6 ເດືອນຕົ້ນປີ ນະຄອນຫຼວງວຽງຈັນ ສົ່ງອອກໄດ້ 806,67 ລ້ານໂດລາ ອະນຸຍາດດໍາເນີນກິດຈະການໂຮງງານໃໝ່ 90 ໂຮງງານ ມີທຶນ 293,15 ຕື້ກີບ

927

ໃນ 6 ເດືອນຕົ້ນປີ 2021 ນະຄອນຫຼວງວຽງຈັນ ມີຍອດສົ່ງອອກ 806,67 ລ້ານໂດລາ ເພີ່ມຂຶ້ນຈາກ 385,25 ລ້ານໂດລາ ໃນໄລຍະດຽວກັນຂອງປີ 2020. ນອກນັ້ນ, ຍັງໄດ້ອະນຸຍາດດຳເນີນກິດຈະການໂຮງງານໃໝ່ 90 ໂຮງງານ ມີທຶນ 293,15 ຕື້ກີບ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳແລະການຄ້າ ນະຄອນຫຼວງວຽງຈັນ(ອຄ.ນວ) ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານວິສະເພາະໃນ 6 ເດືອນຕົ້ນປີ 2021 ຕໍ່ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເມື່ອບໍ່ດົນມານີ້ວ່າ: ໃນ 6 ເດືອນຕົ້ນປີ ພະແນກ ອຄ.ນວ ໄດ້ອອກອະນຸຍາດດໍາເນີນກິດຈະການໂຮງງານໃໝ່ໄດ້ 90 ໂຮງງານ ມີທຶນທັງໝົດ 293,15 ຕື້ກີບ, ປັດຈຸບັນທົ່ວ ນວ ມີໂຮງງານ 3.330 ແຫ່ງ, ໃນນີ້ໂຮງງານຂະໜາດໃຫຍ່ມີ 180 ແຫ່ງ, ຂະໜາດກາງ 227 ແຫ່ງ, ແບບຄອບຄົວ 2.492 ແຫ່ງ ລວມທຶນ 4.884,44 ຕື້ກີບ ແລະ ມີແຮງງານກຳມະກອນ 54.339 ຄົນ ຍິງ 32.052 ຄົນ.

ໄດ້ເອົາໃຈໃສ່ຕິດຕາມ – ກວດກາ ແລະ ຄວບຄຸມລາຄາສິນຄ້າຕາມທ້ອງຕະຫຼາດຢ່າງເປັນປົກກະຕິ ໂດຍສະເພາະໄລຍະບຸນປີໃໝ່ລາວ ແລະ ໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ຫ້າມສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ, ໃຊ້ມາດຕະການປັບໃໝຜູ້ທີ່ລະເມີດທີ່ສວຍໂອກາດຂຶ້ນລາຄາສິນຄ້າ ພ້ອມໄດ້ສຶກສາອົບຮົມພວກກ່ຽວຕາມລະບຽບການ, ຢຶດສິນຄ້າ, ລົງຕິດຕາມສະກັດການລັກລອບນຳເຂົ້າທີ່ບໍ່ຖືກຕ້ອງຕາມເສັ້ນທາງ ໂດຍໄດ້ສົມທົບກັບອໍານາດການປົກຄອງເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງທີ່ຢູ່ໃນຄະນະສະເພາະກິດຂອງເມືອງ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ບໍ່ໃຫ້ຂາຍເຄື່ອງຊະຊາຍຢູ່ເຂດເສັ້ນທາງສາຍຫຼັກຂອງ ນວ.

ສ່ວນການສົ່ງອອກ 6 ເດືອນຕົ້ນປີ ມີມູນຄ່າທັງໝົດ 806,67 ລ້ານໂດລາ ທຽບໃສ່ໄລຍະດຽວກັນຂອງປີ 2020 ມີມູນຄ່າ 385,25 ລ້ານໂດລາ ເຫັນວ່າເພີ່ມຂຶ້ນ 109% ເຊິ່ງສົ່ງອອກສິນຄ້າປະເພດແຮ່ທາດ, ອຸດສາຫະກຳ, ໄມ້ ແລະ ຜະລິດຕະພັນໄມ້ສຳເລັດຮູບ ຈຶ່ງເຮັດໃຫ້ມູນຄ່າເພີ່ມຂຶ້ນ.

ການນຳເຂົ້າສິນຄ້າໃນ 6 ເດືອນຕົ້ນປີ ມີມູນຄ່າທັງໝົດ 973,83 ລ້ານໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີ 2020 ມີມູນຄ່າ 902,26 ລ້ານໂດລາ ເຫັນວ່າເພີ່ມຂຶ້ນ 7,93% ເຊິ່ງປະກອບມີສິນຄ້າປະເພດຮັບໃຊ້ອຸດສາຫະກຳ, ພາຫະນະຊິ້ນສ່ວນ ແລະ ອາໄຫຼ່, ອຸປະກອນເຄື່ອງກໍ່ສ້າງ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ສອຍປະຈຳວັນເພີ່ມຂຶ້ນ.

 

[ ຂ່າວ: ສັນຕິ ]