈາກປີນີ້ປະເທດເຮົາຜະເຊີນກັບການລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງຈິ່ງບໍໄດ້ຈັດງານບຸນຊ່ວງເຮືອຄືທຸກໆປີຜ່ານມາ ແມ່ນແຕ່ການໄປວັດວາກໍ່ເຊັ່ນດຽວກັນ.

ໂດຍອີງຕາມແຈ້ງການຂອງຄະນະສະເພາະກົດ ນະຄອນຫຼວງຽງຈັນ, ສະບັບເລກທີ 38/ ສພກ,ນວ, ລົງວັນທີ 15 ຕຸລາ 2021, ກ່ຽວກັບການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ການແກ້ໄຂການລະບາດ ຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ໃນໄລຍະ 16-30 ຕຸລາ 2021. ອີງຕາມ ຮີດຄອງປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ທີ່ບັນພະບູລຸດພວກເຮົາ ເຄີຍສົບທອດ ປະຕິບັດກັນມາແຕ່ດົນນານ ແລະ ອີງຕາມ ຄວາມເປັນເອກະພາບຂອງຄະນະ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຄັ້ງວັນທີ 20 ຕຸລາ 2021.

ສະນັ້ນ, ຫົວຫນ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ2443/ສກ.ນວ, ລງວັນທີ 20 ຕຸລາ 2021 ຫ້າມຈັດການຈັດການແຂ່ງຂັນກິລາ ເຮືອຊ່ວງ ນັບແຕ່ວັນທີ 20-30 ຕຸລາ 2021 ເຖິງຫົວຫນ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ 09 ຕົວເມືອງ, ຫົວຫນ້າ ປກສ ກຸ່ມບ້ານ, ນາຍບ້ານ, ພໍ່ແມ່ປະຊາຊົນ ແລະ ຜູ້ປະກອບການຫົວຫນ່ວຍທຸລະກົດກິລາ ໃນທົ່ວນະຄອນຫຼວງວຽງຈັນ ຫ້າມຈັດການແຂ່ງຂັນກິລາ ເຮືອຊ່ວງທຸກປະເພດ.

ເຊິ່ງເປັນການແຂ່ງຂັນກິລາປະເພນີ ໂດຍສະເພາະແມ່ນ ວັນບຸນອອກພັນສາປະວໍລະນາ ທີ່ປະຊາຊົນລາວເຮົາເຄີຍສຶບທອດກັນມາ, ແຕ່ຍ້ອນການແຜ່ລະບາດຂອງພະຍາດ COVID-19 ຢູ່ໃນນະຄອນຫຼວງວຽງຈັນ ເຫັນວ່າຍັງມີກໍລະນີ ຜູ້ຕິດເຊື້ອໃນຊຸມຊົນ ເພີ່ມຂຶ້ນຫຼາຍ ຊຶ່ງມີຄວາມສ່ຽງສູງ ທີ່ຈະເກີດການແຜ່ລະບາດໃນຊູມຊົນ ແລະ ຂະຫຍາຍເປັນວົງກວ້າງ; ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ, ມອບໃຫ້ ຂະແຫນງກິລາມວນຊົນ ສົມທົບກັບຫ້ອງການສຶກສາທິການ ແລະ ກິລາເມືອງ, ພາກສ່ວນທີ່ກ່ຽວຂ້ອງລົງກວດກາ, ຕິດຕາມ ແລະ ແນະນໍາໃຫ້ທຸກພາກສ່ວນ ຈຶ່ງໄດ້ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.