ລາຍລະອຽດຜູ້ເສຍຊີວິດໃໝ່ 2 ຄົນ ສັກວັກຊີນຄົບ, ມີພະຍາດປະຈໍາໂຕ ນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດ

480

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວວ່າ ມາຮອດວັນທີ 20 ຕຸລາ 2021, ກວດພົບຜູ້ຕິດເຊືື້ອໃໝ່ 392 ຄົນ (ຕິດເຊື້ອພາຍໃນ ມີ 389 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ), ເສຍຊີວິດເພີ່ມ 2 ຄົນລາຍລະອຽດຜູ້ເສຍຊີວິດໃໝ່ 2 ຄົນ ມີດັ່ງນີ້

1 ຜູ້ທີ1 ເພດຍິງ, ອາຍຸ 71 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນສະພານເໜືອ, ນະຄອນໄສອນ, ແຂວງສະຫວັນນະເຂດ
ເປັນຜູ້ສຳຜັດໃກ້ຊິດກັບຄົນໃນຄອບຄົວຕິດເຊື້ອໂຄວິດ-19 (ທັງໝົດ 04 ຄົນ), ຜູ້ກ່ຽວມີ ພະຍາດປະຈໍາຕົວ ເບົາຫວານ, ຜ່ານມາໄດ້ສັກຢາວັກຊີນ J&J ໃນວັນທີ 26 ສີງຫາ 2021
ວັນທີ 10 ຕຸລາ 2021: ຜູ້ກ່ຽວມີອາການອິດເມື່ອຍ, ໄຂ້, ໄອມີຂີ້ກະເທີ່ ແລະ ເມື່ອຍຫລາຍເວລາເຄື່ອນໄຫວໄປມາ ຈຶ່ງໄປກວດຢູ່ໂຮງໝໍແຂວງ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19
ວັນທີ 11 ຕຸລາ 2021: ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19 ແລະ ເຂົ້ານອນປີ່ນປົວຕິດຕາມອາການຢູ່ໂຮງໝໍສະໜາມຫຼັກ 9

ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 11-20 ຕຸລາ 2021 ເປັນເວລາ 10 ວັນ
ເວລາ 13:15 ໂມງ ຂອງວັນທີ 20 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
2 ຜູ້ທີ່ 2 ເພດຊາຍ, ອາຍຸ 50 ປີ, ບ້ານສົມສະຫງ່າ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ
ມີພະຍາດປະຈໍາຕົວ ເບົາຫວານ, ຄວາມດັນເລືອດສູງ ແລະ ເຄີຍປີ່ນປົວພະຍາດວັນນະໂລກ ມາໄດ້ 04 ປີ, ໄດ້ສັກຢາວັກຊິນ (ຊີໂນຟາມຄົບ ສອງເຂັມ)

ວັນທີ 17 ຕຸລາ 2021 ໄດ້ໄປກວດຢູ່ໂຮງໝໍລາວຫວຽດ ຍ້ອນອາການໄຂ້ ແລະ ໄອອອກເລືອດ ພ້ອມທັງໄດ້ເກັບຕົວຢ່າງມາກວດດ້ວຍ Ag RDT ແມ່ນພົບເຊືຶ້ອພະຍາດໂຄວິດ-19 ແລະ ໄດ້ເຂົ້າມານອນປີ່ນປົວ ຢູ່ ໂຮງໝໍ 103
ແຕ່ວັນທີ 17-20 ຕຸລາ 2021 ເປັນເວລາ 04 ວັນ, ມາຮອດເວລາ 16 ໂມງ 20 ນາທີ ຂອງວັນທີ 20 ຕຸລາ 2021 ຜູ້ກ່ຽວໄດ້ມີອາການໜັກຂື້ນ ແລະ ເສຍຊີວິດໃນເວລາຕໍ່ມາ.
ມາຮອດວັນທີ 20 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 33.998 ຄົນ, ເສຍຊີວິດສະສົມ 49 ຄົນ (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 725 ຄົນ, ກໍາລັງປິ່ນປົວ 6985 ຄົນ.